ໄທ ຈັບມື ສະຫະລັດ ສຶກສາຄວາມເປັນໄປໄດ້ໃນການພັດທະນາໂຮງໄຟຟ້ານິວເຄລຍ
ໄທ ແລະ ສະຫະລັດ ອາເມຣິກາ ໄດ້ລົງນາມໃນຂໍ້ຕົກລົງຊ່ວຍເຫຼືອລ້າ ເພື່ອຮ່ວມກັນສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການໂຮງໄຟຟ້ານິວເຄຼຍຂະໜາດນ້ອຍ (SMR), ມຸ່ງເປົ້າສ້າງຄວາມໝັ້ນຄົງທາງພະລັງງານສະອາດທີ່ໝັ້ນຄົງ, ພ້ອມທັງຜັກດັນໄທກ້າວສູ່ເປົ້າໝາຍຄວາມເປັນກາງທາງກາກບອນ ແລະ ຮອງຮັບການຂະຫຍາຍຕົວທາງເສດຖະກິດ-ອຸດສາຫະກຳໃນໄລຍະຍາວ.
ການຮ່ວມມືໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝາຍຂອງສະຫະລັດ ໃນການຊຸກຍູ້ນະວັດຕະກຳ ແລະ ບົດບາດຜູ້ນຳດ້ານການນຳໃຊ້ພະລັງງານນິວເຄຼຍຂັ້ນສູງເພື່ອສັນຕິພາບ, ທັງຍັງສອດຄ່ອງກັບນະໂຍບາຍການຕ່າງປະເທດທີ່ສຸມໃສ່ການສ້າງຄວາມໄວ້ວາງໃຈກັບບັນດາປະເທດຄູ່ຮ່ວມມື ເພື່ອຂະຫຍາຍການເຂົ້າເຖິງເທັກໂນໂລຊີພະລັງງານທີ່ເຊື່ອຖືໄດ້ ແລະ ເສີມສ້າງຄວາມໝັ້ນຄົງທາງພະລັງງານໃນພາກພື້ນອິນໂດ-ປາຊີຟິກ ໃນຍຸກແຫ່ງການຟື້ນຟູການລົງທຶນດ້ານພະລັງງານນິວເຄຼຍຮອບໃໝ່.
ຂະນະດຽວກັນ ທາງຝ່າຍໄທ ຖືວ່າໄລຍະນີ້ເປັນຈຸດປ່ຽນຜ່ານທີ່ສຳຄັນໄປສູ່ພະລັງງານສະອາດ, ເຊິ່ງການສະໜັບສະໜູນຈາກ USTDA ຈະເປີດໂອກາດໃຫ້ EGAT ສາມາດປະເມີນຄວາມເປັນໄປໄດ້ຮອບດ້ານ ບໍ່ວ່າຈະເປັນການຄັດເລືອກສະຖານທີ່ຕັ້ງ, ການຄຳນວນຕົ້ນທຶນ ແລະ ຂັ້ນຕອນດ້ານລະບຽບການຕ່າງໆ ເພື່ອກະກຽມນຳໃຊ້ເທັກໂນໂລຊີ SMR ເຂົ້າມາເປັນສ່ວນໜຶ່ງຂອງໂຄງສ້າງການຜະລິດໄຟຟ້າ.
ການຮຽນຮູ້ປະສົບການ ແລະ ເທັກໂນໂລຊີຂັ້ນສູງຈາກສະຫະລັດ ບໍ່ພຽງແຕ່ຊ່ວຍໃຫ້ໄທສາມາດກະຈາຍແຫຼ່ງພະລັງງານໃຫ້ມີຄວາມຫຼາກຫຼາຍເທົ່ານັ້ນ, ແຕ່ຍັງຊ່ວຍເພີ່ມຄວາມຍືດຫຍຸ່ນ ແລະ ສະຖຽນລະພາບໃຫ້ແກ່ລະບົບສາຍສົ່ງໄຟຟ້າ ເພື່ອຮອງຮັບຄວາມຕ້ອງການພະລັງງານຂອງປະເທດທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.
ພິທີລົງນາມດັ່ງກ່າວຈັດຂຶ້ນພາຍໃນງານ Gastech 2026 ທີ່ສູນວາງສະແດງ ແລະ ການປະຊຸມໄບເທັກ (BITEC) ບາງກອກ ໂດຍມີ ທ່ານ ໂທມັສ ອາຣ໌ ຮາດີ (Thomas R. Hardy) ຮອງຜູ້ອຳນວຍການ ແລະ ຮັກສາການຜູ້ອຳນວຍການ ອົງການການຄ້າ ແລະ ການພັດທະນາແຫ່ງສະຫະລັດ (USTDA) ຮ່ວມລົງນາມກັບ ທ່ານ ນະລິນ ເຜົ່າວານິດ ຜູ້ວ່າການການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT), ທ່າມກາງສັກຂີພິຍານລະດັບສູງ ນຳໂດຍ ທ່ານ ເອກະນັດ ພ້ອມພັນ ລັດຖະມົນຕີວ່າການກະຊວງພະລັງງານໄທ, ທ່ານ ເຈມສ໌ ແດນລີ (James Danly) ຮອງລັດຖະມົນຕີກະຊວງພະລັງງານສະຫະລັດ, ທ່ານ ປະເສີດ ສິນສຸກປະເສີດ ປັດລັດກະຊວງພະລັງງານໄທ ແລະ ທ່ານ ຊອນ ເຄ ໂອນີລ (Sean K. O’Neill) ເອກອັກຄະລັດຖະທູດສະຫະລັດ ປະຈຳໄທ.
#LaoXperts #ໄທສະຫະລັດ #ພະລັງງານນິວເຄຼຍ #SMR #EGAT #USTDA #ພະລັງງານສະອາດ #ຄວາມໝັ້ນຄົງທາງພະລັງງານ #Gastech2026


