ສະຫະລັດ ກຽມຂຶ້ນພາສີແຜງໂຊລາເຊລຈາກ ລາວ, ອິນເດຍ ແລະ ອິນໂດເນເຊຍ ໃນອັດຕາສູງ ເພື່ອຕ້ານການຂາຍຕັດລາຄາ
ກະຊວງການຄ້າສະຫະລັດ ປະກາດມາດຕະການເກັບອາກອນຕອບໂຕ້ການທຸ້ມຕະຫຼາດ ຫຼື ການຂາຍຕັດລາຄາ ແລະ ການອຸດໜູນໃນອັດຕາສູງຕໍ່ແຜງໂຊລາເຊລຈາກ ລາວ, ອິນເດຍ ແລະ ອິນໂດເນເຊຍ ເພື່ອສະກັດກັ້ນການແຂ່ງຂັນທີ່ບໍ່ເປັນທຳ ແລະ ປົກປ້ອງອຸດສາຫະກຳພາຍໃນປະເທດ ເຊິ່ງກຳລັງສ້າງແຮງສັ່ນສະເທືອນຢ່າງໜັກຕໍ່ຕ່ອງໂສ້ການຜະລິດພະລັງງານສະອາດໃນພາກພື້ນອາຊີ. ຕາມການລາຍງານຂອງ Reuter.
ການຕັດສິນຂັ້ນສຸດທ້າຍນີ້ເກີດຂຶ້ນຫຼັງຈາກຜົນການສືບສວນພົບວ່າ ບັນດາຜູ້ຜະລິດໃນສາມປະເທດດັ່ງກ່າວໄດ້ນຳແຜງ ແລະ ເຊລແສງຕາເວັນລາຄາຖືກເຂົ້າໄປຂາຍໃນສະຫະລັດ ພ້ອມທັງໄດ້ຮັບການອຸດໜູນທີ່ບໍ່ເປັນທຳຈາກພາກລັດ.
ມາດຕະການດັ່ງກ່າວໄດ້ກຳນົດອັດຕາພາສີຕ້ານການທຸ້ມຕະຫຼາດ (Anti-dumping) ສຳລັບຜູ້ຜະລິດຈາກລາວຢູ່ທີ່ 65.43%, ອິນໂດເນເຊຍ 94.36% ແລະ ອິນເດຍ ສູງເຖິງ 123.04%. ພ້ອມກັນນັ້ນ ຍັງມີການເກັບພາສີຕອບໂຕ້ການອຸດໜູນ (Countervailing duty) ເພີ່ມເຕີມ ໂດຍຜູ້ຜະລິດຈາກລາວຖືກກຳນົດໄວ້ໃນລະດັບ 82.03% ຫາ 153.67%, ອິນໂດເນເຊຍ ລະຫວ່າງ 73.2% ຫາ 173.7% ແລະ ອິນເດຍ ສູງເຖິງ 126.09%.
ຄວາມເຄື່ອນໄຫວນີ້ເປັນຜົນສືບເນື່ອງມາຈາກການຍື່ນຮ້ອງຮຽນຂອງ ພັນທະມິດເພື່ອການຜະລິດ ແລະ ການຄ້າໂຊລາສະຫະລັດ (Alliance for American Solar Manufacturing and Trade) ເຊິ່ງປະກອບດ້ວຍຜູ້ຜະລິດລາຍໃຫຍ່ເຊັ່ນ First Solar, Hanwha Qcells ແລະ Mission Solar Energy.
ທ່ານ ທິມ ໄບຣທ໌ບິວ (Tim Brightbill) ຫົວໜ້າທີມທະນາຍຄວາມຂອງກຸ່ມພັນທະມິດດັ່ງກ່າວ ລະບຸວ່າ ນີ້ຄືບາດກ້າວສຳຄັນໃນການບັງຄັບໃຊ້ກົດໝາຍການຄ້າ ເພື່ອຟື້ນຟູການແຂ່ງຂັນທີ່ເປັນທຳໃຫ້ແກ່ຜູ້ຜະລິດ ແລະ ແຮງງານພາຍໃນສະຫະລັດ ພ້ອມທັງຢືນຢັນວ່າຈະຕິດຕາມຂໍ້ມູນການນຳເຂົ້າຢ່າງໃກ້ຊິດ ເພື່ອດຳເນີນການຕໍ່ຜູ້ທີ່ລະເມີດກົດລະບຽບ ບໍ່ວ່າຈະຍ້າຍຖານການຜະລິດໄປປະເທດໃດກໍຕາມ.
ເຖິງຢ່າງໃດກໍຕາມ ຂັ້ນຕອນສຸດທ້າຍຍັງຂຶ້ນຢູ່ກັບ ຄະນະກຳມາທິການການຄ້າລະຫວ່າງປະເທດຂອງສະຫະລັດ (US ITC) ທີ່ຈະມີການລົງມະຕິຕັດສິນຊີ້ຂາດໃນວັນທີ 14 ຕຸລານີ້ ວ່າການນຳເຂົ້າສິນຄ້າດັ່ງກ່າວໄດ້ສ້າງຄວາມເສຍຫາຍ ຫຼື ຂົ່ມຂູ່ຕໍ່ຜູ້ຜະລິດພາຍໃນປະເທດແທ້ຫຼືບໍ່ ເຊິ່ງຫາກຄະນະກຳມາທິການເຫັນດີ ກະຊວງການຄ້າສະຫະລັດກໍຈະອອກຄຳສັ່ງບັງຄັບໃຊ້ອັດຕາພາສີຢ່າງເປັນທາງການພາຍໃນເດືອນພະຈິກ.
ກໍລະນີດັ່ງກ່າວນັບເປັນບົດໃໝ່ຂອງຂໍ້ພິພາດທາງການຄ້າດ້ານພະລັງງານແສງຕາເວັນ ທີ່ສະຫະລັດເຄີຍເລີ່ມມາດຕະການກວດສອບ ແລະ ເກັບພາສີຕໍ່ສິນຄ້າຈາກຈີນມາຕັ້ງແຕ່ປີ 2012 ຈົນສົ່ງຜົນໃຫ້ເກີດການຍ້າຍຖານການຜະລິດໄປຍັງບັນດາປະເທດອື່ນໃນອາຊີໃນໄລຍະຜ່ານມາ.
#LaoXperts #ຂ່າວເສດຖະກິດ #ການຄ້າສາກົນ #ໂຊລາເຊລ #ລາວ #ສະຫະລັດ #ພາສີຕ້ານການທຸ້ມຕະຫຼາດ #ພະລັງງານແສງຕາເວັນ


