ຍົກລະດັບໄປສະນີລາວສູ່ຍຸກດິຈິຕອນ ເປີດໂຕ DPLS ໜູນ SMEs ສູ່ສາກົນ
ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ຈັບມືພາກເອກະຊົນໄທ ເຊັນສັນຍາພັດທະນາລະບົບ “ໂລຈິສຕິກໄປສະນີດິຈິຕອນ” (DPLS) ເພື່ອຍົກລະດັບໄປສະນີລາວສູ່ແພລດຟອມອັດສະລິຍະ. ເປົ້າໝາຍສຳຄັນແມ່ນການສ້າງໂຄງສ້າງພື້ນຖານດິຈິຕອນທີ່ເຊື່ອມໂຍງການຄ້າ, ກົນໄກພາສີ ແລະ ການຊຳລະເງິນ ເຊິ່ງຈະສົ່ງຜົນໂດຍກົງໃນການຍູ້ແຮງທຸລະກິດ SMEs ໃຫ້ກ້າວສູ່ຕະຫຼາດສາກົນຢ່າງແຂງແກ່ນ.
ພິທີລົງນາມບົດບັນທຶກຂໍ້ຕົກລົງຮ່ວມມື (MOA) ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 9 ກັນຍາ 2026 ນະຄອນຫຼວງວຽງຈັນ ຕາມການລາຍງານຂອງກະຊວງດັ່ງກ່າວ, ໂດຍການຮ່ວມລົງນາມລະຫວ່າງ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ທ່ານ ເສີມຍຸດ ບຸນສິຣິຍະ ປະທານກິດຕິມະສັກ ບໍລິສັດ ເທັດສະຫຍາມອິນເຕີເນເຊີນນໍ້ ຈຳກັດ ຈາກປະເທດໄທ.
ພາຍໃນງານຍັງໄດ້ຮັບກຽດເປັນພະຍານຈາກ ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຫຼາຍກວ່າ 40 ທ່ານ.
ສຳລັບໂຄງການ DPLS ນີ້ ຈະເປັນການປະຕິວັດວົງການຂົນສົ່ງຂອງລາວ ໂດຍນຳໃຊ້ເຕັກໂນໂລຊີຂັ້ນສູງເຂົ້າມາບໍລິຫານຈັດການຢ່າງເຕັມຮູບແບບ ເຊິ່ງກວມເອົາການພັດທະນາແພລດຟອມການຄ້າເອເລັກໂຕຣນິກ (E-Trading), ການຄວບຄຸມການຂົນສົ່ງ, ກົນໄກການຊຳລະເງິນ (E-Payment Gateway) ລວມເຖິງການນຳໃຊ້ປັນຍາປະດິດ (AI) ແລະ ເຕັກໂນໂລຊີອ່ານຕົວອັກສອນ (OCR) ເຂົ້າມາເພີ່ມຄວາມແມ່ນຍຳ.
ສິ່ງທີ່ໂດດເດັ່ນຄືການເຊື່ອມໂຍງລະບົບການແຈ້ງເອກະສານລ່ວງໜ້າເຂົ້າກັບລະບົບພາສີອັດສະລິຍະ (Smart-Custom) ເພື່ອແກ້ໄຂຄວາມຊັກຊ້າໃນການກວດກາ ແລະ ອຳນວຍຄວາມສະດວກດ້ານການນຳເຂົ້າ-ສົ່ງອອກ. ໂຄງການດັ່ງກ່າວຈຶ່ງບໍ່ພຽງແຕ່ເປັນການປັບປຸງການບໍລິການຈັດສົ່ງເທົ່ານັ້ນ ແຕ່ເປັນການສ້າງມູນຄ່າເພີ່ມທາງເສດຖະກິດ ປ່ຽນໂສມໜ້າໄປສະນີລາວໃຫ້ກາຍເປັນກົນໄກຫຼັກໃນການເຊື່ອມໂຍງຜູ້ປະກອບການລາວໃຫ້ສາມາດແຂ່ງຂັນ ແລະ ເຊື່ອມຕໍ່ກັບຕະຫຼາດການຄ້າສາກົນໄດ້ຢ່າງແທ້ຈິງ.
#LaoXperts #DPLS #ໄປສະນີລາວ #ໂລຈິສຕິກດິຈິຕອນ #SMEsລາວ #ເສດຖະກິດດິຈິຕອນ #LaoPDR #Logistics


