ສິງກະໂປ ກຽມຖົມທະເລສ້າງ ເກາະໃໝ່ ຮອງຮັບອຸດສາຫະກຳ ຂັ້ນສູງ
ທ່ານ ນາຍົກລັດຖະມົນຕີ ລໍເຣນ ຫວ່ອງ ແຫ່ງສິງກະໂປ ປະກາດແຜນຍຸດທະສາດໃຫຍ່ໃນການຖົມທະເລສ້າງ “ເກາະຕາເວັນຕົກ” (Western Island) ເພື່ອຮອງຮັບອຸດສາຫະກຳການຜະລິດຂັ້ນສູງ, ໂຄງລ່າງພື້ນຖານດ້ານພະລັງງານຍຸກໃໝ່ ແລະ ຄວາມໝັ້ນຄົງທາງທະຫານ ເຊິ່ງໂຄງການນີ້ຈະເປັນການພິກໂສມໜ້າເສດຖະກິດ ແລະ ສ້າງຄວາມຍືນຍົງໃນໄລຍະຍາວໃຫ້ແກ່ປະເທດ.
ຕາມການລາຍງານຂອງ straitstimes, ໂຄງການຍັກໃຫຍ່ນີ້ຈະເປັນການລວມເອົາຫຼາຍເກາະສຳຄັນທາງຕອນໃຕ້ຂອງເກາະຈູຣົງເຂົ້າດ້ວຍກັນ ເຊິ່ງປະກອບມີ ເກາະເຊມາເກົາ ທີ່ເປັນບ່ອນຈັດການຂີ້ເຫຍື້ອນອກຊາຍຝັ່ງ, ເກາະບູກອມ ເຊິ່ງເປັນທີ່ຕັ້ງຂອງໂຮງກັ່ນນ້ຳມັນແຫ່ງທຳອິດຂອງປະເທດ ແລະ ເກາະຊູດົງ ທີ່ມີສະໜາມບິນສຸກເສີນຂອງກອງທັບ ພ້ອມກັບໝູ່ເກາະນ້ອຍອື່ນໆອີກຫຼາຍແຫ່ງ.
ການພັດທະນາດັ່ງກ່າວແມ່ນດຳເນີນຕາມຮອຍຄວາມສຳເລັດຂອງການສ້າງ “ເກາະຈູຣົງ” ໃນອະດີດ ທີ່ເກີດຈາກການຖົມທະເລເພື່ອຮອງຮັບອຸດສາຫະກຳປິໂຕຣເຄມີ ຈົນກາຍເປັນສູນກາງດ້ານພະລັງງານ ແລະ ເຄມີພັນລະດັບໂລກ ເຊິ່ງໄດ້ຊ່ວຍສ້າງວຽກເຮັດງານທຳທີ່ມີຄຸນນະພາບ, ເປັນຖານການຜະລິດທີ່ສຳຄັນ ແລະ ສ້າງຄວາມຍືດຫຍຸ່ນດ້ານພະລັງງານໃຫ້ສິງກະໂປມາຈົນເຖິງປັດຈຸບັນ.
ສຳລັບ “ເກາະຕາເວັນຕົກ” ແຫ່ງໃໝ່ນີ້ ຈະຖືກອອກແບບມາເພື່ອຕອບໂຈດອະນາຄົດຢ່າງແທ້ຈິງ ໂດຍຈະບໍ່ໄດ້ຈຳກັດພຽງແຕ່ອຸດສາຫະກຳປິໂຕຣເຄມີເທົ່ານັ້ນ ແຕ່ຈະເນັ້ນໜັກໄປທີ່ການຮອງຮັບໂຮງງານການຜະລິດຂັ້ນສູງ ແລະ ໂຄງລ່າງພື້ນຖານດ້ານການຜະລິດພະລັງງານທົດແທນໃໝ່ໆ ລວມເຖິງການຈັດສັນພື້ນທີ່ຍຸດທະສາດສຳລັບກອງທັບສິງກະໂປ.
ນອກຈາກນີ້, ເພື່ອຮອງຮັບການເຕີບໂຕ ແລະ ການສັນຈອນທີ່ຈະເພີ່ມຂຶ້ນ ລັດຖະບານຍັງມີແຜນກໍ່ສ້າງຂົວເຊື່ອມຕໍ່ແຫ່ງທີ 2 ລະຫວ່າງແຜ່ນດິນໃຫຍ່ກັບເກາະຈູຣົງ ເພື່ອຫຼຸດຜ່ອນຄວາມແອອັດຂອງຂົວເດີມ ພ້ອມທັງກຽມສ້າງຂົວເຊື່ອມຕໍ່ໃໝ່ຈາກເກາະຈູຣົງໄປຍັງເກາະຕາເວັນຕົກຕື່ມອີກ.
ຜູ້ນຳສິງກະໂປໄດ້ເນັ້ນຢ້ຳຖິ້ມທ້າຍວ່າ ຄວາມສຳເລັດຂອງເກາະຈູຣົງເກີດຈາກການຕັດສິນໃຈທີ່ກ້າຫານ ແລະ ການລົງທຶນຢ່າງຕໍ່ເນື່ອງ ດັ່ງນັ້ນ ມັນເຖິງເວລາແລ້ວທີ່ສິງກະໂປຈະຕ້ອງກ້າຄິດ ແລະ ລົງມືສ້າງອະນາຄົດໃໝ່ເພື່ອຄົນຮຸ່ນຕໍ່ໄປອີກຄັ້ງ.
#LaoXperts #Singapore #WesternIsland #ສິງກະໂປ #ຂ່າວເສດຖະກິດ #ອຸດສາຫະກຳຍຸກໃໝ່ #ພັດທະນາປະເທດ #ເສດຖະກິດອາຊຽນ


