UN ມີມະຕິຮັບຮອງແຜນທີ່ໂລກໃໝ່ ສະທ້ອນຂະໜາດທີ່ແທ້ຈິງຂອງອາຟຣິກາ
ສະມັດຊາໃຫຍ່ອົງການສະຫະປະຊາຊາດ (UN) ມີມະຕິຮັບຮອງການປ່ຽນແປງແຜນທີ່ໂລກໃໝ່ ເພື່ອສະທ້ອນຂະໜາດທີ່ແທ້ຈິງຂອງທະວີບອາຟຣິກາແທນແຜນທີ່ເດີມທີ່ບິດເບືອນມາຫຼາຍສະຕະວັດ.
ການປ່ຽນແປງຄັ້ງປະຫວັດສາດນີ້ແນໃສ່ລົບລ້າງຂໍ້ມູນທີ່ຜິດພ້ຽນ ແລະ ຍົກລະດັບຄວາມສຳຄັນຂອງບັນດາປະເທດເສັ້ນສູນສູດ ເຊິ່ງຈະສົ່ງຜົນຕໍ່ການປັບປ່ຽນມຸມມອງດ້ານການພັດທະນາ ແລະ ໂອກາດທາງເສດຖະກິດໃນເວທີໂລກຢ່າງເປັນຮູບປະທຳ.
ຕາມການລາຍງານຂອງ BBC, ມະຕິ “ແກ້ໄຂແຜນທີ່” (Correct the Map) ເຊິ່ງສະເໜີໂດຍປະເທດໂຕໂກ ແລະ ໄດ້ຮັບການສະໜັບສະໜູນຈາກສະຫະພາບອາຟຣິກາ (AU) ໄດ້ຜ່ານການຮັບຮອງດ້ວຍຄະແນນສຽງ 164 ປະເທດ ລວມເຖິງຝຣັ່ງ ແລະ ອັງກິດ, ໂດຍມີສະຫະລັດອາເມຣິກາພຽງຊາດດຽວທີ່ລົງມະຕິຄັດຄ້ານ ແລະ ອີກ 6 ປະເທດງົດອອກສຽງ.
ເຖິງແມ່ນວ່າມະຕິດັ່ງກ່າວຈະບໍ່ມີຜົນຜູກພັນທາງກົດໝາຍ ແຕ່ກໍຈະນຳໄປສູ່ການປ່ຽນແປງຮູບແບບແຜນທີ່ທີ່ບັນດາສະຖາບັນຕ່າງໆທົ່ວໂລກນຳໃຊ້. ທີ່ຜ່ານມາ ແຜນທີ່ແບບເມີເຄເຕີ (Mercator) ທີ່ຖືກນຳໃຊ້ຢ່າງແຜ່ຫຼາຍມາຕັ້ງແຕ່ສະຕະວັດທີ 16 ໄດ້ຖືກວິພາກວິຈານຢ່າງໜັກ ເນື່ອງຈາກມັນສະແດງໃຫ້ເຫັນວ່າອາຟຣິກາມີຂະໜາດໃກ້ຄຽງກັບກຣີນແລນ ທັງທີ່ໃນຄວາມເປັນຈິງແລ້ວອາຟຣິກາໃຫຍ່ກວ່າເຖິງ 14 ເທົ່າ.
ຄວາມຜິດພ້ຽນນີ້ເກີດຈາກຂໍ້ຈຳກັດໃນການສະແດງພື້ນຜິວໜ່ວຍໂລກລົງເທິງໜ້າເຈ້ຍແບບສອງມິຕິ ເຊິ່ງຜູ້ສ້າງແຜນທີ່ໃນອະດີດໄດ້ດັດແກ້ເພື່ອຊ່ວຍໃຫ້ນັກສຳຫຼວດຊາວເອີຣົບເດີນເຮືອໄດ້ງ່າຍຂຶ້ນ ໂດຍເຮັດໃຫ້ປະເທດໃກ້ເສັ້ນສູນສູດເບິ່ງຄືວ່ານ້ອຍກວ່າຄວາມເປັນຈິງ ຂະນະທີ່ປະເທດໃກ້ຂົ້ວໂລກພັດເບິ່ງໃຫຍ່ເກີນຈິງ. ນັກວິຈານຊີ້ໃຫ້ເຫັນວ່າ ສິ່ງນີ້ເຮັດໃຫ້ຄວາມຕ້ອງການດ້ານການພັດທະນາ ແລະ ສັກກະຍະພາບຂອງປະເທດແຖບເສັ້ນສູນສູດຖືກມອງຂ້າມ.
ເພື່ອແກ້ໄຂບັນຫານີ້ ທິມນັກແຕ້ມແຜນທີ່ຈຶ່ງໄດ້ສ້າງແຜນທີ່ແບບ Equal Earth ຂຶ້ນໃນປີ 2018 ເຊິ່ງສະຫະພາບອາຟຣິກາທັງ 54 ຊາດໄດ້ຮັບຮອງເອົາເມື່ອເດືອນກຸມພາທີ່ຜ່ານມາ ໂດຍລະບຸວ່າມັນສະທ້ອນຂະໜາດຂອງທຸກທະວີບໄດ້ຢ່າງຖືກຕ້ອງກວ່າ.
ທ່ານ ໂຣເບີດ ດຸສເຊ (Robert Dussey) ລັດຖະມົນຕີກະຊວງການຕ່າງປະເທດໂຕໂກ ໄດ້ກ່າວຢ້ຳວ່າ ໂລກທີ່ຍຸຕິທຳເລີ່ມຕົ້ນຈາກແຜນທີ່ທີ່ຍຸຕິທຳ ເພາະແຜນທີ່ບໍ່ເຄີຍເປັນກາງ ມັນສ້າງການຮັບຮູ້ ແລະ ມີອິດທິພົນຕໍ່ຄວາມເຂົ້າໃຈກ່ຽວກັບຈຸດຢືນຂອງຜູ້ຄົນ ແລະ ທະວີບຕ່າງໆໃນໂລກ. ທັດສະນະນີ້ຍັງໄດ້ຮັບການສະໜັບສະໜູນຈາກລັດຖະມົນຕີການຕ່າງປະເທດຝຣັ່ງ ທີ່ປະກາດວ່າຈະຢຸດໃຊ້ແຜນທີ່ເມີເຄເຕີ ໂດຍມອງວ່າການປ່ຽນແຜນທີ່ອາດຈະບໍ່ປ່ຽນແປງໂລກໄດ້ໃນທັນທີ ແຕ່ການແກ້ໄຂການນຳສະເໜີທີ່ບິດເບືອນກໍຖືເປັນການສະແດງອອກເຖິງຄວາມຈິງແລ້ວ.
#LaoX #CorrectTheMap #AfricaTrueSize #UNResolution #EqualEarthMap #GlobalDevelopment #WorldNews


