ປົກເວັບ 2026 09 08T113024 173

ນ້ຳມັນໂລກດີດຂຶ້ນເຂົ້າໃກ້ 100 ໂດລາ ຈາກຄວາມຂັດແຍ້ງຕາເວັນອອກກາງ, ຈັບຕາລາຄາໃນລາວ

ລາຄານ້ຳມັນດິບໂລກ ຍັງຄົງຢູ່ໃນລະດັບສູງສຸດໃນຮອບສາມເດືອນ ກຳລັງເຂົ້າໃກ້ລະດັບ 100 ໂດລາ ຫຼັງຄວາມຂັດແຍ້ງລະຫວ່າງສະຫະລັດອາເມລິກາ ແລະ ອີຣ່ານທີ່ກັບມາແຮງຂຶ້ນອີກຄັ້ງ.

ໂດຍຕາມການລາຍງານຂອງ Reuter, ໃນວັນທີ 8 ກັນຍາ ລາຄານໍ້າມັນ WTI ປະມານ 92.80 ຫາ 92.95 ໂດລາສະຫະລັດຕໍ່ບາເຣວ ໃນຂະນະທີ່ Brent ຢູ່ປະມານ 97.25 ຫາ 97.50 ໂດລາ ຫຼັງຈາກຂຶ້ນປະມານ 0.3 ຫາ 1.5 ເປີເຊັນຈາກມື້ກ່ອນ ແລະ ສູງຂຶ້ນປະມານ 13 ເປີເຊັນໃນເດືອນທີ່ຜ່ານມາ ຫຼື ປະມານ 46 ຫາ 48 ເປີເຊັນເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ.

ປັດໄຈສຳຄັນທີ່ຊຸກຍູ້ລາຄາແມ່ນຄວາມຂັດແຍ້ງລະຫວ່າງສະຫະລັດອາເມລິກາ ແລະ ອີຣ່ານທີ່ກັບມາແຮງຂຶ້ນອີກ ໂດຍມີການໂຈມຕີກັນໃນພາກພື້ນ ຕາເວັນອອກກາງລວມທັງການໂຈມຕີເຮືອນ້ຳມັນຂອງອີຣ່ານ ແລະ ເຮືອທີ່ກ່ຽວຂ້ອງກັບສະຫະລັດໃນເຂດ ຊ່ອງແຄບຮໍມູສ (Strait of Hormuz) ເຊິ່ງເປັນເສັ້ນທາງສຳຄັນທີ່ປະມານໜຶ່ງໃນຫ້າຂອງການສົ່ງອອກນ້ຳມັນດິບໂລກຜ່ານ.

ເຖິງວ່າຍັງມີນ້ຳມັນຜ່ານປະມານ 7 ລ້ານບາເຣວຕໍ່ມື້ ແຕ່ຄວາມກັງວົນວ່າການຂົນສົ່ງອາດຖືກລົບກວນຕໍ່ເນື່ອງ ຫຼື ມີການຄວບຄຸມເພີ່ມຂຶ້ນຈາກຝ່າຍອີຣ່ານ ໄດ້ເຮັດໃຫ້ຕະຫຼາດຕື່ນຕົວຢ່າງຫຼວງຫຼາຍ. 

ອີຣ່ານໄດ້ລາຍງານວ່າກຳລັງໃກ້ຈະມີຂໍ້ຕົກລົງກັບໂອມານເພື່ອຈັດການເສັ້ນທາງການຂົນສົ່ງໃນ ຊ່ອງແຄບ ແຕ່ນັກຊື້ຂາຍຍັງກັງວົນວ່າມັນອາດເພີ່ມອຳນາດການຄວບຄຸມຂອງອີຣ່ານຕໍ່ເສັ້ນທາງນີ້ ໃນຂະນະທີ່ຍັງມີຂ່າວວ່າມີການໂຈມຕີກັບທີ່ Saudi Aramco’s Jazan oil refinery ເຊິ່ງເພີ່ມຄວາມກັງວົນຕໍ່ການສະໜອງໃນພາກພື້ນອີກດ້ວຍ. 

ນັກວິເຄາະຈາກທະນາຄານໃຫຍ່ຄາດວ່າຖ້າການລົບກວນການຂົນສົ່ງຍັງຄົງຢູ່ JPMorgan ຄາດວ່າທຸກເດືອນທີ່ລາຄາຖືກກະທົບອາດເພີ່ມປະມານ 7 ຫາ 8 ໂດລາຕໍ່ບາເຣວ ແລະ ຖ້າຍາວເຖິງສາມເດືອນອາດເຮັດໃຫ້ລາຄາ Brent ສະເລ່ຍປະມານ 114 ໂດລາ ໃນຂະນະທີ່ Goldman Sachs ເຕືອນວ່າຖ້າການຂົນສົ່ງຜ່ານ ຊ່ອງແຄບ ຖືກລົບກວນຢ່າງຮຸນແຮງອາດຂຶ້ນເຖິງ 120 ໂດລາຕໍ່ບາເຣວ ເຖິງວ່າບາງຝ່າຍຍັງຄາດວ່າຄວາມຂັດແຍ້ງອາດຜ່ອນຄາຍລົງໃນອະນາຄົດ. 

ໃນ ສປປ ລາວ ລາຄານ້ຳມັນເຊື້ອໄຟຍັງຄົງຢູ່ໃນລະດັບສູງຕາມທ່າອ່ຽງຂອງຕະຫຼາດໂລກ ໂດຍລາຄາຂາຍປໍ້າໃນປັດຈຸບັນ ອັບເດດຫຼ້າສຸດ ໃນວັນທີ 3 ກັນຍາ ນ້ຳມັນ ແອັດຊັງຢູ່ທີ່ປະມານ 31,440 ກີບ/ລິດ.

ໃນຂະນະທີ່ນ້ຳມັນກາຊວນຢູ່ປະມານ 31,820 ກີບ/ລິດ. ຊຶ່ງເປັນລາຄາທີ່ລັດຖະບານປັບປຸງເປັນໄລຍະໆ ໂດຍກະຊວງອຸດສາຫະກຳ ແລະ ການຄ້າຮ່ວມກັບລັດວິສາຫະກິດນ້ຳມັນເຊື້ອໄຟລາວ ເພື່ອສະທ້ອນຕົ້ນທຶນນຳເຂົ້າ ອັດຕາແລກປ່ຽນເງິນກີບ ແລະ ລາຄານ້ຳມັນດິບໂລກ. 

ລາວເປັນປະເທດທີ່ນຳເຂົ້ານ້ຳມັນເກືອບທັງໝົດສ່ວນໃຫຍ່ຈາກໄທ ດັ່ງນັ້ນເມື່ອລາຄານ້ຳມັນດິບໂລກພຸ່ງຂຶ້ນຈາກຄວາມຂັດແຍ້ງໃນພາກພື້ນ ຕາເວັນອອກາງ ແລະ ຊ່ອງແຄບ ມັນຈຶ່ງສົ່ງຜົນກະທົບໂດຍກົງຕໍ່ລາຄາພາຍໃນ ເຖິງວ່າລັດຖະບານພະຍາຍາມຄວບຄຸມ ແລະ ປັບລາຄາເປັນໄລຍະເພື່ອຫຼຸດຜ່ອນຜົນກະທົບຕໍ່ປະຊາຊົນ ແລະ ຂະແໜງຂົນສົ່ງ. 

ລາຄາໃນແຕ່ລະແຂວງອາດແຕກຕ່າງກັນເລັກນ້ອຍຕາມຄ່າຂົນສົ່ງ ແຕ່ໂດຍລວມແລ້ວຢູ່ໃນລະດັບທີ່ສູງກວ່າເມື່ອປຽບທຽບກັບປີກ່ອນ ແລະ ຍັງສູງກວ່າລາຄາສະເລ່ຍໂລກເລັກນ້ອຍ ໂດຍສະເພາະນ້ຳມັນແອັດຊັງ.

#LaoXperts #ລາຄານ້ຳມັນລາວ #ນ້ຳມັນເຊື້ອໄຟ #ສປປລາວ #ລາຄານ້ຳມັນໂລກ #ນ້ຳມັນດິບ #ກີບ #ວຽງຈັນ #ເສດຖະກິດລາວ #ພະລັງງານລາວ

Comments are disabled