ປົກເວັບ 2026 09 01T223441 547

ສ. ເກົາຫຼີ ປະກາດງົບປະມານສູງເປັນປະຫວັດການ ຫວັງຄອງເຈົ້າຕະຫຼາດ AI ແລະ ເຕັກໂນໂລຊີ

ລັດຖະບານ ສ. ເກົາຫຼີ ຫຼື ເກົາຫຼີໃຕ້ ປະກາດງົບປະມານລາຍຈ່າຍປີ 2027 ສູງເປັນປະຫວັດການເຖິງ 5.97 ແສນລ້ານໂດລາ ເພື່ອຍົກລະດັບການລົງທຶນດ້ານປັນຍາປະດິດ (AI) ແລະ ຊິບອັດສະລິຍະ. ການອັດສີດເມັດເງິນມະຫາສານນີ້ແນໃສ່ຮັກສາຄວາມເປັນຜູ້ນຳດ້ານເຕັກໂນໂລຊີຂອງໂລກ ແລະ ກະຕຸ້ນເສດຖະກິດຄັ້ງໃຫຍ່ທ່າມກາງການແຂ່ງຂັນທີ່ດຸເດືອດ. Reuter ລາຍງານ.

ການສະເໜີງົບປະມານມູນຄ່າ 821 ພັນຕື້ວອນດັ່ງກ່າວ ຖືເປັນການເພີ່ມຂຶ້ນເຖິງ 12.8% ຈາກປີ 2026 ເຊິ່ງເປັນການປັບຂຶ້ນແບບປີຕໍ່ປີທີ່ສູງທີ່ສຸດເທົ່າທີ່ເຄີຍມີມາ. ທິດທາງນີ້ສະທ້ອນໃຫ້ເຫັນເຖິງການປ່ຽນແປງນະໂຍບາຍຄັ້ງສຳຄັນຂອງປະທານາທິບໍດີ Lee Jae-myung ທີ່ຫັນມາເນັ້ນການຂະຫຍາຍຕົວທາງການຄັງ ຫຼັງຈາກທີ່ປະເທດໄດ້ໃຊ້ນະໂຍບາຍຮັດສາຍແອວມາຕະຫຼອດ 3 ປີ.

ປັດໄຈສຳຄັນທີ່ເຮັດໃຫ້ເກົາຫຼີໃຕ້ສາມາດອະນຸມັດງົບປະມານໄດ້ມະຫາສານຂະໜາດນີ້ ແມ່ນມາຈາກລາຍຮັບພາສີທີ່ເພີ່ມຂຶ້ນຢ່າງກ້າວກະໂດດຈາກອຸດສາຫະກຳເຊມິຄອນດັກເຕີ ໂດຍສະເພາະບໍລິສັດຍັກໃຫຍ່ຢ່າງ Samsung Electronics ແລະ SK Hynix ທີ່ສ້າງຜົນກຳໄລໄດ້ຢ່າງເປັນກອບເປັນກຳຈາກຄວາມຕ້ອງການຊິບໜ່ວຍຄວາມຈຳປະສິດທິພາບສູງ (HBM) ໃນຍຸກທີ່ AI ກຳລັງຂະຫຍາຍຕົວ ເຊິ່ງຄາດວ່າລາຍຮັບຈາກພາສີອາກອນທັງໝົດໃນປີໜ້າຈະເພີ່ມຂຶ້ນເຖິງ 40.7% ແລະ ສະເພາະພາສີລາຍໄດ້ອົງກອນກໍອາດເພີ່ມຂຶ້ນຫຼາຍກວ່າສອງເທົ່າຕົວເປັນ 216.7 ພັນຕື້ວອນ.

ເຖິງແມ່ນວ່າລັດຖະບານຈະມີລາຍຮັບເພີ່ມຂຶ້ນ ແຕ່ກໍຍັງມີການບໍລິຫານຈັດການໜີ້ສິນຢ່າງເປັນລະບົບ ໂດຍຈະນຳເອົາລາຍຮັບບາງສ່ວນໄປຫຼຸດຜ່ອນການກູ້ຢືມ ເຮັດໃຫ້ຍອດການຂາຍພັນທະບັດລັດຖະບານຫຼຸດລົງ.

ເຖິງຢ່າງໃດກໍຕາມ ອັດຕາຜົນຕອບແທນພັນທະບັດລັດຖະບານອາຍຸ 10 ປີຂອງເກົາຫຼີໃຕ້ຍັງຄົງປັບຕົວສູງຂຶ້ນ 6.5 ເບຊິດພອຍ (Basis points) ແຕະທີ່ລະດັບ 4.378% ເນື່ອງຈາກຕະຫຼາດຄາດຫວັງວ່າລັດຖະບານຈະຫຼຸດການອອກພັນທະບັດລົງຫຼາຍກວ່ານີ້ທ່າມກາງສະຖານະການຕະຫຼາດພັນທະບັດໂລກທີ່ກຳລັງຊະລໍຕົວ.

ນອກຈາກນັ້ນ ແທນທີ່ຈະນຳເງິນພາສີທີ່ເກີນດຸນກວ່າ 162.3 ພັນຕື້ວອນໄປໃຊ້ຈ່າຍໃນໄລຍະສັ້ນ ລັດຖະບານໄດ້ວາງແຜນໄລຍະຍາວໂດຍການສ້າງຕັ້ງ “ກອງທຶນຮັບມືອະນາຄົດ” (Future Response Fund) ເຊິ່ງຈະອັດສີດເງິນ 45.4 ພັນຕື້ວອນໃນປີໜ້າເຂົ້າໃນສະຫວັດດີການຊາວໜຸ່ມ, ຫຼັກສູດການສຶກສາສະເພາະທາງ ແລະ ການສ້າງກຳລັງຂັບເຄື່ອນການເຕີບໂຕໃໝ່ໆ.

ສຳລັບບູລິມະສິດຫຼັກໃນປີ 2027 ແມ່ນການທຸ້ມເງິນກວ່າ 21.3 ພັນຕື້ວອນເຂົ້າໃນລະບົບນ້ຳສຳລັບອຸດສາຫະກຳ, ຕາໜ່າງໄຟຟ້າ ແລະ ລະບົບໂລຈິສຕິກ ເພື່ອສະໜັບສະໜູນໂຄງລ່າງພື້ນຖານການຜະລິດຊິບລຸ້ນໃໝ່ໃຫ້ຄອບຄຸມທົ່ວປະເທດ ພ້ອມທັງຈັດສັນງົບພິເສດອີກ 2.6 ພັນຕື້ວອນສຳລັບເຊມິຄອນດັກເຕີໂດຍສະເພາະ ລວມເຖິງການສະເໜີງົບ 3.4 ພັນຕື້ວອນສຳລັບໂຄງການກຳປັ່ນດຳນ້ຳພະລັງງານນິວເຄຼຍ ແລະ ອາວຸດຍຸດທະສາດອື່ນໆ.

ຢ່າງໃດກໍຕາມ ງົບປະມານທັງໝົດນີ້ຍັງຕ້ອງລໍຖ້າການອະນຸມັດຈາກລັດຖະສະພາ ໃນຂະນະທີ່ ປະທານາທິບໍດີ ໄດ້ອອກມາໃຫ້ຂໍ້ສັງເກດວ່າ ເສດຖະກິດໃນປັດຈຸບັນກຳລັງຢູ່ໃນຈຸດທີ່ການປັບຂຶ້ນອັດຕາດອກເບ້ຍເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ເຊິ່ງອາດສົ່ງຜົນກະທົບຕໍ່ການເຕີບໂຕ ແລະ ສ້າງພາລະໜັກໃຫ້ກັບຄົວເຮືອນທີ່ອ່ອນແອທີ່ຕ້ອງປະເຊີນກັບຕົ້ນທຶນການກູ້ຢືມທີ່ສູງຂຶ້ນ.

#LaoXperts #SouthKorea #AI #Semiconductor #TechNews #ເສດຖະກິດໂລກ #ເກົາຫຼີໃຕ້ #ເທັກໂນໂລຊີ

Comments are disabled