ປົກເວັບ 2026 09 01T084350 081

ໄທກຽມຍົກລະດັບຄວບຄຸມຕະຫຼາດຄຳທັງລະບົບ ເພື່ອສະກັດກັ້ນ ແລະ ຕິດຕາມເສັ້ນທາງ “ທຶນສີເທົາ”

ກະຊວງການເງິນໄທ ເດີນໜ້າຮ່າງກອບລະບຽບການຄຸ້ມຄອງຕະຫຼາດຄຳຄົບວົງຈອນ ເພື່ອຕິດຕາມເສັ້ນທາງເງິນ ແລະ ສະກັດກັ້ນບໍ່ໃຫ້ກຸ່ມທຶນສີເທົາ ຫຼື ມິດສາຊີບໃຊ້ເປັນຊ່ອງທາງຟອກເງິນ, ພ້ອມເນັ້ນຍົກລະດັບຄວາມໂປ່ງໃສ ໂດຍບໍ່ສ້າງຜົນກະທົບ ຫຼື ເພີ່ມພາລະເກີນຄວນຕໍ່ຜູ້ປະກອບການທີ່ດຳເນີນທຸລະກິດຢ່າງຖືກຕ້ອງຕາມກົດໝາຍ.

ທ່ານ ວິນິດ ວິເສດສຸວັນນະພູມ, ຜູ້ອຳນວຍການສຳນັກງານເສດຖະກິດການຄັງ (FPO) ເປີດເຜີຍວ່າ ປັດຈຸບັນຕະຫຼາດຄຳໃນໄທກຳລັງປະເຊີນກັບສອງບັນຫາຫຼັກທີ່ຕ້ອງເລັ່ງແກ້ໄຂ ຄື ການຂາດອົງກອນທີ່ກຳກັບດູແລໂດຍກົງ ແລະ ພາກລັດຍັງຂາດເຄື່ອງມືໃນການເຂົ້າເຖິງຂໍ້ມູນທຸລະກຳທີ່ຄົບຖ້ວນ ເຮັດໃຫ້ເກີດຊ່ອງຫວ່າງໃນການກວດສອບທີ່ມາ-ທີ່ໄປຂອງເງິນ ຕະຫຼອດຈົນເຖິງການພິສູດວ່າເງິນທີ່ໄຫຼເຂົ້າສູ່ລະບົບການເງິນນັ້ນຖືກປ່ຽນໄປເປັນຄຳແທ່ງຫຼືບໍ່.

ດັ່ງນັ້ນ, ທາງການຈຶ່ງກຽມເຊື່ອມໂຍງຂໍ້ມູນທຸລະກຳການເງິນເຂົ້າກັບການຊື້-ຂາຍ, ການນຳເຂົ້າ ແລະ ການສົ່ງມອບຄຳແທ່ງຕົວຈິງ ເພື່ອຊ່ວຍໃຫ້ເຈົ້າໜ້າທີ່ສາມາດຕິດຕາມເສັ້ນທາງເງິນໄດ້ຕັ້ງແຕ່ຕົ້ນທາງຈົນຮອດປາຍທາງ.

ມາດຕະການດັ່ງກ່າວຈະເປັນການເຮັດວຽກຮ່ວມກັນ ແລະ ເສີມປະສິດທິພາບໃຫ້ແກ່ສຳນັກງານປ້ອງກັນ ແລະ ປາບປາມການຟອກເງິນ (ປປງ./AMLO) ລວມທັງທະນາຄານແຫ່ງປະເທດໄທ ໂດຍຈະຄອບຄຸມທັງການຊື້-ຂາຍຜ່ານໜ້າຮ້ານ ແລະ ຊ່ອງທາງອອນລາຍໃຫ້ເປັນມາດຕະຖານດຽວກັນ ເນື່ອງຈາກທຸລະກຳທັງສອງຮູບແບບມັກມີຄວາມເຊື່ອມໂຍງກັນຢ່າງໃກ້ຊິດ.

ສຳລັບປະເດັນເລື່ອງການເກັບພາສີທຸລະກິດສະເພາະນັ້ນ ເປັນພຽງໜຶ່ງໃນເຄື່ອງມືທີ່ອາດນຳມາໃຊ້ເພື່ອຊ່ວຍໃນການຕິດຕາມຂໍ້ມູນເທົ່ານັ້ນ ບໍ່ແມ່ນເປົ້າໝາຍຫຼັກໃນການສ້າງລາຍຮັບເຂົ້າລັດ. ທັງນີ້, ກະຊວງການເງິນຈະເປີດຮັບຟັງຄວາມຄິດເຫັນຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອກຳນົດມາດຕະການທີ່ອຸດຊ່ອງຫວ່າງທາງກົດໝາຍໄດ້ຢ່າງແທ້ຈິງ ໂດຍບໍ່ສ້າງຄວາມເສຍຫາຍຕໍ່ອຸດສາຫະກຳຄຳໂດຍລວມ.

#LaoXperts #ເສດຖະກິດໄທ #ຕະຫຼາດຄຳ #ສະກັດທຶນສີເທົາ #ຕ້ານການຟອກເງິນ #ຂ່າວເສດຖະກິດ #ການເງິນໄທ

Comments are disabled