ປົກເວັບ 2026 08 27T091547 338

ຊັອກ! ນໍ້າຖ້ວມຊຸ-ດິນຖະຫຼົ່ມເນປານ ກືນຊີວິດນັກທ່ອງທ່ຽວ ຊາວບ້ານກວ່າ 150 ຄົນ ສູນຫາຍອີກຫຼາຍຮ້ອຍຄົນ

ເກີດເຫດນໍ້າຖ້ວມຊຸ ແລະ ດິນເຈື່ອນຄັ້ງຮ້າຍແຮງບໍລິເວນຊາຍແດນເນປານ-ທິເບດ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 150 ຄົນ ແລະ ນັກທ່ອງທ່ຽວພ້ອມທັງປະຊາຊົນຫາຍສາບສູນຫຼາຍຮ້ອຍຄົນ, ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ, ຊັບສິນ ແລະ ພື້ນຖານໂຄງລ່າງຕາມລວງຍາວຂອງແມ່ນໍ້າສາຍຫຼັກ.

ເຫດການໄພພິບັດທາງທຳມະຊາດຄັ້ງໃຫຍ່ນີ້ໄດ້ເກີດຂຶ້ນຢູ່ບໍລິເວນພູເຂົາລະຫວ່າງປະເທດຈີນ ແລະ ເນປານ, ເຊິ່ງມີພາບຈາກກ້ອງວົງຈອນປິດເຜີຍໃຫ້ເຫັນວິນາທີຊີວິດຂອງປະຊາຊົນທີ່ພາກັນແລ່ນໜີເອົາຕົວລອດຈາກກຳແພງຕົມ ແລະ ຫີນທີ່ຖະລົ່ມລົງມາຢ່າງຮຸນແຮງ. ກະແສນ້ຳປ່າທີ່ໄຫຼຊັດທະລົ່ມຕາມມາມີຄວາມສູງເຖິງ 20 ຟຸດ ໄດ້ກືນກິນທຸກສິ່ງທຸກຢ່າງທີ່ຂວາງໜ້າ, ສົ່ງຜົນໃຫ້ແມ່ນ້ຳ ໂພເຕ ໂກຊີ (Bay Koshi) ໄຫຼຊັດເຂົ້າຖະລົ່ມເມືອງ ຣາຊົວ (Rasua) ຢ່າງໜັກໜ່ວງ ແລະ ໄດ້ທຳລາຍເຮືອນຊານ, ຂົວ, ຖະໜົນຫົນທາງ, ໂຮງຮຽນ ຕະຫຼອດຮອດໂຄງລ່າງພື້ນຖານເຂື່ອນໄຟຟ້ານ້ຳຕົກເປັນຈຳນວນຫຼວງຫຼາຍ.

ເຫດໄພພິບັດຄັ້ງນີ້ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ເຂດເສັ້ນທາງຍ່າງປ່າ ແລະ ແຫຼ່ງສະແຫວງບຸນຊື່ດັງ ໂດຍຄະນະກຳມະການທ່ອງທ່ຽວເນປານເປີດເຜີຍວ່າມີນັກທ່ອງທ່ຽວຕ່າງຊາດຫາຍສາບສູນເປັນຈຳນວນຫຼາຍ ທັງຈາກອິນເດຍຫຼາຍກວ່າ 100 ຄົນ, ສະຫະລັດອາເມຣິກາ 54 ຄົນ, ອົດສະຕຣາລີ 34 ຄົນ, ອັງກິດ 33 ຄົນ ແລະ ຊາວເນປານອີກຫຼາຍກວ່າ 100 ຄົນ. 

ຂະນະດຽວກັນ ທາງຝັ່ງເຂດປົກຄອງຕົນເອງທິເບດຂອງຈີນ ກໍມີລາຍງານຜູ້ເສຍຊີວິດ 3 ຄົນ ແລະ ຫາຍສາບສູນອີກ 265 ຄົນ ພາຍຫຼັງມວນນໍ້າ ແລະ ຂີ້ຕົມມະຫາສານໄດ້ພັດຖະຫຼົ່ມອາຄານດ່ານຊາຍແດນ, ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດ, ທະຫານ ແລະ ຄົນງານໄຟຟ້າຈຳນວນຫຼາຍສູນຫາຍໄປກັບສາຍນໍ້າ ທ່າມກາງຄວາມໂສກເສົ້າຂອງຜູ້ລອດຊີວິດທີ່ຕ້ອງເຫັນຄອບຄົວຖືກພັດໄປຕໍ່ໜ້າຕໍ່ຕາ.

ດ້ານສາເຫດຂອງມະຫັນຕະໄພ, ເຖິງວ່າໃນເບື້ອງຕົ້ນຈະມີຂໍ້ສັນນິຖານເລື່ອງແຜ່ນດິນໄຫວ ແຕ່ອົງການສຳຫຼວດທໍລະນີວິທະຍາສະຫະລັດ (USGS) ໄດ້ຢືນຢັນວ່າ ແຮງສັ່ນສະເທືອນທຽບເທົ່າແຜ່ນດິນໄຫວຂະໜາດ 5.2 ນັ້ນ ເກີດມາຈາກແຮງກະທົບຂອງກ້ອນນໍ້າກ້ອນ ແລະ ຫີນຂະໜາດຍັກທີ່ພັງທະລາຍລົງມາຈາກໜ້າຜາສູງ ລົງສູ່ແມ່ນໍ້າສາຂາ Lhende Khola. 

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກຸ່ມນັກວິທະຍາສາດສາກົນວິເຄາະວ່າ ວິກິດການປ່ຽນແປງຂອງສະພາບດິນຟ້າອາກາດເຮັດໃຫ້ອຸນຫະພູມເທິງເທືອກເຂົາຫິມາໄລສູງຂຶ້ນ, ນໍ້າກ້ອນທີ່ລະລາຍໄດ້ແຊກຊຶມເຂົ້າຕາມຮອຍແຕກຈົນເຮັດໃຫ້ໂຄງສ້າງພູເຂົາອ່ອນແອລົງ, ເມື່ອເກີດການພັງທະລາຍລົງມາປະສານກັບດິນຕະກອນທີ່ອີ່ມນໍ້າໃນລະດູມໍລະສຸມ ຈຶ່ງກາຍເປັນຄື້ນຍັກໂຄນຕົມທີ່ໄຫຼຊັດກືນກິນບ້ານເຮືອນ, ຂົວ ແລະ ເສັ້ນທາງຢ່າງຮຸນແຮງ ໂດຍຕັດປະເດັນເລື່ອງທະເລສາບນໍ້າກ້ອນແຕກ ຫຼື ຝົນຕົກໜັກຜິດປົກກະຕິອອກໄປ ເນື່ອງຈາກພາບຖ່າຍດາວທຽມບໍ່ພົບຫຼັກຖານດັ່ງກ່າວໃນບໍລິເວນຕົ້ນນໍ້າ.

ຂໍ້ມູນ: CBS, BBC

#LaoX #ຂ່າວດ່ວນ #ໄພພິບັດເນປານ #ນໍ້າຖ້ວມຊາຍແດນທິເບດ #ພາວະໂລກຮ້ອນ #ClimateChange #NepalFlood

Comments are disabled