ປົກເວັບ 2026 08 27T104037 156

Meta ຍອມຈ່າຍ 18,000 ລ້ານໂດລາ ປິດຄະດີເດັກເສບຕິດໂຊຊຽວໃນອາເມຣິກາ

ບໍລິສັດ Meta ຍອມຈ່າຍເງິນກວ່າ 18,000 ລ້ານໂດລາສະຫະລັດ ເພື່ອຍຸຕິຄະດີໃນອາເມຣິກາ ທີ່ຖືກກ່າວຫາວ່າອອກແບບແພລດຟອມໃຫ້ເດັກເສບຕິດ. ຂໍ້ຕົກລົງນີ້ມຸ່ງເປົ້າຈຳກັດການນຳໃຊ້ຂອງໄວລຸ້ນຢ່າງເຂັ້ມງວດ ເຊິ່ງຈະກາຍເປັນມາດຕະຖານໃໝ່ທີ່ສ້າງແຮງກະເທືອນໃຫ້ກັບວົງການໂຊຊຽວມີເດຍທົ່ວໂລກໃນການປົກປ້ອງເຍົາວະຊົນ.

ສຳນັກຂ່າວບີບີຊີລາຍງານວ່າ ພາຍໃຕ້ຂໍ້ຕົກລົງປະນີປະນອມຍອມຄວາມນີ້ Meta ເຊິ່ງເປັນເຈົ້າຂອງ Facebook ແລະ Instagram ຈະຕ້ອງດຳເນີນມາດຕະການຢ່າງເຄັ່ງຄັດໃນໄລຍະ 10 ປີຕໍ່ໜ້າ ໂດຍຈຳກັດເວລາການນຳໃຊ້ຂອງໄວລຸ້ນໄວ້ພຽງ 2 ຊົ່ວໂມງຕໍ່ມື້ ພ້ອມທັງບລັອກການເຂົ້າເຖິງແພລດຟອມຕັ້ງແຕ່ເວລາທ່ຽງຄືນຈົນເຖິງ 6 ໂມງເຊົ້າ ຍົກເວັ້ນຈະໄດ້ຮັບຄວາມຍິນຍອມຈາກຜູ້ປົກຄອງ. 

ນອກຈາກນີ້ ຍັງມີການປິດການແຈ້ງເຕືອນ (Push Notification) ສ່ວນໃຫຍ່ໃນຊ່ວງເວລາຮຽນຕັ້ງແຕ່ 08:00 ໂມງ ຫາ 15:00 ໂມງ ແລະ ເພີ່ມມາດຕະການປ້ອງກັນບໍ່ໃຫ້ເດັກເຂົ້າເຖິງເນື້ອຫາທີ່ຈຳກັດອາຍຸຢ່າງເດັດຂາດ. 

ຂໍ້ຕົກລົງດັ່ງກ່າວຈະຊ່ວຍຍຸຕິການພິຈາລະນາຄະດີໃນສານລັດຖະບານກາງ ທີ່ກ່າວຫາວ່າຜະລິດຕະພັນຂອງບໍລິສັດເປັນອັນຕະລາຍຕໍ່ເດັກ ແລະ ຫຼອກລວງສາທາລະນະຊົນເລື່ອງຄວາມປອດໄພ.

ເຖິງແມ່ນວ່າ Meta ຈະປະຕິເສດວ່າຕົນບໍ່ໄດ້ເຮັດຜິດ ແລະ ຂໍ້ຕົກລົງນີ້ກໍບໍ່ໄດ້ບັງຄັບໃຫ້ບໍລິສັດຕ້ອງຍົກເລີກລະບົບການແນະນຳເນື້ອຫາສະເພາະບຸກຄົນ ຫຼື ການໂຄສະນາແບບກຳນົດເປົ້າໝາຍກໍຕາມ ແຕ່ເງິນຊົດເຊີຍຈຳນວນມະຫາສານນີ້ກໍຖືເປັນມູນຄ່າທີ່ສູງຫຼາຍ ເຊິ່ງຄິດເປັນກຳໄລຂອງບໍລິສັດປະມານ 3-4 ເດືອນ. 

ເງິນຈຳນວນນີ້ຈະຖືກແບ່ງຈ່າຍໃຫ້ກັບ 47 ລັດທົ່ວອາເມຣິກາ ລວມເຖິງພື້ນທີ່ອື່ນໆທີ່ກ່ຽວຂ້ອງ ໂດຍບາງລັດຈະກັນເງິນສ່ວນໜຶ່ງໄວ້ສຳລັບແກ້ໄຂບັນຫາສຸຂະພາບຈິດຂອງເດັກໂດຍສະເພາະ. 

ອີກທັງ ບໍລິສັດຍັງຕ້ອງຈ່າຍເງິນອີກ 459 ລ້ານໂດລາສະຫະລັດ ເພື່ອຍຸຕິຂໍ້ຮຽກຮ້ອງກ່ຽວກັບການລະເມີດຄວາມເປັນສ່ວນຕົວໃນຄະດີ Cambridge Analytica ໃນອະດີດອີກດ້ວຍ.

ນັກຊ່ຽວຊານດ້ານກົດໝາຍມອງວ່າ ເຫດການນີ້ຄືເລື່ອງໃຫຍ່ ແລະ ເປັນຈຸດປ່ຽນສຳຄັນຂອງອຸດສາຫະກຳເຕັກໂນໂລຊີ ທີ່ບໍ່ພຽງແຕ່ຈະປ່ຽນແປງປະສົບການການນຳໃຊ້ຂອງຜູ້ໃຊ້ງານໄວລຸ້ນເທົ່ານັ້ນ ແຕ່ຍັງເປັນການສ້າງແຮງກົດດັນອັນມະຫາສານໃຫ້ກັບບໍລິສັດອື່ນໆ ໃຫ້ຕ້ອງປັບປ່ຽນແນວທາງການດຳເນີນທຸລະກິດຂອງຕົນ. 

ມາດຕະການເຫຼົ່ານີ້ອາດມີຄວາມເຂັ້ມງວດຫຼາຍຂຶ້ນໃນອະນາຄົດ ຫາກແພລດຟອມອື່ນໆ ເຊັ່ນ Snapchat, TikTok ແລະ YouTube ນຳເອົາຂໍ້ກຳນົດທີ່ຄ້າຍຄືກັນນີ້ມາບັງຄັບໃຊ້ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານທົ່ວໂລກ ທີ່ກຳລັງເລັ່ງມືຈຳກັດການເຂົ້າເຖິງເນື້ອຫາອອນລາຍທີ່ເປັນອັນຕະລາຍ ເພື່ອສ້າງສະພາບແວດລ້ອມທີ່ປອດໄພ ແລະ ສ້າງສັນສຳລັບອະນາຄົດຂອງຊາດຢ່າງແທ້ຈິງ.

#LaoX #Meta #Facebook #Instagram #SocialMediaAddiction #ຂ່າວໄອທີ #ເຕັກໂນໂລຊີ #ປົກປ້ອງເຍົາວະຊົນ

Comments are disabled