ປົກເວັບ 2026 08 24T111010 552

ຫຸ່ນຍົນຈີນ ທຸບສະຖິຕິແລ່ນ 100 ແມັດ ໄວກວ່າ “ຢູເຊນ ໂບ້” ດັນມູນຄ່າອຸດສາຫະກຳ AI 

ການພັດທະນາປັນຍາປະດິດຂອງຈີນກ້າວຂ້າມຂີດຈຳກັດຂອງມະນຸດ ຫຼັງຫຸ່ນຍົນຮິວແມນນອຍດ໌ສ້າງປະຫວັດສາດແລ່ນ 100 ແມັດ ດ້ວຍເວລາພຽງ 9.39 ວິນາທີ ໄວກວ່າສະຖິຕິໂລກ. ຄວາມສຳເລັດນີ້ເປັນການຍູ້ແຮງຍຸດທະສາດການຂັບເຄື່ອນເສດຖະກິດໃໝ່ຂອງຈີນ ທີ່ຕັ້ງເປົ້າໃຫ້ຫຸ່ນຍົນກາຍເປັນກຳລັງສຳຄັນໃນທຸກພາກສ່ວນການຜະລິດ.

ສຳນັກຂ່າວ Reuters ລາຍງານເຖິງເຫດການສຸດຕື່ນເຕັ້ນໃນຮອບຄັດເລືອກການແຂ່ງຂັນ World Humanoid Robot Games ທີ່ນະຄອນຫຼວງປັກກິ່ງ ເມື່ອວັນທີ 22 ສິງຫາ ທີ່ຜ່ານມາ ເມື່ອຫຸ່ນຍົນ “ທຽນກົງ ອັນຕຣາ” (Tiangong Ultra) ຈາກສູນນະວັດຕະກຳຫຸ່ນຍົນຮິວແມນນອຍດ໌ປັກກິ່ງ ໄດ້ເລັ່ງຄວາມໄວແຊງໜ້າຫຸ່ນຍົນ “ໄລຕ໌ນິງ” (Lightning) ຈາກຄ້າຍ Honor ເຂົ້າເສັ້ນໄຊໄປດ້ວຍເວລາ 9.39 ວິນາທີ ຂະນະທີ່ ໄລຕ໌ນິງ ເຮັດເວລາໄດ້ 9.47 ວິນາທີ. 

ທັງສອງສະຖິຕິນີ້ລ້ວນແຕ່ທຳລາຍສະຖິຕິໂລກ 9.58 ວິນາທີ ທີ່ ຢູເຊນ ໂບ້ (Usain Bolt) ເຄີຍເຮັດໄວ້ໃນການແຂ່ງຂັນແລ່ນຊິງແຊັມໂລກປີ 2009. 

ຢ່າງໃດກໍຕາມ ເມື່ອຮອດເສັ້ນໄຊ ຫຸ່ນຍົນທັງສອງໄດ້ພຸ່ງຕຳເບາະຮອງຮັບຄວາມໄວຢ່າງແຮງຈົນ ທຽນກົງ ເສຍຫຼັກລົ້ມກະເດັນອອກນອກລູ່ ເຮັດໃຫ້ຜູ້ຊົມຕ້ອງຫຼົບກັນວຸ້ນວາຍ ສ່ວນ ໄລຕ໌ນິງ ນັ້ນເຖິງຂັ້ນລົ້ມລົງພື້ນ ແລະ ຕ້ອງຖືກຫາມອອກໄປ. 

ເຖິງຢ່າງນັ້ນ ນີ້ກໍຖືເປັນການພັດທະນາແບບກ້າວກະໂດດເມື່ອທຽບກັບການແຂ່ງຂັນປີທຳອິດ ທີ່ ທຽນກົງ ອັນຕຣາ ຄວ້າແຊັມດ້ວຍເວລາ 21.50 ວິນາທີ. ກ່ອນໜ້ານີ້ ທີມວິໄຈໄດ້ປັບແຕ່ງ ໄລຕ໌ນິງ ໃຫ້ມີຊ່ວງຂາຍາວຂຶ້ນອີກ 10 ຊັງຕີແມັດ ເພື່ອກຽມພ້ອມສຳລັບງານນີ້ ເຊິ່ງເຄີຍເຮັດເວລາຕອນທົດສອບໄດ້ເຖິງ 9.32 ວິນາທີ ແລະ ຍັງເປັນແຊັມຮາຟມາຣາທອນສຳລັບຫຸ່ນຍົນທີ່ໄວກວ່ານັກແລ່ນລະດັບ ອີລິດ ອີກດ້ວຍ.

ໃນມິຕິທາງເສດຖະກິດ ລັດຖະບານຈີນພວມເລັ່ງຊຸກຍູ້ໃຫ້ອຸດສາຫະກຳຫຸ່ນຍົນຮິວແມນນອຍດ໌ກາຍເປັນອຸດສາຫະກຳເກີດໃໝ່ທາງຍຸດທະສາດ ໂດຍຜູ້ກຳນົດນະໂຍບາຍ ແລະ ພາກເອກະຊົນຕ່າງເດີມພັນວ່າ ຄວາມກ້າວໜ້າດ້ານປັນຍາປະດິດ (AI) ແລະ ຮາດແວ ຈະຊ່ວຍເລັ່ງໃຫ້ເກີດການນຳໃຊ້ຫຸ່ນຍົນໃນວົງກວ້າງ ທັງໃນພາກການຜະລິດ, ລະບົບໂລຈິສຕິກ ແລະ ແອັບພລິເຄຊັນສຳລັບຜູ້ບໍລິໂພກ. 

ຄວາມຕື່ນຕົວຂອງນັກລົງທຶນໃນອຸດສາຫະກຳນີ້ສະທ້ອນໃຫ້ເຫັນຢ່າງຊັດເຈນ ເມື່ອຫຸ້ນຂອງ Unitree ບໍລິສັດຜູ້ຜະລິດຫຸ່ນຍົນຊື່ດັງຂອງຈີນ ພຸ່ງຂຶ້ນກວ່າ 5 ເທົ່າໃນການເປີດຊື້ຂາຍມື້ທຳອິດ ດັນມູນຄ່າບໍລິສັດແຕະລະດັບ 5 ໝື່ນລ້ານໂດລາສະຫະລັດ.

 ສຳລັບງານ World Humanoid Robot Games ປີນີ້ ກວມເອົາການແຂ່ງຂັນເຖິງ 51 ລາຍການ ສະທ້ອນເຖິງແນວໂນ້ມການເຕີບໂຕຂອງອຸດສາຫະກຳຢ່າງຊັດເຈນ ໂດຍມີຫຸ່ນຍົນເຂົ້າຮ່ວມຫຼາຍເຖິງ 2,056 ຕົວ ຈາກ 666 ທີມ ໃນ 16 ປະເທດທົ່ວໂລກ ເຊິ່ງເພີ່ມຂຶ້ນຢ່າງກ້າວກະໂດດຈາກທີ່ມີພຽງ 280 ທີມໃນການຈັດງານປີທຳອິດ.

#LaoX #ຫຸ່ນຍົນAI #ເທັກໂນໂລຊີຈີນ #TiangongUltra #ປັນຍາປະດິດ #ອຸດສາຫະກຳອະນາຄົດ

Comments are disabled