ປົກເວັບ 2026 08 17T101559 095

ສຳນັກຂ່າວ Reuter ລາຍງານ ສະຫະລັດກຽມຍື່ນຄຳຂາດໃຫ້ປະເທດພັນທະມິດຕັດສິນໃຈເລືອກຂ້າງໃນສົງຄາມເຕັກໂນໂລຊີ AI ລະຫວ່າງວໍຊິງຕັນແລະປັກກິ່ງ ເພື່ອຕັດກຳລັງຊັບພະຍາກອນຂອງຈີນ. 

ຄວາມເຄັ່ງຕຶງນີ້ອາດສ້າງແຮງສັ່ນສະເທືອນຕໍ່ລະບົບຕ່ອງໂສ້ການຜະລິດທົ່ວໂລກ ແລະ ບີບບັງຄັບໃຫ້ຫຼາຍຊາດຕ້ອງປະເຊີນກັບການຕັດສິນໃຈທີ່ຍາກລຳບາກໃນຍຸກແຫ່ງການແຂ່ງຂັນທາງເຕັກໂນໂລຊີທີ່ດຸເດືອດ.

ອີງຕາມເອກະສານຮ່າງພາຍໃນທີ່ເປີດເຜີຍໂດຍສຳນັກຂ່າວ Reuters, ລັດຖະບານວໍຊິງຕັນກຳລັງກຽມແຈ້ງໃຫ້ຫຼາຍສິບປະເທດຊາບວ່າ ພວກເຂົາຈະຖືກຕັດສິດອອກຈາກກຸ່ມພັນທະມິດ AI ທີ່ນຳໂດຍສະຫະລັດ ຖ້າຫາກຍັງຄົງເຂົ້າຮ່ວມໂຄງການຮ່ວມມືແບບດຽວກັນຂອງປັກກິ່ງ. 

ເມື່ອປີກາຍນີ້ ສະຫະລັດໄດ້ເປີດຕົວຂໍ້ລິເລີ່ມ “Pax Silica” ເພື່ອຮັບປະກັນຄວາມໝັ້ນຄົງຂອງລະບົບຕ່ອງໂສ້ການສະໜອງສຳລັບໂມເດວ AI, ເຊມິຄອນດັກເຕີ ແລະ ແຮ່ທາດສຳຄັນຕ່າງໆ ເຊິ່ງປະຈຸບັນມີປະມານ 24 ປະເທດເຂົ້າຮ່ວມ ລວມເຖິງພັນທະມິດຫຼັກເຊັ່ນ: ຍີ່ປຸ່ນ, ອົດສະຕຣາລີ, ເກົາຫຼີໃຕ້. 

ແນວໃດກໍຕາມ ບັນຫາໄດ້ເກີດຂຶ້ນເມື່ອກາຊັກສະຖານ ເຊິ່ງເປັນແຫຼ່ງແຮ່ທາດສຳຄັນຂອງໂລກ ແລະ ເປັນສະມາຊິກຂອງ Pax Silica ໄດ້ຕັດສິນໃຈເຂົ້າຮ່ວມ “ອົງການຮ່ວມມືປັນຍາປະດິດໂລກ” ທີ່ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ກໍ່ຕັ້ງຂຶ້ນໃນເດືອນກໍລະກົດຜ່ານມາ ເພື່ອທ້າທາຍອິດທິພົນຂອງສະຫະລັດ ເຊິ່ງເຫດການນີ້ໄດ້ສ້າງຄວາມກັງວົນຢ່າງໜັກໃຫ້ແກ່ວໍຊິງຕັນ.

ຮ່າງຈົດໝາຍຂອງກະຊວງການຕ່າງປະເທດສະຫະລັດ ທີ່ກຽມສົ່ງເຖິງ 35 ປະເທດທີ່ລົງນາມໃນ “ຖະແຫຼງການໂອກາດດ້ານ AI” ໄດ້ລະບຸຢ່າງຊັດເຈນວ່າ ການເປັນສ່ວນໜຶ່ງຂອງທຸກຢ່າງເທົ່າກັບການບໍ່ເປັນສ່ວນໜຶ່ງຂອງຫຍັງເລີຍ ໂດຍເນັ້ນໜັກວ່າການເຂົ້າຮ່ວມ Pax Silica ບໍ່ແມ່ນພຽງແຕ່ການສະໝັກສະມາຊິກ ແຕ່ເປັນການໃຫ້ຄຳໝັ້ນສັນຍາ. 

ຈົດໝາຍດັ່ງກ່າວຮຽກຮ້ອງໃຫ້ບັນດາປະເທດຕັດສິນໃຈຢ່າງເດັດຂາດ ໂດຍຊີ້ໃຫ້ເຫັນວ່າ ປະເທດຕ່າງໆບໍ່ສາມາດເປັນຮຸ້ນສ່ວນທີ່ໜ້າເຊື່ອຖືໃນລະບົບນິເວດເຕັກໂນໂລຊີໜຶ່ງ ໄປພ້ອມໆກັບການສະໜັບສະໜູນວິໄສທັດການແຂ່ງຂັນທີ່ອອກແບບມາໂດຍຈີນໄດ້. 

ເປົ້າໝາຍສູງສຸດຂອງສະຫະລັດຄືການດຶງພັນທະມິດໃຫ້ຫັນມາຮ່ວມມືໃນໂຄງການຮ່ວມ ແລະ ມາດຕະການຄວບຄຸມການສົ່ງອອກ ເພື່ອຫຼຸດຜ່ອນການເພິ່ງພາອາໄສຄູ່ແຂ່ງໃນດ້ານແຮ່ທາດສຳຄັນ, ໂມເດວ AI ແລະ ຊິບເຊມິຄອນດັກເຕີ ພ້ອມທັງຕັດຊັບພະຍາກອນຂອງຈີນໃນການແຂ່ງຂັນສ້າງ AI ຂັ້ນສູງ ທີ່ອາດຖືກນຳໃຊ້ເພື່ອຄວາມເໜືອກວ່າທາງດ້ານເສດຖະກິດ ແລະ ການທະຫານ.

ການແຂ່ງຂັນທາງເຕັກໂນໂລຊີລະຫວ່າງສອງມະຫາອຳນາດພວມກ້າວເຂົ້າສູ່ຈຸດປ່ຽນສຳຄັນ ໃນຂະນະທີ່ໂມເດວ AI ຂອງຈີນກຳລັງພັດທະນາຢ່າງກ້າວກະໂດດເພື່ອທຽບຊັ້ນກັບລະບົບຂອງບໍລິສັດສະຫະລັດເຊັ່ນ OpenAI ແລະ Anthropic ປະກອບກັບຄວາມສາມາດທີ່ເພີ່ມຂຶ້ນຂອງເຕັກໂນໂລຊີນີ້ ລວມເຖິງການເຈາະລະບົບແບບອັດຕະໂນມັດ ທີ່ເຮັດໃຫ້ທົ່ວໂລກຕ້ອງຫັນມາຕື່ນຕົວ.

ໃນຂະນະດຽວກັນ ຈີນກໍໄດ້ນຳໃຊ້ການຜູກຂາດແຮ່ທາດສຳຄັນເປັນອາວຸດຕອບໂຕ້ໃນສົງຄາມພາສີທີ່ເລີ່ມຕົ້ນໂດຍປະທານາທິບໍດີ ໂດນັລ ທຣຳ, ເຊິ່ງກຳລັງເລັ່ງຊອກຫາແຫຼ່ງແຮ່ທາດພາຍໃນ ແລະ ຈາກພັນທະມິດທົດແທນ. 

ເຖິງແມ່ນວ່າກະຊວງການຕ່າງປະເທດສະຫະລັດຈະປະຕິເສດໃຫ້ຄວາມເຫັນກ່ຽວກັບເອກະສານທີ່ຫຼຸດອອກມານີ້, ແຕ່ສະຖານທູດຈີນປະຈຳວໍຊິງຕັນໄດ້ອອກມາຕອບໂຕ້ວ່າ ການນຳເອົາເລື່ອງການຄ້າ ແລະ ເຕັກໂນໂລຊີມາເປັນປະເດັນທາງການເມືອງ ຈະມີແຕ່ກີດຂວາງຄວາມກ້າວໜ້າຂອງ AI ໃນລະດັບໂລກ ແລະ ບໍ່ເປັນຜົນດີຕໍ່ຝ່າຍໃດເລີຍ, ໃນຂະນະທີ່ສະຖານທູດກາຊັກສະຖານຍັງບໍ່ທັນມີການຕອບຮັບໃດໆຕໍ່ເຫດການນີ້.

#LaoX #ສົງຄາມເຕັກໂນໂລຊີ #AI #ປັນຍາປະດິດ #ສະຫະລັດອາເມຣິກາ #ຈີນ #PaxSilica #ພູມສາດການເມືອງ #TechWar

Comments are disabled