ປົກເວັບ 2026 08 17T142904 051

ບົດລາຍງານສະຫຼຸບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຊຶ່ງສະເໜີໂດຍ ທ່ານ ນ. ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຜູ້ປະຈຳການເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໄດ້ສະແດງໃຫ້ເຫັນເຖິງພາບລວມດ້ານເສດຖະກິດມະຫາພາກ ແລະ ຕົວເລກການລົງທຶນຂອງ ສປປ ລາວ ທີ່ມີການຂະຫຍາຍຕົວຢ່າງກ້າວກະໂດດ. 

ບົດລາຍງານດັ່ງກ່າວ ໄດ້ຊີ້ໃຫ້ເຫັນເຖິງຜົນສຳເລັດອັນພົ້ນເດັ່ນໃນໄລຍະ 5 ປີຜ່ານມາ ພ້ອມທັງກຳນົດທິດທາງຍຸດທະສາດການລົງທຶນໃໝ່ ມຸ່ງສູ່ການສ້າງເສດຖະກິດເອກະລາດ ແລະ ຍືນຍົງ.  

ອີງຕາມບົດລາຍງານ, ການດຶງດູດການລົງທຶນຂອງພາກເອກະຊົນໃນໄລຍະ 5 ປີ (2021-2025) ປະຕິບັດໄດ້ເຖິງ 266,494 ຕື້ກີບ ເຊິ່ງລື່ນຄາດໝາຍເຖິງ 266% ຂອງແຜນການທີ່ຕັ້ງໄວ້ພຽງ 100,000 ຕື້ກີບ. 

ຕົວເລກການອະນຸມັດໂຄງການສຳປະທານ ແລະ ກິດຈະການຄວບຄຸມມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກ 817 ລ້ານໂດລາສະຫະລັດ ໃນປີ 2021 ຂຶ້ນມາເປັນ 7.15 ຕື້ໂດລາສະຫະລັດ ໃນປີ 2025. 

ສິ່ງທີ່ໜ້າສົນໃຈຄື ພຽງແຕ່ 7 ເດືອນຕົ້ນປີ 2026, ສປປ ລາວ ໄດ້ອະນຸມັດການລົງທຶນໄປແລ້ວ 34 ໂຄງການ ລວມມູນຄ່າເຖິງ 8.5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 68% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໂດຍມີການນຳເຂົ້າທຶນຕົວຈິງແລ້ວ 1,058.13 ລ້ານໂດລາສະຫະລັດ.

ນັບຕັ້ງແຕ່ເປີດປະເທດຮັບການລົງທຶນໃນປີ 1988 ເປັນຕົ້ນມາ, ມູນຄ່າການລົງທຶນທັງໝົດບັນລຸເຖິງ 65.5 ຕື້ໂດລາສະຫະລັດ ຈາກ 5,394 ໂຄງການ. 

ສຳລັບນັກລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດຍັງຄົງແມ່ນ ສປ ຈີນ ທີ່ກວມເອົາ 23% (ມູນຄ່າ 15.2 ຕື້ໂດລາສະຫະລັດ), ຮອງລົງມາແມ່ນ ສສ ຫວຽດນາມ 19.3% (ມູນຄ່າ 12.7 ຕື້ໂດລາສະຫະລັດ) ແລະ ຣາຊາອານາຈັກໄທ 10.5% (ມູນຄ່າ 6.9 ຕື້ໂດລາສະຫະລັດ). 

ໃນຂະນະດຽວກັນ, ການລົງທຶນໃນເຂດເສດຖະກິດພິເສດ (SEZ) ກໍເປັນກຳລັງຂັບເຄື່ອນທີ່ສຳຄັນ, ໂດຍໃນໄລຍະປີ 2021-2025 ມີບໍລິສັດເຂົ້າມາຈົດທະບຽນໃໝ່ເຖິງ 779 ບໍລິສັດ, ມີທຶນຈົດທະບຽນປະມານ 4.8 ຕື້ໂດລາສະຫະລັດ, ເຊິ່ງໄດ້ຊ່ວຍສ້າງວຽກເຮັດງານທຳໃໝ່ໃຫ້ສັງຄົມໄດ້ເຖິງ 46,921 ຕຳແໜ່ງ.  

ສຳລັບທິດທາງແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030), ລັດຖະບານໄດ້ວາງເປົ້າໝາຍຢ່າງທ້າທາຍ ເພື່ອຄໍ້າປະກັນໃຫ້ເສດຖະກິດເຕີບໂຕສະເລ່ຍບໍ່ໃຫ້ຫຼຸດ 6% ຕໍ່ປີ. 

ບົດລາຍງານລະບຸວ່າ ປະເທດມີຄວາມຕ້ອງການທຶນພັດທະນາທັງໝົດ 636,178 ຕື້ກີບ (ເທົ່າກັບ 24% ຂອງ GDP ຂຶ້ນໄປ). ເພື່ອບັນລຸເປົ້າໝາຍອັນສຳຄັນນີ້, ພາກລັດໄດ້ຕັ້ງເປົ້າໝາຍດຶງດູດການລົງທຶນຈາກພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 409,470 ຕື້ກີບ, ເຊິ່ງຈະກວມເອົາເຖິງ 64.4% ຂອງມູນຄ່າການລົງທຶນລວມທັງໝົດ. 

ນັ້ນໝາຍຄວາມວ່າ ລັດຖະບານຈະຕ້ອງຍົກລະດັບການດຶງດູດການລົງທຶນເອກະຊົນໃຫ້ໄດ້ສະເລ່ຍບໍ່ໃຫ້ຫຼຸດ 81,894 ຕື້ກີບຕໍ່ປີ ຕະຫຼອດໄລຍະ 5 ປີດັ່ງກ່າວ.  

ເພື່ອຮັບປະກັນໃຫ້ຕົວເລກເປົ້າໝາຍເຫຼົ່ານີ້ປະກົດຜົນເປັນຈິງ, ລັດຖະບານພວມຫັນປ່ຽນຍຸດທະສາດການດຶງດູດການລົງທຶນ ຈາກທີ່ເຄີຍອີງໃສ່ການຂຸດຄົ້ນຊັບພະຍາກອນທຳມະຊາດ ເປັນການລົງທຶນທີ່ມີຄຸນນະພາບສູງ ຕາມທິດສີຂຽວ ແລະ ຍືນຍົງ. 

#LaoXperts #ເສດຖະກິດລາວ #ການລົງທຶນ #ການລົງທຶນຕ່າງປະເທດ #ທຸລະກິດລາວ #FDI #LaoEconomy #LaoInvestment #ຄລທ #ແຜນພັດທະນາເສດຖະກິດ #ເສດຖະກິດສີຂຽວ #ໂລຈິສຕິກ #LaoChinaRailway

Comments are disabled