ດັດຊະນີລາຄາອາຫານໂລກໃນເດືອນກໍລະກົດ ປັບຕົວເພີ່ມຂຶ້ນ 0.6% ແຕະລະດັບສູງສຸດໃນຮອບກວ່າ 3 ປີ ທ່າມກາງຄວາມກັງວົນກ່ຽວກັບຜົນຜະລິດ ແລະ ເສັ້ນທາງການສົ່ງອອກທີ່ຖືກກະທົບຈາກສະພາບອາກາດທີ່ຮຸນແຮງ ແລະ ຄວາມຂັດແຍ່ງທາງພູມສາດການເມືອງ, ເຊິ່ງອາດຈະຊ້ຳຕື່ມວິກິດການດ້ານຄວາມໝັ້ນຄົງທາງອາຫານທົ່ວໂລກ.
ຕາມການລາຍງານຂອງ Bloomberg, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ເປີດເຜີຍວ່າ ດັດຊະນີລາຄາອາຫານໂລກ ເຊິ່ງຕິດຕາມລາຄາສິນຄ້າອາຫານທີ່ມີການຊື້ຂາຍລະຫວ່າງປະເທດ ໄດ້ປັບຕົວສູງຂຶ້ນ 0.6% ໃນເດືອນກໍລະກົດ ເມື່ອທຽບກັບເດືອນກ່ອນໜ້າ, ໂດຍຂຶ້ນສູ່ລະດັບສູງສຸດນັບຕັ້ງແຕ່ເດືອນມັງກອນ ປີ 2023.
ການເພີ່ມຂຶ້ນນີ້ ມີແຮງຊຸກດັນຫຼັກມາຈາກລາຄາທັນຍາພືດ, ນ້ຳຕານ ແລະ ນ້ຳມັນພືດ ທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ. ທັງນີ້, ຄວາມກັງວົນໃນຕະຫຼາດໂລກໄດ້ເລີ່ມຫັນປ່ຽນຈາກຄວາມປັ່ນປ່ວນໃນໄລຍະທຳອິດທີ່ເກີດຈາກຄວາມຂັດແຍ່ງລະຫວ່າງສະຫະລັດອາເມຣິກາ ແລະ ອີຣານ ໄປສູ່ຄວາມສ່ຽງດ້ານຜົນຜະລິດ, ຄວາມບໍ່ແນ່ນອນທາງການຄ້າ ແລະ ປັດໄຈດ້ານສະພາບອາກາດ ທີ່ຍັງຄົງເປັນແຮງກົດດັນທີ່ສຳຄັນຕໍ່ການສະໜອງອາຫານທົ່ວໂລກ.
ໜຶ່ງໃນຄວາມສ່ຽງທີ່ໜ້າເປັນຫ່ວງທີ່ສຸດແມ່ນຢູ່ໃນພາກພື້ນທະເລດຳ ເນື່ອງຈາກການໂຈມຕີລະຫວ່າງລັດເຊຍ ແລະ ອູແກຣນ ໄດ້ທະວີຄວາມຮຸນແຮງຂຶ້ນ, ເຊິ່ງສ້າງຄວາມກັງວົນຢ່າງຫຼວງຫຼາຍຕໍ່ການສົ່ງອອກທັນຍາພືດຈາກແຫຼ່ງຜະລິດທີ່ສຳຄັນຂອງໂລກ.
ປັດໄຈດັ່ງກ່າວມີສ່ວນຊຸກດັນໃຫ້ລາຄາເຂົ້າສາລີພຸ່ງສູງສຸດໃນຮອບ 2 ປີ ໃນເດືອນມິຖຸນາທີ່ຜ່ານມາ. ໃນຂະນະດຽວກັນ, ທະວີບເອີຣົບກໍກຳລັງປະເຊີນກັບແນວໂນ້ມຜົນຜະລິດທັນຍາພືດຫຼຸດລົງຢ່າງຮຸນແຮງທີ່ສຸດຄັ້ງໜຶ່ງໃນປະຫວັດສາດ ຍ້ອນສະພາບອາກາດທີ່ຮ້ອນຈັດທີ່ສ້າງຄວາມເສຍຫາຍໃຫ້ແກ່ພືດພັນ. ສ່ວນໃນເຂດເພາະປູກທີ່ສຳຄັນຂອງສະຫະລັດອາເມຣິກາ ກໍກຳລັງປະສົບກັບພາວະແຫ້ງແລ້ງ ເຊິ່ງເພີ່ມຄວາມສ່ຽງຕໍ່ຜົນຜະລິດສາລີ ແລະ ຖົ່ວເຫຼືອງຢ່າງຫຼີກລ່ຽງບໍ່ໄດ້.
ນອກຈາກນີ້, ຄວາມສ່ຽງຕໍ່ລາຄາອາຫານຍັງອາດຈະເພີ່ມສູງຂຶ້ນຕື່ມອີກໃນໄລຍະຂ້າງໜ້າ ຈາກແນວໂນ້ມການເກີດປາກົດການ ເອລນີໂຢ (El Niño) ທີ່ມີຄວາມຮຸນແຮງຜິດປົກກະຕິ.
ນອກນີ້ ຍັງມີບັນຫາການຈັດຫາຝຸ່ນເຄມີ ແລະ ຕົ້ນທຶນພະລັງງານທີ່ຍັງຄົງຕົວຢູ່ໃນລະດັບສູງ ຫຼັງຈາກຄວາມຂັດແຍ່ງກັບອີຣານ. ປັດໄຈທັງໝົດເຫຼົ່ານີ້ເຮັດໃຫ້ຕະຫຼາດອາຫານໂລກກຳລັງປະເຊີນກັບຄວາມສ່ຽງລະລອກໃໝ່ພ້ອມໆກັນ ທັງໃນດ້ານການຜະລິດ, ການຄ້າ ແລະ ສະພາບອາກາດ ເຊິ່ງອາດຈະສ້າງແຮງກົດດັນຕໍ່ລາຄາອາຫານ ແລະ ຄວາມໝັ້ນຄົງທາງອາຫານທົ່ວໂລກໃນໄລຍະຕໍ່ຈາກນີ້ຢ່າງຫຼີກລ່ຽງບໍ່ໄດ້.
#LaoXperts #ລາຄາອາຫານໂລກ #ວິກິດການອາຫານ #ຄວາມໝັ້ນຄົງທາງອາຫານ #FAO #ສະພາບອາກາດ #ເອລນີໂຢ #ຂ່າວຕ່າງປະເທດ


