ປົກເວັບ 2026 08 06T103459 418

ກົມການຄ້າພາຍໃນ ປະກາດ ປັບຫຼຸດລາຄານໍ້າມັນເຊື້ອໄຟທຸກຊະນິດລົງສູງສຸດເຖິງ 2,060 ກີບຕໍ່ລິດ ໃນວັນທີ 6 ສິງຫານີ້ ເພື່ອຕອບສະໜອງຕໍ່ທ່າອ່ຽງນໍ້າມັນດິບໂລກທີ່ກຳລັງດິ່ງລົງ ຈາກສະຖານະການທີ່ຊ່ອງແຄບເລີ່ມຜ່ອນຄາຍລົງ.

ໂດຍນໍ້າມັນແອັດຊັງພິເສດໄດ້ປັບລົງແຮງເຖິງ 2,060 ກີບ ເຮັດໃຫ້ລາຄາໜ້າປໍ້າປັດຈຸບັນລົງມາຢູ່ທີ່ 37,430 ກີບຕໍ່ລິດ. ຂະນະດຽວກັນ ນໍ້າມັນແອັດຊັງທຳມະດາກໍປັບລົງ 1,870 ກີບ ເຫຼືອພຽງ 31,520 ກີບຕໍ່ລິດ ສ່ວນນໍ້າມັນກາຊວນທີ່ເປັນຫົວໃຈຫຼັກຂອງພາກການຂົນສົ່ງ ກໍໄດ້ປັບລົງ 1,100 ກີບ ມາຢູ່ທີ່ລະດັບ 31,290 ກີບຕໍ່ລິດ. 

ການຫຼຸດລົງຂອງລາຄານໍ້າມັນພາຍໃນປະເທດຄັ້ງນີ້ ແມ່ນໝາກຜົນໂດຍກົງຈາກການຜ່ອນຄາຍຕົວຂອງສະຖານະການໃນຕະຫຼາດໂລກ ທີ່ກຳລັງສົ່ງສັນຍານບວກຢ່າງຕໍ່ເນື່ອງໃນໄລຍະນີ້.

ເມື່ອຫຼຽວເບິ່ງພາບລວມຂອງຕະຫຼາດສາກົນ ລາຄານ້ຳມັນດິບຍັງຄົງຮັກສາລະດັບຕໍ່າສຸດໃນຮອບສາມອາທິດ ຫຼັງຈາກທີ່ໄດ້ດິ່ງລົງໄປແລ້ວຫຼາຍກວ່າ 10 ເປີເຊັນໃນອາທິດກ່ອນໜ້າ. ປັດໄຈຫຼັກທີ່ກົດດັນໃຫ້ລາຄານໍ້າມັນໂລກເຢັນຕົວລົງ ແມ່ນມາຈາກຄວາມຫວັງຂອງນັກລົງທຶນຕໍ່ຄວາມຄືບໜ້າໃນການເຈລະຈາລະຫວ່າງສະຫະລັດອາເມລິກາ ແລະ ອີຣ່ານ ໂດຍມີເປົ້າໝາຍເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ກຽມເປີດຊ່ອງແຄບຮໍມູສ (Hormuz) ເຊິ່ງເປັນເສັ້ນທາງຂົນສົ່ງນໍ້າມັນທີ່ສຳຄັນທີ່ສຸດແຫ່ງໜຶ່ງຂອງໂລກ. 

ເຖິງແມ່ນວ່າທາງອີຣ່ານຍັງມີທ່າທີປະຕິເສດບາງຂໍ້ມູນ ແຕ່ເຈົ້າໜ້າທີ່ສະຫະລັດ ແລະ ກາຕາ ໄດ້ສະແດງຄວາມໝັ້ນໃຈເຖິງທິດທາງທີ່ດີຂຶ້ນ ສົມທົບກັບລາຍງານສະຕ໋ອກນ້ຳມັນດິບຂອງສະຫະລັດຈາກ EIA ແລະ API ທີ່ສະແດງໃຫ້ເຫັນຕົວເລກສະສົມທີ່ເພີ່ມຂຶ້ນ ກໍຍິ່ງເປັນແຮງຍູ້ໃຫ້ລາຄານໍ້າມັນໃນຕະຫຼາດໂລກປັບຕົວລົງຕື່ມອີກ.

ຢ່າງໃດກໍຕາມ ຕະຫຼາດຍັງຄົງມີຄວາມອ່ອນໄຫວ ແລະ ຖືກປະຄອງໄວ້ບໍ່ໃຫ້ລາຄາຕົກຕໍ່າຈົນເກີນໄປ ຈາກຄວາມສ່ຽງດ້ານຄວາມປອດໄພໃນທະເລແດງ ໂດຍສະເພາະເຫດການໂຈມຕີຂອງກຸ່ມຮູຕີ (Houthi) ຕໍ່ເຮືອນ້ຳມັນຊາອຸດິອາຣະເບຍ. 

ສຳລັບການຊື້ຂາຍໃນຕອນເຊົ້າຂອງວັນທີ 6 ສິງຫານີ້ ນໍ້າມັນດິບ WTI ມີການຟື້ນຕົວເລັກນ້ອຍມາຢູ່ທີ່ປະມານ 75.50 ໂດລາສະຫະລັດຕໍ່ບາເຣວ ສ່ວນນໍ້າມັນດິບ Brent ຊື້ຂາຍກັນຢູ່ທີ່ປະມານ 79.86 ໂດລາ. ບັນດານັກວິເຄາະປະເມີນວ່າ ໃນໄລຍະໃກ້ນີ້ ລາຄານໍ້າມັນໂລກອາດຈະແກວ່ງຕົວໃນກອບ 75 ຫາ 80 ໂດລາສຳລັບ WTI ແລະ 79 ຫາ 85 ໂດລາສຳລັບ Brent ຈົນກວ່າຈະມີຄວາມຊັດເຈນເລື່ອງການເປີດຊ່ອງແຄບຮໍມູສ ເຊິ່ງຄວາມຜັນຜວນນີ້ແມ່ນຕ້ອງຕິດຕາມຢ່າງໃກ້ຊິດ ແຕ່ສຳລັບປັດຈຸບັນ ຖືເປັນໂອກາດທອງທີ່ເຮັດໃຫ້ເສດຖະກິດ ແລະ ປະຊາຊົນລາວໄດ້ຫາຍໃຈຄ່ອງຄໍຂຶ້ນຈາກຄ່າຄອງຊີບທີ່ຜ່ອນຄາຍລົງ.

#LaoXperts #ລາຄານໍ້າມັນລາວ #ອັບເດດລາຄານໍ້າມັນ #ຊ່ອງແຄບຮໍມູສ #ເສດຖະກິດລາວ #ນໍ້າມັນໂລກ #ຄ່າຄອງຊີບ

Comments are disabled