ປົກເວັບ 2026 08 04T094830 570

ສປປ ລາວ ແລະ ຫວຽດນາມ ເລັ່ງຊຸກຍູ້ການຄ້າສອງຝ່າຍໃຫ້ບັນລຸ 4 ຕື້ໂດລາສະຫະລັດໃນປີ 2026 ນີ້ ພ້ອມເດີນໜ້າໂຄງການຍຸດທະສາດທໍ່ສົ່ງນ້ຳມັນ ແລະ ນິຄົມອຸດສາຫະກຳປຸງແຕ່ງແຮ່ທາດ ເພື່ອແກ້ໄຂບັນຫາພະລັງງານໄລຍະຍາວ ແລະ ຍົກລະດັບເສດຖະກິດຂອງທັງສອງຊາດໃຫ້ຂະຫຍາຍຕົວ.

ຕາມການລາຍງານຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ການເຄື່ອນໄຫວທີ່ສຳຄັນນີ້ເກີດຂຶ້ນໃນວັນທີ 31 ກໍລະກົດ 2026 ທີ່ຜ່ານມາ ເຊິ່ງນຳພາໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຂອງລາວ ທີ່ໄດ້ພົບປະຫາລືຮ່ວມກັບ ທ່ານ ເລ ແມັງ ຮຸ່ງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ພ້ອມດ້ວຍຄະນະ. 

ການພົບປະຄັ້ງນີ້ບໍ່ພຽງແຕ່ເປັນການທົບທວນແຜນການຮ່ວມມືປະຈຳປີເທົ່ານັ້ນ ແຕ່ຍັງເປັນການຜັນຂະຫຍາຍໝາກຜົນຂອງກອງປະຊຸມຄັ້ງທີ 48 ລະຫວ່າງສອງລັດຖະບານ ໃຫ້ກາຍເປັນຮູບປະທຳຢ່າງເລິກເຊິ່ງ ໂດຍສະເພາະການຊຸກຍູ້ຕົວເລກການຄ້າທີ່ເຄີຍບັນລຸເຖິງ 3.196 ຕື້ໂດລາສະຫະລັດໃນປີ 2025 (ເຊິ່ງເຕີບໂຕຂຶ້ນ 12%) ໃຫ້ກ້າວໄປສູ່ເປົ້າໝາຍໃໝ່ທີ່ທ້າທາຍກວ່າເກົ່າ ຄືການບັນລຸ 4 ຕື້ໂດລາສະຫະລັດໃນປີ 2026 ແລະ ບັນລຸ 10 ຕື້ໂດລາສະຫະລັດ ພາຍໃນປີ 2030.

ເພື່ອໃຫ້ບັນລຸເປົ້າໝາຍອັນຍິ່ງໃຫຍ່ນີ້ ທັງສອງຝ່າຍໄດ້ວາງມາດຕະການຊຸກຍູ້ໃນຫຼາຍມິຕິ ໂດຍສະເພາະດ້ານການຄ້າທີ່ຈະມີການເລັ່ງພັດທະນາເຂດເສດຖະກິດ ແລະ ການຄ້າຊາຍແດນໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ. 

ທ້າຍເດືອນ ຕຸລາ ທີ່ຜ່ານ ສປປ ລາວ ແລະ ສສ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອຮັດແໜ້ນການຮ່ວມມືດ້ານພາສີ, ເລັ່ງລັດການຄ້າຊາຍແດນ ແລະ ປັບປຸງການບໍລິການພາສີດິຈິຕອລ ຂໍ້ຕົກລົງດັ່ງກ່າວໄດ້ວາງມາດຕະການຕົວຈິງ ເພື່ອເຮັດໃຫ້ການຄ້າຂ້າມແດນມີຄວາມວ່ອງໄວ ແລະ ມີປະສິດທິພາບຫຼາຍຂຶ້ນ ຄຽງຄູ່ກັບການຮັດແໜ້ນການຮ່ວມມືຕ້ານການລັກລອບນຳເຂົ້າ, ການສໍ້ໂກງການຄ້າ ແລະ ອາຊະຍາກຳຂ້າມຊາດອື່ນໆ ຢູ່ບັນດາດ່ານຊາຍແດນສາກົນທີ່ສຳຄັນ.

ໃນ 6 ເດືອນຕົ້ນປີ 2026 ມູນຄ່າການຄ້າ ລາວ ຫວຽດນາມ ສາມາດບັນລຸໄດ້ 1.305 ຕື້ໂດລາສະຫະລັດ ເຊິ່ງໄດ້ຮັບການສະໜັບສະໜູນຈາກການຂະຫຍາຍຕົວຂອງການຄ້າຊາຍແດນ, ການທ່ອງທ່ຽວ ແລະ ການພັດທະນາໂຄງລ່າງພື້ນຖານ, ອີງຕາມຕົວເລກຈາກກອງປະຊຸມຄະນະກຳມະການເຕັກນິກຮ່ວມຊາຍແດນລາວ-ຫວຽດນາມ ຄັ້ງທີ 6 ທີ່ນະຄອນຫຼວງພະບາງ ໃນເດືອນກໍລະກົດຜ່ານມາ.

ແຕ່ສິ່ງທີ່ໜ້າຈັບຕາມອງທີ່ສຸດຄືຍຸດທະສາດດ້ານພະລັງງານ ແລະ ຄວາມໝັ້ນຄົງ ເຊິ່ງສອງປະເທດໄດ້ຕົກລົງທີ່ຈະສືບຕໍ່ຊຸກຍູ້ການຊື້-ຂາຍໄຟຟ້າ ແລະ ການເຊື່ອມຕໍ່ໂຄງລ່າງດ້ານພະລັງງານຢ່າງຈິງຈັງ. ພ້ອມດຽວກັນນັ້ນ ຍັງໄດ້ເນັ້ນໜັກເຖິງການຈັດຊື້ ແລະ ສະໜອງນ້ຳມັນເຊື້ອໄຟແບບລັດຕໍ່ລັດ (G2G) ເຊິ່ງຈະເປັນກຸນແຈສຳຄັນໃນການຮັບປະກັນຄວາມໝັ້ນຄົງດ້ານການສະໜອງນ້ຳມັນໄລຍະຍາວໃຫ້ແກ່ ສປປ ລາວ ລວມໄປເຖິງການຊຸກຍູ້ໂຄງການກໍ່ສ້າງທໍ່ສົ່ງນ້ຳມັນເຊື່ອມຕໍ່ລາວ-ຫວຽດນາມ ທີ່ຈະເປັນຈຸດປ່ຽນສຳຄັນໃນການຫຼຸດຕົ້ນທຶນການຂົນສົ່ງ ແລະ ແກ້ໄຂວິກິດພະລັງງານໃນອະນາຄົດ.

ນອກຈາກຂົງເຂດພະລັງງານແລ້ວ ການຮ່ວມມືດ້ານບໍ່ແຮ່ ແລະ ອຸດສາຫະກຳປຸງແຕ່ງ ກໍເປັນອີກໜຶ່ງວາລະສຳຄັນທີ່ຖືກຍົກຂຶ້ນມາຫາລື ໂດຍຈະມີການຍົກລະດັບຈາກການຂຸດຄົ້ນທຳມະດາ ໄປສູ່ການຮ່ວມມືສ້າງນິຄົມອຸດສາຫະກຳປຸງແຕ່ງແຮ່ທາດ ເຊິ່ງຈະຊ່ວຍສ້າງມູນຄ່າເພີ່ມໃຫ້ແກ່ຊັບພະຍາກອນພາຍໃນປະເທດ ພ້ອມທັງຫາລືກົນໄກເພື່ອແກ້ໄຂຂໍ້ຫຍຸ້ງຍາກໃຫ້ນັກລົງທຶນຢ່າງຈິງຈັງ.

ຈາກການພົບປະດັ່ງກ່າວ ທັງສອງກະຊວງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະເພີ່ມທະວີການປະສານງານຢ່າງໃກ້ຊິດ ລົງເລິກຄົ້ນຄວ້າສາເຫດຂອງຂໍ້ຄົງຄ້າງຕ່າງໆ ທັງປັບປຸງນະໂຍບາຍ ແລະ ກົນໄກເພື່ອແກ້ໄຂບັນຫາຮ່ວມກັນ ຮັບປະກັນໃຫ້ທຸກໂຄງການບັນລຸຕາມຄາດໝາຍ. 

ການພົບປະຄັ້ງນີ້ຍັງເປັນການຢັ້ງຢືນເຖິງການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການເຊື່ອມໂຍງເສດຖະກິດຢ່າງແໜ້ນແຟ້ນ ບົນພື້ນຖານການເຄົາລົບລະບຽບກົດໝາຍ ເພື່ອສ້າງຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນສອງຊາດ ລາວ-ຫວຽດນາມ ຢ່າງຍືນຍົງ.

#LaoXperts #ການຄ້າລາວຫວຽດນາມ #ເສດຖະກິດລາວ #ໂຄງການທໍ່ນ້ຳມັນລາວຫວຽດນາມ #ຄວາມໝັ້ນຄົງດ້ານພະລັງງານ #ກະຊວງອຸດສາຫະກຳແລະການຄ້າ #MOIC

Comments are disabled