ແບຣນນະວັດຕະກຳສິ່ງທໍ HercLéon ຈາກອາເມຣິກາ ສ້າງແຮງສັ່ນສະເທືອນໃຫ້ອຸດສາຫະກຳແຟຊັນ ດ້ວຍການເປີດຕົວ HercShirt V5.0 ເສື້ອຍືດອັດສະລິຍະທີ່ໃສ່ໄດ້ດົນເຖິງ 30 ມື້ໂດຍບໍ່ຕ້ອງຊັກ. ເພື່ອຕອບໂຈດວິຖີຊີວິດທີ່ເຄັ່ງຮ້ອນຂອງຄົນຍຸກໃໝ່ ພ້ອມທັງສ້າງຜົນກະທົບເຊີງບວກຕໍ່ສິ່ງແວດລ້ອມ ຜ່ານການຫຼຸດຜ່ອນການໃຊ້ນ້ຳ ແລະ ສານເຄມີຈາກການຊັກເຄື່ອງຢ່າງມະຫາສານ.
ຕາມຄຳໂຄສະນາ ເບື້ອງຫຼັງປະສິດທິພາບໃນການສະກັດກັ້ນກິ່ນຕົວນີ້ ບໍ່ແມ່ນເລື່ອງບັງເອີນ ແຕ່ເປັນຜົນມາຈາກການນຳໃຊ້ເຕັກໂນໂລຊີທາງວິທະຍາສາດຂັ້ນສູງ ໂດຍທາງຜູ້ຜະລິດໄດ້ຝັງອົງປະກອບສຳຄັນເຖິງ 7 ຊະນິດລົງໃນເສັ້ນໃຍຜ້າໂດຍກົງ ເຊິ່ງເຮັດໜ້າທີ່ປະສານກັນຢ່າງສົມບູນແບບ.
ກົນໄກດັ່ງກ່າວປະກອບມີການນຳໃຊ້ທອງແດງເພື່ອເປັນດ່ານໜ້າໃນການກຳຈັດແບັກທີເຣຍ, ຜະສານກັບເງິນທີ່ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງຈຸລິນຊີທີ່ເປັນຕົ້ນເຫດຂອງກິ່ນເຫື່ອ.
ນອກຈາກນັ້ນ ຍັງມີສັງກະສີທີ່ເຂົ້າມາຊ່ວຍສະຫຼາຍສານປະກອບທີ່ກໍ່ໃຫ້ເກີດກິ່ນບໍ່ເພິ່ງປະສົງໂດຍກົງ, ໃນຂະນະທີ່ຄຳຈະເຮັດໜ້າທີ່ເປັນຕົວຊ່ວຍກະຕຸ້ນໃຫ້ແຮ່ທາດອື່ນໆເຮັດວຽກໄດ້ຢ່າງເຕັມປະສິດທິພາບ.
ເມື່ອບວກເຂົ້າກັບຂີ້ເທົ່າພູເຂົາໄຟທີ່ມີຄຸນສົມບັດໃນການດູດຊັບຄວາມຊຸ່ມ ແລະ ກິ່ນອ້ອມຕົວໄດ້ເປັນຢ່າງດີ ພ້ອມດ້ວຍອີກສອງສ່ວນປະກອບລັບສະເພາະຂອງບໍລິສັດ, ຈຶ່ງເຮັດໃຫ້ເສື້ອລຸ້ນນີ້ສາມາດປົກປ້ອງຜູ້ສວມໃສ່ຈາກກິ່ນເໝັນໄດ້ຢ່າງໝົດຈົດຕະຫຼອດມື້.
ເພື່ອຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍ ເສື້ອລຸ້ນນີ້ຈຶ່ງຖືກອອກແບບມາໃຫ້ເລືອກເຖິງ 3 ລຸ້ນ ຕາມລະດັບການນຳໃຊ້ຕົວຈິງ ເຊິ່ງເລີ່ມຕັ້ງແຕ່ລຸ້ນທີ່ຮອງຮັບການໃສ່ຕໍ່ເນື່ອງ 3 ມື້ ໄປຈົນເຖິງລຸ້ນສູງສຸດທີ່ໃສ່ໄດ້ຍາວນານເຖິງໜຶ່ງເດືອນເຕັມ.
ນະວັດຕະກຳນີ້ຖືວ່າເປັນທາງອອກທີ່ສົມບູນແບບສຳລັບນັກເດີນທາງທີ່ບໍ່ສະດວກໃນການຊັກເຄື່ອງ, ຜູ້ທີ່ມັກອອກກຳລັງກາຍ, ຫຼື ຜູ້ທີ່ມີຕາຕະລາງຊີວິດແໜ້ນຕັ້ງແຕ່ເຊົ້າຈົນຄ່ຳ ໂດຍສາມາດເຂົ້າສັງຄົມ ຫຼື ເຂົ້າຮ່ວມກິດຈະກຳຕ່າງໆໄດ້ຢ່າງໝັ້ນໃຈ.
ຍິ່ງໄປກວ່ານັ້ນ ການທີ່ເສື້ອບໍ່ຈຳເປັນຕ້ອງຜ່ານຂະບວນການຊັກເລື້ອຍໆ ຍັງຊ່ວຍຍືດອາຍຸການໃຊ້ງານຂອງເສັ້ນໃຍຜ້າໄດ້ຢ່າງຫຼວງຫຼາຍ ເຊິ່ງທາງແບຣນໄດ້ລະບຸວ່າ HercShirt ຈະຜ່ານການຊັກໜ້ອຍກວ່າເສື້ອທົ່ວໄປເຖິງ 5 ເທົ່າ ແລະ ອາຍຸການໃຊ້ງານຂອງເສື້ອພຽງໜຶ່ງໂຕ ແມ່ນທຽບເທົ່າກັບການຊື້ເສື້ອຍືດທົ່ວໄປເຖິງ 7 ໂຕ.
ແນວໃດກໍຕາມ ໃນຖານະຜູ້ຊົມໃຊ້ກໍຄວນທຳຄວາມເຂົ້າໃຈເຖິງຂໍ້ຈຳກັດຂອງຜະລິດຕະພັນນຳດ້ວຍ, ເພາະເຖິງແມ່ນວ່າເຕັກໂນໂລຊີນີ້ຈະມີປະສິດທິພາບສູງໃນການຕ້ານທານກິ່ນເຫື່ອ ແຕ່ກໍບໍ່ໄດ້ໝາຍຄວາມວ່າມັນຈະສາມາດປ້ອງກັນຄາບເປື້ອນຕ່າງໆໄດ້. ຈຸດປະສົງຫຼັກຂອງການຄິດຄົ້ນເສື້ອລຸ້ນນີ້ຄືການຫຼຸດຜ່ອນກິ່ນອັບ ແລະ ຫຼຸດຄວາມຖີ່ໃນການຊັກ ບໍ່ແມ່ນການປ່ຽນມັນໃຫ້ກາຍເປັນເສື້ອທີ່ບໍ່ຈຳເປັນຕ້ອງຊັກເລີຍຕະຫຼອດຊີວິດ. ດັ່ງນັ້ນ, ຖ້າຫາກຜູ້ສວມໃສ່ເຮັດອາຫານຕົກໃສ່, ມີຄາບນ້ຳມັນຟົ້ງໃສ່, ຫຼື ໄປເຮັດກິດຈະກຳທີ່ເຮັດໃຫ້ເສື້ອຜ້າເປິເປື້ອນຈາກປັດໄຈພາຍນອກ ການນຳເສື້ອໄປຊັກທຳຄວາມສະອາດກໍຍັງຄົງເປັນຂັ້ນຕອນທີ່ຈຳເປັນ.
ສຳລັບຜູ້ທີ່ສົນໃຈຢາກສຳຜັດກັບປະສົບການໃໝ່ແຫ່ງການນຸ່ງຫົ່ມນີ້ ທາງແບຣນໄດ້ຕັ້ງລາຄາເລີ່ມຕົ້ນໄວ້ໃນລະດັບທີ່ຈັບຕ້ອງໄດ້ງ່າຍ ພຽງແຕ່ປະມານ 39 ໂດລາສະຫະລັດ ຫຼື ປະມານ 858,000 ກີບ
ປັດຈຸບັນ ເສື້ອລຸ້ນນີ້ມີໃຫ້ເລືອກສອງໂທນສີທີ່ເນັ້ນຄວາມລຽບຫຼູ ແລະ ດູແລງ່າຍ ຄື ສີດຳດ້ານ ແລະ ສີເທົາຊາໂຄ. ສ່ວນຂະໜາດກໍມີໃຫ້ເລືອກຢ່າງຄົບຖ້ວນ ໂດຍຮອງຮັບຕັ້ງແຕ່ໄຊສ໌ S ໄປຈົນເຖິງ 4XL ສຳລັບສຸພາບບູລຸດ ແລະ ໄຊສ໌ S ຫາ 2XL ສຳລັບສຸພາບສະຕີ.
#LaoX #HercLeon #HercShirt #ນະວັດຕະກຳແຟຊັນ #ເສື້ອຍືດອັດສະລິຍະ #ແຟຊັນຍືນຍົງ #SmartClothing


