ປົກເວັບ 2026 08 03T204132 540

ເສັ້ນທາງລົດໄຟລາວ-ຈີນ ຫຍັບເຂົ້າໃກ້ການເຊື່ອມຕໍ່ກັບລະບົບທາງລົດໄຟຂອງໄທອີກກ້າວໜຶ່ງ ຫຼັງຈາກທີ່ລັດຖະບານໄທໄດ້ປະກາດແຜນການເປີດປະມູນໃນເດືອນທັນວານີ້ ສຳລັບໂຄງການລົດໄຟຄວາມໄວສູງໄທ-ຈີນ ໄລຍະທີສອງ, ເຊິ່ງຈະຂະຫຍາຍເສັ້ນທາງໄປເຖິງແຂວງໜອງຄາຍ ຕິດກັບຊາຍແດນລາວ. ໜັງສືພີມວຽງຈັນທາມລາຍງານ.

ອີງຕາມການລາຍງານຂອງສຳນັກຂ່າວ The Nation, ລັດຖະບານໄທຈະເປີດຮັບການປະມູນສຳລັບສັນຍາຮັບເໝົາກໍ່ສ້າງ 8 ສະບັບ ເຊິ່ງກວມເອົາໂຄງການໄລຍະທີ 2 ໄລຍະທາງ 357,12 ກິໂລແມັດ ລະຫວ່າງ ນະຄອນຣາຊະສີມາ ແລະ ໜອງຄາຍ.

ຄາດວ່າການກໍ່ສ້າງຈະເລີ່ມຕົ້ນໃນປີ 2027 ແລະ ສຳເລັດໃນປີ 2031, ເຊິ່ງຈະເຮັດໃຫ້ເສັ້ນທາງລົດໄຟຄວາມໄວສູງສາມາດຂະຫຍາຍຈາກບາງກອກໄປຮອດໜອງຄາຍໄດ້.

ການພັດທະນາດັ່ງກ່າວສະແດງໃຫ້ເຫັນເຖິງອີກກ້າວໜຶ່ງໃນການເຊື່ອມຕໍ່ເຄືອຂ່າຍທາງລົດໄຟຂອງໄທກັບທາງລົດໄຟລາວ-ຈີນ, ເຊິ່ງເປັນບາດກ້າວທີ່ຄາດວ່າຈະສ້າງຄວາມເຂັ້ມແຂງໃຫ້ແກ່ການຂົນສົ່ງ, ການຄ້າ ແລະ ການທ່ອງທ່ຽວໃນພາກພື້ນ ພ້ອມທັງຊຸກຍູ້ວິໄສທັດໄລຍະຍາວຂອງແລວທາງລົດໄຟອາຊີ (Pan-Asian railway corridor) ຄວາມຍາວ 3.900 ກິໂລແມັດ ທີ່ເຊື່ອມຕໍ່ນະຄອນຄຸນໝິງ ທາງຕອນໃຕ້ຂອງຈີນ ກັບ ສິງກະໂປ ໂດຍຜ່ານ ລາວ, ໄທ ແລະ ມາເລເຊຍ.

ປະເທດໄທຍັງມີຄວາມຄືບໜ້າຢ່າງຕໍ່ເນື່ອງໃນໂຄງການໄລຍະທີ 1 ລະຫວ່າງບາງກອກ ແລະ ນະຄອນຣາຊະສີມາ. ການກໍ່ສ້າງໂດຍລວມບັນລຸ 55,27 ສ່ວນຮ້ອຍແລ້ວ, ໂດຍໄລຍະບາງກອກ-ນະຄອນຣາຊະສີມາ ມີກຳນົດຈະເປີດນຳໃຊ້ໃນປີ 2030.

ການປະກາດຫຼ້າສຸດນີ້ ມີຂຶ້ນຫຼັງຈາກທີ່ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ໄດ້ຮຽກຮ້ອງອີກຄັ້ງໃຫ້ເລັ່ງການເຊື່ອມຕໍ່ທາງລົດໄຟ ຈີນ-ລາວ-ໄທ.

ໃນລະຫວ່າງການພົບປະໂອ້ລົມກັບ ປະທານປະເທດລາວ ທ່ານ ທອງລຸນ ສີສຸລິດ ທີ່ນະຄອນຫຼວງປັກກິ່ງ ໃນເດືອນມິຖຸນາ, ທ່ານປະທານປະເທດ ສີ ຈິ້ນຜິງ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການພັດທະນາທາງລົດໄຟ ຈີນ-ລາວ-ໄທ ໃຫ້ໄວຂຶ້ນ ເພື່ອສ້າງການເຊື່ອມຕໍ່ໃນພາກພື້ນໃຫ້ມີປະສິດທິພາບຫຼາຍຂຶ້ນໃນເວລາອັນໄວ.

ເຈົ້າໜ້າທີ່ລາວ ແລະ ໄທ ໄດ້ເຮັດວຽກຮ່ວມກັນກ່ຽວກັບແຜນການສ້າງຂົວສຳລັບທາງລົດໄຟຂ້າມນ້ຳຂອງແຫ່ງໃໝ່ ຂະໜານກັບຂົວມິດຕະພາບລາວ-ໄທ ແຫ່ງທີ 1 ທີ່ມີຢູ່ແລ້ວ, ເຊິ່ງປັດຈຸບັນຮອງຮັບທັງການຈະລາຈອນທາງລົດ ແລະ ທາງລົດໄຟ.

ຂົວທີ່ສະເໜີສ້າງໃໝ່ນີ້ຈະມີທາງລົດໄຟລາງຄູ່ຄື: ລາງມາດຕະຖານທີ່ເຊື່ອມຕໍ່ທາງລົດໄຟຄວາມໄວສູງໄທ-ຈີນ ເຂົ້າກັບທາງລົດໄຟລາວ-ຈີນ, ແລະ ລາງຂະໜາດໜຶ່ງແມັດທີ່ເຊື່ອມຕໍ່ເຄືອຂ່າຍທາງລົດໄຟທີ່ມີຢູ່ແລ້ວຂອງໄທ ເຂົ້າກັບທາງລົດໄຟລາວ-ໄທ ເຊິ່ງເປີດນຳໃຊ້ແລ້ວໃນປັດຈຸບັນ.

ຄວາມສຳເລັດທີ່ເພີ່ມຂຶ້ນຂອງທາງລົດໄຟລາວ-ຈີນ ເຊິ່ງເລີ່ມເປີດດຳເນີນການໃນເດືອນທັນວາ 2021, ໄດ້ເສີມສ້າງຄວາມໝັ້ນໃຈໃຫ້ແກ່ໂຄງການທາງລົດໄຟໃນພາກພື້ນທີ່ກວ້າງໃຫຍ່ຂຶ້ນ.

ຂໍ້ມູນທາງການສະແດງໃຫ້ເຫັນວ່າ ປະລິມານສິນຄ້າຂົນສົ່ງຕໍ່ປີເພີ່ມຂຶ້ນເກືອບສອງເທົ່າ, ໂດຍເພີ່ມຂຶ້ນຈາກ 12,47 ລ້ານໂຕນໃນປີ 2022 ເປັນ 24,48 ລ້ານໂຕນໃນປີ 2025, ອີງຕາມການລາຍງານຂອງຊິນຮົວ.

ໃນ 6 ເດືອນຕົ້ນປີນີ້, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານຂ້າມຊາຍແດນຫຼາຍກວ່າ 400.000 ຄົນ ແລະ ຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 600.000 ໂຕນ, ອີງຕາມຜູ້ໃຫ້ບໍລິການທາງລົດໄຟ.

ເມື່ອທາງລົດໄຟຄວາມໄວສູງຂອງໄທໄປຮອດໜອງຄາຍ ແລະ ຂົວທາງລົດໄຟຂ້າມຊາຍແດນແຫ່ງໃໝ່ສ້າງສຳເລັດ, ການເຊື່ອມຕໍ່ທາງລົດໄຟລະຫວ່າງ ຈີນ, ລາວ ແລະ ໄທ ທີ່ໄດ້ວາດພາບໄວ້ມາດົນນານນັ້ນ ຄາດວ່າຈະກາຍເປັນຈິງ, ເຊິ່ງຈະສ້າງແລວທາງການຂົນສົ່ງທີ່ມີປະສິດທິພາບຫຼາຍຂຶ້ນສຳລັບຜູ້ໂດຍສານ ແລະ ສິນຄ້າ ພ້ອມທັງສະໜັບສະໜູນການເຊື່ອມໂຍງທາງດ້ານເສດຖະກິດໃນພາກພື້ນ.

#LaoXperts #ລົດໄຟລາວຈີນ #ທາງລົດໄຟຄວາມໄວສູງ #ການເຊື່ອມໂຍງພາກພື້ນ #ລາວ #ໄທ #ຈີນ #LaosChinaRailway #HighSpeedRail #PanAsianRailway #ASEANTransport #RegionalConnectivity

Comments are disabled