ສະພາການຄ້າ ແລະ ອູດສາຫະກຳການຄ້າຫວຽດນາມ ເປີດຕົວໂຄງການ “CEO Vietnam The New Era” ເພື່ອສ້າງຜູ້ບໍລິຫານລະດັບສູງຍຸກໃໝ່ໃຫ້ມີຂີດຄວາມສາມາດໃນການແຂ່ງຂັນລະດັບສາກົນ. ເປົ້າໝາຍຫຼັກແມ່ນການກຽມຄວາມພ້ອມໃຫ້ຜູ້ນຳທຸລະກິດຮັບມືກັບການຫັນປ່ຽນສູ່ດິຈິຕອນ, ເສດຖະກິດສີຂຽວ ແລະ ການເຊື່ອມໂຍງເຂົ້າກັບລະບົບຕ່ອງໂສ້ມູນຄ່າໂລກ ເຊິ່ງຈະສົ່ງຜົນກະທົບໂດຍກົງຕໍ່ການຍົກລະດັບພາກເອກະຊົນ ແລະ ຊຸກຍູ້ການເຕີບໂຕທາງເສດຖະກິດຂອງປະເທດຢ່າງກ້າວກະໂດດ.
ຕາມການລາຍງານຂອງ Vnexpress, ການລິເລີ່ມດັ່ງກ່າວເກີດຂຶ້ນໃນຂະນະທີ່ຫວຽດນາມພວມເລັ່ງຊຸກຍູ້ການເຕີບໂຕທາງເສດຖະກິດ ແລະ ພະຍາຍາມພັດທະນາສັກກະຍະພາບຄວາມເປັນຜູ້ນຳທາງທຸລະກິດ ເຊິ່ງສອດຄ່ອງກັບບູລິມະສິດຂອງລັດຖະບານທີ່ຕ້ອງການຂະຫຍາຍບົດບາດຂອງພາກເອກະຊົນ.
ໃນພິທີເປີດໂຄງການ, ທ່ານ Ho Sy Hung ປະທານສະພາການຄ້າໄດ້ກ່າວເນັ້ນໜັກວ່າ ທຸລະກິດຫວຽດນາມມີຄວາມຈຳເປັນຕ້ອງມີຜູ້ນຳທີ່ມີວິໄສທັດຍາວໄກ, ມີຄວາມສາມາດໃນການບໍລິຫານຈັດການທີ່ທັນສະໄໝ ແລະ ສາມາດປັບຕົວເຂົ້າກັບການປ່ຽນແປງຢ່າງໄວວາທາງດ້ານເຕັກໂນໂລຊີ ແລະ ພູມສາດການເມືອງ. ເພື່ອໃຫ້ບັນລຸເປົ້າໝາຍນີ້, ທາງສະພາການຄ້າຈະລະດົມການສະໜັບສະໜູນຢ່າງເຕັມທີ່ຈາກເຄືອຂ່າຍທົ່ວປະເທດ, ສະມາຄົມທຸລະກິດ, ຄູ່ຮ່ວມຝຶກອົບຮົມ, ຜູ້ຊ່ຽວຊານ, ອົງການຈັດຕັ້ງສາກົນ ຕະຫຼອດຈົນເຖິງປະຊາຄົມທຸລະກິດໃນວົງກວ້າງ.
ນອກຈາກການພັດທະນາບຸກຄະລາກອນແລ້ວ ໂຄງການນີ້ຍັງເປັນຂົວຕໍ່ສຳຄັນໃນການຮ່ວມມືລະຫວ່າງພາກສ່ວນຕ່າງໆ. ທ່ານສາດສະດາຈານ ດຣ. Nguyen Thi Thanh Mai ອະທິການບໍດີມະຫາວິທະຍາໄລ Vietnam National University–Ho Chi Minh City ລະບຸວ່າ ໂຄງການດັ່ງກ່າວຍັງຊອກຫາຊ່ອງທາງໃນການສ້າງຄວາມເຂັ້ມແຂງໃນການຮ່ວມມືລະຫວ່າງລັດຖະບານ, ມະຫາວິທະຍາໄລ ແລະ ພາກທຸລະກິດ ໃນດ້ານການສຶກສາ, ການຄົ້ນຄວ້າ ແລະ ການຖ່າຍທອດຄວາມຮູ້.
ໂດຍທາງມະຫາວິທະຍາໄລໄດ້ຮ່ວມມືກັບ A11 Management Consulting Vietnam, ໂຮງຮຽນທຸລະກິດ INSEAD Business School ແລະ ຄູ່ຮ່ວມງານອື່ນໆ ເພື່ອພັດທະນາຫຼັກສູດທີ່ສາມາດຕອບໂຈດຜູ້ເຂົ້າຮ່ວມຢ່າງຫຼາກຫຼາຍ ນັບຕັ້ງແຕ່ຜູ້ນຳອົງກອນຂະໜາດໃຫຍ່ໄປຈົນເຖິງຜູ້ບໍລິຫານໃນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ທຸລະກິດຄອບຄົວ ແລະ ສະຕາດອັບ ໂດຍຈະກວມເອົາວິຊາສຳຄັນຕ່າງໆ ເຊັ່ນ: ຄວາມເປັນຜູ້ນຳທາງຍຸດທະສາດ, ການຄຸ້ມຄອງອົງກອນ, ການຫັນປ່ຽນສູ່ດິຈິຕອນ, ການເງິນ, ຄວາມຍືນຍົງ, ESG ແລະ ການພັດທະນາທຸລະກິດສາກົນ.
ທາງດ້ານ Professor Sameer Hasija ຄະນະບໍດີຝ່າຍການສຶກສາຜູ້ບໍລິຫານ ແລະ ຄະນະບໍດີວິທະຍາເຂດອາຊີ ປະຈຳ INSEAD ໄດ້ກ່າວສະຫຼຸບຢ່າງໜ້າສົນໃຈວ່າ ໃນຂະນະທີ່ເສດຖະກິດຂອງຫວຽດນາມຍັງສືບຕໍ່ພັດທະນາຢ່າງໂດດເດັ່ນ ການສ້າງຜູ້ນຳທຸລະກິດທີ່ພ້ອມສຳລັບອະນາຄົດຈະເປັນປັດໄຈສຳຄັນໃນການຮັກສາການເຕີບໂຕ ແລະ ຊຸກຍູ້ການສ້າງນະວັດຕະກຳໃໝ່ໆ.
#LaoXperts #CEOVietnamTheNewEra #VietnamBusiness #LeadershipDevelopment #DigitalTransformation #GreenTransition #ESGVietnam #GlobalCEOs


