ປົກເວັບ 2026 07 30T113348 619

ອັດຕາເງິນເຟີ້ຂອງ ສປປ ລາວ ໃນເດືອນກໍລະກົດ ປັບຕົວສູງຂຶ້ນແຕະລະດັບ 7,6% ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນ ໂດຍສະເພາະການເພີ່ມຂຶ້ນຢ່າງກ້າວກະໂດດຂອງຄ່າໄຟຟ້າ ແລະ ຄ່າຂົນສົ່ງ ທີ່ສ້າງຄວາມທ້າທາຍຢ່າງໜັກຕໍ່ການຄຸ້ມຄອງລາຍຈ່າຍໃນຄົວເຮືອນ.

ອີງຕາມການລາຍງານຂອງສູນສະຖິຕິແຫ່ງຊາດ, ກະຊວງການເງິນ, ດັດຊະນີລາຄາຜູ້ບໍລິໂພກໃນເດືອນກໍລະກົດເພີ່ມຂຶ້ນ 0,7% ເມື່ອທຽບໃສ່ເດືອນຜ່ານມາ ໂດຍຍັບຈາກ 7,4% ໃນເດືອນມິຖຸນາ ມາເປັນ 7,6%. ສິ່ງທີ່ໜ້າຈັບຕາທີ່ສຸດໃນການລາຍງານຄັ້ງນີ້ຄື ຄ່າໄຟຟ້າທີ່ພຸ່ງສູງຂຶ້ນເຖິງ 91,5% ເຊິ່ງກາຍເປັນປັດໄຈຫຼັກທີ່ດັນໃຫ້ລາຄາສິນຄ້າ ແລະ ບໍລິການອື່ນໆຖີບຕົວສູງຂຶ້ນຕາມ. 

ນອກຈາກນີ້, ໝວດສິນຄ້າທີ່ໄດ້ຮັບຜົນກະທົບຍັງກວມເອົາຄ່າທີ່ພັກອາໄສ, ສາທາລະນະສຸກ, ການສຶກສາ, ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ, ຮ້ານອາຫານ, ເຄື່ອງນຸ່ງຫົ່ມ ລວມໄປເຖິງສິນຄ້າອຸປະໂພກ-ບໍລິໂພກອື່ນໆ.

ໃນຂະນະດຽວກັນ, ພາກການຂົນສົ່ງກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງ ໂດຍຄ່າໂດຍສານລົດເມສາທາລະນະເພີ່ມຂຶ້ນເຖິງ 41,5%. ເຖິງແມ່ນວ່າລາຄານໍ້າມັນເຊື້ອໄຟຈະຫຼຸດລົງເລັກນ້ອຍເມື່ອທຽບກັບເດືອນກ່ອນໜ້າ, ແຕ່ກໍຍັງຄົງສູງກວ່າໄລຍະດຽວກັນຂອງປີກາຍເຖິງ 30% ເຊິ່ງຍັງສືບຕໍ່ເປັນຕົ້ນທຶນແຝງທີ່ກົດດັນພາກການຜະລິດ ແລະ ການຂົນສົ່ງຢ່າງຫຼີກລ່ຽງບໍ່ໄດ້.

ພ້ອມນັ້ນ, ປັດໄຈທາງດ້ານລະດູການຍັງເຮັດໃຫ້ລາຄາສະບຽງອາຫານ ໂດຍສະເພາະເຂົ້າໜຽວປັບຂຶ້ນ 3% ລວມເຖິງພືດຜົນກະສິກຳອື່ນໆ ທີ່ປັບຕົວຂຶ້ນຕາມການປ່ຽນແປງຂອງການຜະລິດ ແລະ ການສະໜອງໃນຕະຫຼາດ.

ພາບລວມຂອງສະຖານະການນີ້ ສະທ້ອນໃຫ້ເຫັນເຖິງຄວາມທ້າທາຍອັນໃຫຍ່ຫຼວງຂອງເສດຖະກິດມະຫາພາກ ທີ່ຜູ້ບໍລິໂພກຕ້ອງຮັບພາລະຄ່າຄອງຊີບທີ່ສູງຂຶ້ນໃນທຸກມິຕິ. ເຖິງອັດຕາເງິນເຟີ້ລວມຈະຂະຫຍາຍຕົວພຽງເລັກນ້ອຍ ແຕ່ເມື່ອເຈາະເລິກເຖິງລາຍຈ່າຍພື້ນຖານທີ່ຈຳເປັນຕໍ່ການດຳລົງຊີວິດ ແມ່ນເຫັນໄດ້ຊັດເຈນວ່າ ອຳນາດການຊື້ຂອງປະຊາຊົນກຳລັງອ່ອນຄ່າລົງຢ່າງຕໍ່ເນື່ອງ. 

ສະພາບການດັ່ງກ່າວຮຽກຮ້ອງໃຫ້ທຸກຄົວເຮືອນຕ້ອງຫັນມາບໍລິຫານການເງິນຢ່າງຮັດກຸມຂຶ້ນ ໃນຂະນະທີ່ມັນກໍເປັນສັນຍານບົ່ງບອກໃຫ້ເຫັນວ່າ ການສ້າງສະຖຽນລະພາບທາງດ້ານລາຄາສິນຄ້າ ແລະ ການຄຸ້ມຄອງອັດຕາເງິນເຟີ້ ຍັງຄົງເປັນວຽກງານບູລິມະສິດອັນຮີບດ່ວນ ເພື່ອບັນເທົາຜົນກະທົບຕໍ່ປາກທ້ອງຂອງປະຊາຊົນໃນໄລຍະຍາວ.

#LaoXperts #ເງິນເຟີ້ລາວ #ເສດຖະກິດລາວ #ຄ່າຄອງຊີບ #ອັບເດດຂ່າວເສດຖະກິດ #LaoEconomy #Inflation

Comments are disabled