ປົກເວັບ 83 1

Elon Musk ເຈົ້າພໍ່ເຕັກໂນໂລຊີ ແລະ ມະຫາເສດຖີ ປະກາດເປີດຕົວບໍລິການການເງິນ ‘X Money’ ເທີງແພລດຟອມ X ເພື່ອກ້າສສູ່ການເປັນ “ແອັບຄົບວົງຈອນ” (Everything App) ດ້ວຍຊູຈຸດເດັ່ນດອກເບ້ຍເງິນຝາກສູງເຖິງ 6%. ບາດກ້າວສຳຄັນນີ້ໄດ້ສັ່ນສະເທືອນວົງການການເງິນ ໂດຍການປ່ຽນເຄືອຂ່າຍສັງຄົມອອນລາຍໃຫ້ກາຍເປັນທະນາຄານດິຈິຕອນ ທີ່ພ້ອມທ້າທາຍແອັບຊຳລະເງິນຍັກໃຫຍ່ໃນຕະຫຼາດ.

Matichon ລາຍງານວ່າ ເມື່ອວັນທີ 27 ກໍລະກົດ ທີ່ຜ່ານມາ, ແອັບພລິເຄຊັນ X ໄດ້ເປີດໃຫ້ບໍລິການ ‘X Money’ ສຳລັບສະມາຊິກແບບຊຳລະເງິນລະດັບ “ພຣີມຽມ” (Premium) ແລະ “ພຣີມຽມພລັສ” (Premium Plus) ໃນສະຫະລັດອາເມລິກາ ຢ່າງເປັນທາງການ. ການເຄື່ອນໄຫວນີ້ເປັນການຂະຫຍາຍຂອບເຂດການເຂົ້າເຖິງ ຫຼັງເຄີຍມີລາຍງານວ່າເຄີຍມີການເປີດທົດລອງນຳໃຊ້ໃນກຸ່ມຜູ້ໃຊ້ບໍລິການລະດັບສູງສຸດແບບຈຳກັດມາຕັ້ງແຕ່ປາຍເດືອນມິຖຸນາ. 

ບໍລິການດັ່ງກ່າວຈະຊ່ວຍໃຫ້ຜູ້ໃຊ້ງານສາມາດເຮັດທຸລະກຳຕ່າງໆ ບໍ່ວ່າຈະເປັນການຝາກເງິນ, ໂອນເງິນລະຫວ່າງບຸກຄົນ, ຊຳລະບິນ, ໂອນເງິນຜ່ານລະບົບເອເລັກໂຕຣນິກ ແລະ ສົ່ງແຊັກທາງໄປສະນີໄດ້ຢ່າງສະດວກສະບາຍໂດຍບໍ່ຕ້ອງປ່ຽນແອັບ. ຄວາມໜ້າສົນໃຈທີ່ສຸດຂອງ ‘X Money’ ແມ່ນອັດຕາຜົນຕອບແທນຕໍ່ປີ (APY) ທີ່ໃຫ້ສູງເຖິງ 6% ຊຶ່ງຖືວ່າສູງກວ່າອັດຕາດອກເບ້ຍເງິນຝາກປະຢັດທີ່ດີທີ່ສຸດໃນປະຈຸບັນທີ່ຢູ່ລະດັບ 4-5% ແລະ ຍັງສູງກວ່າດອກເບ້ຍຂອງທະນາຄານພານິດຂະໜາດໃຫຍ່ແບບດັ້ງເດີມທີ່ແທບຈະເປັນສູນ.

ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ໃຊ້ງານ, ເງິນຝາກໃນລະບົບນີ້ຈະຖືກເກັບຮັກສາໄວ້ທີ່ທະນາຄານ ຄຣອສຣິເວີ (Cross River) ຊຶ່ງເປັນສະຖາບັນການເງິນຊັ້ນນຳໃນລັດນິວເຈີຊີ ທີ່ຢູ່ເບື້ອງຫຼັງແອັບພລິເຄຊັນເຕັກໂນໂລຊີການເງິນຫຼາຍແຫ່ງ. 

ສິ່ງສຳຄັນຄື ເງິນຝາກຈະໄດ້ຮັບຄວາມຄຸ້ມຄອງຈາກບັນລິສັດປະກັນເງິນຝາກແຫ່ງສະຫະລັດອາເມລິກາ (FDIC) ໃນວົງເງິນສູງສຸດເຖິງ 250,000 ໂດລາສະຫະລັດ. ທາງທະນາຄານ ຄຣອສຣິເວີ ຍັງໄດ້ອະທິບາຍເພີ່ມຕື່ມວ່າ ນີ້ຖືເປັນແພລດຟອມທະນາຄານແຫ່ງທຳອິດໃນອາເມລິກາທີ່ສ້າງຂຶ້ນເທິງເຄືອຂ່າຍສັງຄົມອອນລາຍແລ້ວໄດ້ຮັບການຮັບປະກັນເງິນຝາກຈາກລັດຖະບານ.

ວິໄສທັດຂອງ Elon ທີ່ເຄີຍກ່າວໄວ້ເມື່ອຫຼາຍປີກ່ອນ ແມ່ນການຍົກລະດັບ X ໃຫ້ກາຍເປັນແອັບທີ່ຄ້າຍຄືກັບ WeChat ຂອງຈີນ ທີ່ລວມເອົາທັງການລົມກັນ, ຊື້ເຄື່ອງ ແລະ ຊຳລະເງິນໄວ້ໃນບ່ອນດຽວ ຈົນກາຍເປັນເສົາຫຼັກໃນການໃຊ້ຈ່າຍຂອງຜູ້ບໍລິໂພກ. 

ດັ່ງນັ້ນ, ການເປີດຕົວບໍລິການທາງການເງິນໃນຄັ້ງນີ້ ຈຶ່ງຖືເປັນການກ້າວເຂົ້າສູ່ສະໜາມແຂ່ງຂັນໂດຍກົງກັບແອັບຊຳລະເງິນຍັກໃຫຍ່ທີ່ຄອງຕະຫຼາດຢູ່ກ່ອນແລ້ວ ເຊັ່ນ: Venmo ຂອງ PayPal, Cash App ຂອງ Block ແລະ SoFi ໂດຍການນຳໃຊ້ຖານຜູ້ໃຊ້ງານຫຼາຍລ້ານຄົນທີ່ມີຢູ່ແລ້ວຂອງ X ມາເປັນຈຸດແຂງ ແລະ ອາວຸດສຳຄັນໃນການແຂ່ງຂັນຄັ້ງນີ້.

#LaoXperts #XMoney #ElonMusk #EverythingApp #ການເງິນດິຈິຕອນ #ຂ່າວໄອທີ #ແພລດຟອມX #ຂ່າວເສດຖະກິດ

Comments are disabled