ປົກເວັບ 82 1

ເງິນໂດລາສະຫະລັດແຂງຄ່າຂຶ້ນສູ່ລະດັບສູງສຸດໃນຮອບໜຶ່ງເດືອນ ທ່າມກາງການຄາດການຂອງນັກລົງທຶນເຖິງໂອກາດທີ່ທະນາຄານກາງສະຫະລັດ (Fed) ຈະປັບຂຶ້ນອັດຕາດອກເບ້ຍ. ຕາມການລາຍງານຂອງ Reuter, ສະຖານະການນີ້ໄດ້ສ້າງແຮງກະທົບໂດຍກົງຕໍ່ຕະຫຼາດເງິນຕາທົ່ວໂລກ ເຮັດໃຫ້ເງິນເຢນອ່ອນຄ່າລົງ ຂະນະທີ່ທຸກຝ່າຍກຳລັງຈັບຕາເບິ່ງທິດທາງເສດຖະກິດຢ່າງໃກ້ຊິດ.

ດັດຊະນີເງິນໂດລາເຊິ່ງວັດແທກມູນຄ່າທຽບກັບສະກຸນເງິນຫຼັກອື່ນໆ ໄດ້ປັບຕົວເພີ່ມຂຶ້ນ 0.03% ມາຢູ່ທີ່ 101.55 ໂດຍເງິນເອີໂຣອ່ອນຄ່າລົງເລັກນ້ອຍມາຢູ່ທີ່ 1.1366 ໂດລາ ແລະ ເງິນໂດລາຍັງສາມາດແຂງຄ່າເມື່ອທຽບກັບເງິນເຢນຍີ່ປຸ່ນທີ່ລະດັບ 163.82 ເຢນ. ໃນຂະນະທີ່ປັດຈຸບັນເງິນກີບເຮົາແມ່ນ 1​ ໂດລາເທົ່າກັບ 22,788 ກີບ ຕາມອັດຕາແລກປ່ຽນຂອງ ທະນາຄານການຄ້າ.

ເຖິງແມ່ນວ່າລາຄານ້ຳມັນຈະປັບຕົວລົງຈາກການຢຸດພັກການໂຈມຕີຂອງສະຫະລັດຕໍ່ອີຣານ ເຊິ່ງຊ່ວຍຜ່ອນຄາຍຄວາມກັງວົນເລື່ອງເງິນເຟີ້ໄປໄດ້ແດ່ ແຕ່ຜົນຕອບແທນພັນທະບັດລັດຖະບານສະຫະລັດພັດບໍ່ໄດ້ຫຼຸດລົງຫຼາຍປານໃດ. ທ່ານ Chris Weston ຫົວໜ້າຝ່າຍຄົ້ນຄວ້າຈາກ Pepperstone ລະບຸວ່າ ການຂາດແຮງຊື້ໃນຕະຫຼາດພັນທະບັດໄລຍະສັ້ນ ແມ່ນປັດໄຈສຳຄັນທີ່ຊ່ວຍຄ້ຳຊູໃຫ້ເງິນໂດລາຍັງຄົງຮັກສາຄວາມແຂງແກ່ນໄວ້ໄດ້.

ຂະນະນີ້ ທຸກສາຍຕາລ້ວນແຕ່ຈັບຈ້ອງໄປທີ່ກອງປະຊຸມນະໂຍບາຍການເງິນຂອງ Fed ທີ່ຈະສິ້ນສຸດລົງໃນວັນພຸດ ໂດຍສະຖາບັນການເງິນຫຼາຍແຫ່ງປະເມີນວ່າມີຄວາມສ່ຽງທີ່ Fed ອາດຈະຕັດສິນໃຈຂຶ້ນດອກເບ້ຍໃນອາທິດນີ້ ຍ້ອນການພຸ່ງຂຶ້ນຂອງລາຄານ້ຳມັນໃນຊ່ວງກ່ອນໜ້ານີ້ ລວມເຖິງຄວາມເຄັ່ງຕຶງໃນພາກພື້ນຕາເວັນອອກກາງ. 

ຂໍ້ມູນຈາກ CME FedWatch ຊີ້ໃຫ້ເຫັນວ່າ ໂອກາດທີ່ Fed ຈະຂຶ້ນດອກເບ້ຍອີກ 0.25% ໃນອາທິດນີ້ ໄດ້ເພີ່ມຂຶ້ນເປັນ 36.3% ຈາກລະດັບພຽງ 16% ໃນອາທິດກ່ອນ ພ້ອມທັງຄາດການເຖິງ 81% ວ່າຈະມີການຂຶ້ນດອກເບ້ຍໃນເດືອນກັນຍາທີ່ຈະມາເຖິງ. 

#LaoXperts #USDollar #Fed #InterestRates #EconomyNews #Forex #ຕະຫຼາດເງິນຕາ #ຂ່າວເສດຖະກິດ

Comments are disabled