ປົກເວັບ 2026 07 24T134701 519

ການນຳເຂົ້າຄຳຂອງຈີນພຸ່ງຂຶ້ນສູງສຸດໃນຮອບ 2 ປີ ໂດຍແຕະລະດັບ 173 ໂຕນ ໃນເດືອນມິຖຸນາທີ່ຜ່ານມາ ເຊິ່ງເປັນຜົນມາຈາກລາຄາຄຳໃນຕະຫຼາດໂລກທີ່ປັບຕົວລົງ ບວກກັບຄ່າເງິນຢວນທີ່ແຂງຄ່າ. 

ປັດໄຈເຫຼົ່ານີ້ໄດ້ກະຕຸ້ນໃຫ້ນັກລົງທຶນ ແລະ ທະນາຄານພານິດ ເລັ່ງຊື້ສະສົມເພື່ອຮອງຮັບຄວາມຕ້ອງການພາຍໃນປະເທດທີ່ກຳລັງເພີ່ມຂຶ້ນ. ປະກົດການດັ່ງກ່າວສະທ້ອນໃຫ້ເຫັນເຖິງອິດທິພົນຂອງຈີນ ໃນຖານະຜູ້ບໍລິໂພກຄຳລາຍໃຫຍ່ທີ່ສຸດຂອງໂລກ ທ່າມກາງຄວາມຜັນຜວນຂອງຕະຫຼາດ. Bloomberg ລາຍງານ.

ຂໍ້ມູນລະບຸວ່າ ການນຳເຂົ້າຄຳຂອງຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນເດືອນທີ 3 ແລະ ເປັນລະດັບທີ່ສູງທີ່ສຸດນັບຕັ້ງແຕ່ເດືອນມີນາ ປີ 2024 ເປັນຕົ້ນມາ. ປັດໄຈຫຼັກທີ່ຊຸກຍູ້ໃຫ້ເກີດການຊື້ສະສົມໃນຄັ້ງນີ້ ແມ່ນການປັບຖານລົງຂອງລາຄາຄຳໃນຕະຫຼາດໂລກ ແລະ ຄ່າເງິນຢວນທີ່ແຂງຄ່າ ເຊິ່ງຊ່ວຍຫຼຸດຕົ້ນທຶນການນຳເຂົ້າ ແລະ ເຮັດໃຫ້ນັກລົງທຶນຈີນລົງມືຊື້ໃນຈັງຫວະທີ່ລາຄາຍຸດຊະງັກ (Buy the Dip).

ນອກຈາກນີ້, ນັກວິເຄາະຍັງ ຊີ້ໃຫ້ເຫັນວ່າ ສ່ວນຕ່າງລາຄາຄຳໃນຕະຫຼາດຈີນທີ່ຍັງຄົງຢູ່ໃນລະດັບສູງຕະຫຼອດເຄິ່ງປີທຳອິດ ເຮັດໃຫ້ການນຳເຂົ້າຄຳຈາກຕ່າງປະເທດມີຕົ້ນທຶນຕໍ່າກວ່າການຊື້ພາຍໃນປະເທດ ຈຶ່ງກາຍເປັນແຮງຈູງໃຈສຳຄັນໃຫ້ເກີດການນຳເຂົ້າຢ່າງຫຼວງຫຼາຍ. ພ້ອມດຽວກັນນີ້, ການນຳເຂົ້າບາງສ່ວນອາດເປັນການສັ່ງຊື້ກ່ອນໜ້ານັ້ນ ແຕ່ຫາກໍຖືກບັນທຶກເປັນສະຖິຕິໃນເດືອນມິຖຸນາ ເນື່ອງຈາກຂັ້ນຕອນທາງດ້ານພາສີ ແລະ ການຂົນສົ່ງ.

ນອກຈາກນັກລົງທຶນລາຍຍ່ອຍແລ້ວ, ທະນາຄານການຄ້າໃນຈີນຍັງໄດ້ເລັ່ງສະສົມຄຳເພື່ອຮອງຮັບການຈຳໜ່າຍໃຫ້ລູກຄ້າ ແລະ ສະໜັບສະໜູນໂຄງການອອມຄຳ (Gold Accumulation Plan) ທີ່ກຳລັງໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນໝູ່ປະຊາຊົນ ເຊິ່ງເປີດໂອກາດໃຫ້ທະຍອຍສະສົມຄຳດ້ວຍເງິນລົງທຶນທີ່ໜ້ອຍລົງ. 

ການນຳເຂົ້າທີ່ເພີ່ມຂຶ້ນນີ້ ຍັງກ່ຽວຂ້ອງກັບການທີ່ທະນາຄານການຄ້າພະຍາຍາມເລັ່ງນຳໃຊ້ໂຄຕານຳເຂົ້າຂອງຕົນຈາກທະນາຄານກາງຈີນ (PBOC) ກ່ອນທີ່ລະບົບການອອກໃບອະນຸຍາດແບບໃໝ່ຈະເລີ່ມມີຜົນບັງຄັບໃຊ້ໃນວັນທີ 1 ມິຖຸນາ ທີ່ຜ່ານມາ.

ຄວາມນິຍົມໃນການລົງທຶນຄຳຂອງຈີນ ຍັງສະທ້ອນໃຫ້ເຫັນຜ່ານກອງທຶນ ETF ຄຳຂອງຈີນ (Shanghai Gold Exchange) ທີ່ມີເງິນທຶນໄຫຼເຂົ້າສຸດທິເຖິງ 28 ໂຕນ ນັບຕັ້ງແຕ່ຕົ້ນປີ 2026 ເຊິ່ງກົງກັນຂ້າມກັບກະແສເງິນທຶນທີ່ໄຫຼອອກຈາກກອງທຶນ ETF ຄຳໃນຫຼາຍປະເທດທົ່ວໂລກ.

#LaoXperts #ຈີນ #ນຳເຂົ້າຄຳ #ລາຄາຄຳໂລກ #ລົງທຶນຄຳ #ເສດຖະກິດຈີນ

Comments are disabled