ປົກເວັບ 2026 07 24T132935 409

ລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກດີດໂຕສູງເກີນ 100 ໂດລາຕໍ່ບາເຣນເປັນຄັ້ງທຳອິດໃນຮອບ 2 ເດືອນ ເນື່ອງຈາກຄວາມຂັດແຍ່ງທີ່ຕາເວັນອອກກາງເຄັ່ງຮ້ອນຂຶ້ນ ຈົນສ່ຽງທີ່ຈະກະທົບຕໍ່ສາຍພານການຂົນສົ່ງນ້ຳມັນເຊື້ອໄຟທົ່ວໂລກຢ່າງຮຸນແຮງ. 

ເຫດການນີ້ບໍ່ພຽງແຕ່ເພີ່ມແຮງກົດດັນຕໍ່ຄ່າຄອງຊີບຂອງປະຊາຊົນ ແລະ ການຟື້ນໂຕຂອງເສດຖະກິດ, ແຕ່ຍັງສ້າງຄວາມຜັນຜວນຢ່າງໜັກໃນຕະຫຼາດຮຸ້ນ ແລະ ພັນທະບັດທົ່ວໂລກ.

ການປັບໂຕສູງຂຶ້ນຢ່າງຮອບດ້ານຂອງລາຄານ້ຳມັນເຊື້ອໄຟ ເກີດຂຶ້ນຫຼັງຈາກກຸ່ມຮູຕີໃນເຢເມນໄດ້ເປີດສາກໂຈມຕີເຮືອບັນທຸກນ້ຳມັນຂອງຊາອຸດິດ ອາຣາເບຍ 2 ລຳໃນທະເລແດງ ດ້ວຍຂະນະທີ່ຄວາມເຄັ່ງຕຶງລະຫວ່າງສະຫະລັດ ແລະ ອີຣານ ຢູ່ບໍລິເວນຊ່ອງຮູບຮໍມຸຊ (Hormuz) ຍັງຄົງເພີ່ມສູງຂຶ້ນ. 

ການຂັດຂວາງເສັ້ນທາງຂົນສົ່ງນ້ຳມັນເຊື້ອໄຟທີ່ສຳຄັນທັງສອງແຫ່ງນີ້ ເຮັດໃຫ້ເກີດຄວາມກັງວົນວ່າ ລາຄານ້ຳມັນເຊື້ອໄຟອາດພຸ່ງສູງເຖິງ 120 ໂດລາຕໍ່ບາເຣນ ເຊິ່ງຈະກາຍເປັນລະເບີດລູກໃໝ່ທີ່ຊ້ຳເຕີມອັດຕາເງິນເຟີ້ ແລະ ຕົ້ນທຶນພະລັງງານຂອງທຸກພາກສ່ວນ.

ຄວາມບໍ່ໝັ້ນຄອງທາງດ້ານພູມສາດການເມືອງນີ້ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຕະຫຼາດທຸນ, ເຮັດໃຫ້ດັດຊະນີຮຸ້ນສຳຄັນທັງໃນອະເມຣິກາ ແລະ ເອີຣົບ ປັບໂຕຫຼຸດລົງຢ່າງແຮງ ໂດຍສະເພາະດັດຊະນີ Nasdaq ຂອງນິວຢອກ ທີ່ຕົກລົງຫຼາຍກວ່າ 2% ຈາກຄວາມກັງວົນກ່ຽວກັບພາວະຟອງສະບູ່ຂອງຮຸ້ນກຸ່ມ AI ແລະ ຮຸ້ນຂອງບໍລິສັດ Tesla ທີ່ຫຼຸດລົງເຖິງ 12%. 

ນອກຈາກນີ້, ນັກລົງທຶນຍັງໄດ້ພາກັນເທຂາຍພັນທະບັດລັດຖະບານຂອງປະເທດເສດຖະກິດຂະໜາດໃຫຍ່ ເຊັ່ນ: ສະຫະລັດ, ເຢຍລະມັນ, ຍີ່ປຸ່ນ ແລະ ອັງກິດ ສົ່ງຜົນໃຫ້ຕົ້ນທຶນການກູ້ຢືມຂອງລັດຖະບານ (Yields) ປັບໂຕສູງຂຶ້ນ ເຊິ່ງເປັນສັນຍານເຕືອນເຖິງຄວາມສ່ຽງຂອງວິກິດການທາງເສດຖະກິດ ແລະ ຄວາມຜັນຜວນຂອງຕະຫຼາດການເງິນໂລກທີ່ອາດຈະຮຸນແຮງຂຶ້ນອີກໃນໄລຍະຕໍ່ໜ້າ.

#LaoXperts #ຂ່າວເສດຖະກິດໂລກ #ລາຄານ້ຳມັນເຊື້ອໄຟ #ຕາເວັນອອກກາງ #ເສດຖະກິດໂລກ #ຕະຫຼາດຮຸ້ນ #ເງິນເຟີ້ #ພະລັງງານໂລກ

Comments are disabled