ຂະແໜງທ່ອງທ່ຽວ ສປປ ລາວ ຍັງຄົງເປັນກຳລັງຫຼັກໃນການຂັບເຄື່ອນເສດຖະກິດ ໂດຍ 6 ເດືອນຕົ້ນປີ 2026 ສາມາດສ້າງລາຍຮັບໝູນວຽນໄດ້ເຖິງ 960 ກວ່າລ້ານໂດລາສະຫະລັດ. ນາຍົກລາຍງານໃນສະພາ.
ລັດຖະບານໄດ້ຍົກລະດັບການອະນຸລັກວັດທະນະທຳ-ທຳມະຊາດ ເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວ ພ້ອມຕັ້ງເປົ້າໝາຍໃນ 6 ເດືອນທ້າຍປີ ຕ້ອງດຶງດູດນັກທ່ອງທ່ຽວໃຫ້ໄດ້ 4,46 ລ້ານເທື່ອຄົນ.
ອີງຕາມຂໍ້ມູນສະຖິຕິຈາກ ກົມພັດທະນາການທ່ອງທ່ຽວ ລະບຸວ່າ ນັບແຕ່ເດືອນມັງກອນ ຫາ ເດືອນມິຖຸນາ ປີ 2026 ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາທ່ຽວ ສປປ ລາວ ສູງເຖິງ 2.590.511 ຄົນ ເຊິ່ງເພີ່ມຂຶ້ນ 9,87% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ຕະຫຼາດປະເທດເພື່ອນບ້ານ ຍັງຄົງເປັນກຳລັງຫຼັກທີ່ສຳຄັນ ໂດຍສະເພາະ ໄທ, ຈີນ ແລະ ຫວຽດນາມ ທີ່ກວມເອົາອັດຕາສ່ວນເຖິງ 80,9% ຂອງຈຳນວນນັກທ່ອງທ່ຽວທັງໝົດ. ທ່າອ່ຽງການເຕີບໂຕທີ່ມີຄວາມສະໝໍ່າສະເໝີໃນແຕ່ລະເດືອນນີ້ ໄດ້ກາຍເປັນປັດໄຈບວກທີ່ສຳຄັນໃນການຊຸກຍູ້ທຸລະກິດການບໍລິການ ແລະ ປຸກກະແສເສດຖະກິດມະຫາພາກໃຫ້ມີຄວາມຄຶກຄັກຢ່າງຕໍ່ເນື່ອງ.
ຕົວເລກການເຕີບໂຕດັ່ງກ່າວແມ່ນສອດຄ່ອງກັບການລາຍງານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 10 ເມື່ອຕົ້ນເດືອນກໍລະກົດທີ່ຜ່ານມາ ໂດຍທ່ານໄດ້ເນັ້ນໜັກວ່າ ລັດຖະບານໄດ້ໃຫ້ຄວາມສຳຄັນກັບການຍົກລະດັບວຽກງານສົ່ງເສີມວັດທະນະທຳລາວ ເພື່ອດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບເຂົ້າປະເທດ.
ຜົນສຳເລັດທີ່ພົ້ນເດັ່ນໃນໄລຍະຜ່ານມາແມ່ນການສະເຫຼີມສະຫຼອງ ອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງລາວ ພ້ອມທັງພວມສືບຕໍ່ຮີບໂຮມຂໍ້ມູນເພື່ອສະເໜີ ການນຸ່ງສິ້ນລາວ ແລະ ອາຫານລາວປະເພດລາບ ຂຶ້ນເປັນມໍລະດົກໂລກຕື່ມອີກ.
ການເຄື່ອນໄຫວຊຸກຍູ້ຢ່າງແຂງຂັນທັງທາງດ້ານວັດທະນະທຳ ແລະ ທຳມະຊາດນີ້ ບໍ່ພຽງແຕ່ຊ່ວຍສ້າງລາຍຮັບໝູນວຽນມະຫາສານເຂົ້າປະເທດໄດ້ຫຼາຍກວ່າ 960 ລ້ານໂດລາສະຫະລັດ ແຕ່ຍັງສາມາດດຶງດູດນັກທ່ອງທ່ຽວພາຍໃນປະເທດໄດ້ເຖິງ 1,3 ລ້ານເທື່ອຄົນ (ເທົ່າກັບ 30% ຂອງແຜນການ) ແລະ ລົງສຳຫຼວດກຳນົດຂອບເຂດດິນແຫຼ່ງທ່ອງທ່ຽວໄດ້ 3 ແຫ່ງ (ລື່ນຄາດໝາຍ 150%).
ສຳລັບທິດທາງແຜນການໃນ 6 ເດືອນທ້າຍປີ, ລັດຖະບານຈະສືບຕໍ່ຍົກລະດັບການພັດທະນາ ແລະ ການໂຄສະນາຢ່າງເຕັມກຳລັງ ໂດຍຕັ້ງເປົ້າໝາຍອັນທ້າທາຍໃນການຊຸກຍູ້ດຶງດູດນັກທ່ອງທ່ຽວໃຫ້ບັນລຸເຖິງ 4,46 ລ້ານເທື່ອຄົນ.
#LaoX #ການທ່ອງທ່ຽວລາວ #ເສດຖະກິດລາວ #ທ່ອງທ່ຽວ #ວັດທະນະທຳລາວ #ຫີນໜາມໜໍ່ #ສິ້ນລາວ #ລາບ #LaoTourism #Laos #TourismDevelopment


