ປົກເວັບ 78

ທະນາຄານແຫ່ງ ສປປ ລາວ (ທຫລ) ຍົກລະດັບມາດຕະການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອແກ້ໄຂບັນຫາການຂາດແຄນເງິນຕາ ແລະ ຮັກສາສະຖຽນລະພາບເສດຖະກິດມະຫາພາກ. ຫຼ້າສຸດໄດ້ເລັ່ງຈັດລະບຽບບັນຊີເງິນຝາກຂອງຜູ້ປະກອບການນຳເຂົ້າ-ສົ່ງອອກໄດ້ຫຼາຍກວ່າ 8 ພັນບໍລິສັດ ພ້ອມທັງດຶງເງິນຕາເຂົ້າສູ່ລະບົບທະນາຄານໄດ້ກວ່າ 100 ລ້ານໂດລາສະຫະລັດ.

ອີງຕາມການລາຍງານສະພາບການປະຕິບັດວຽກງານປະຈຳເດືອນມິຖຸນາ 2026 ໂດຍ ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການ ທຫລ, ວຽກງານການຄຸ້ມຄອງເງິນຕາຕ່າງປະເທດຖືເປັນໜຶ່ງໃນວຽກງານຈຸດສຸມທີ່ສຳຄັນທີ່ສຸດ. 

ໃນໄລຍະເດືອນຜ່ານມາ, ທຫລ ໄດ້ອອກໜັງສືຢັ້ງຢືນແຈ້ງລົງທະບຽນເພື່ອເປີດ ຫຼື ຫັນບັນຊີເງິນຝາກທີ່ກ່ຽວຂ້ອງກັບການນຳເຂົ້າ-ສົ່ງອອກ ໃຫ້ແກ່ບໍລິສັດຕ່າງໆຕື່ມອີກ 180 ບໍລິສັດ, ເຮັດໃຫ້ປັດຈຸບັນມີບໍລິສັດທີ່ຂຶ້ນທະບຽນແລ້ວທັງໝົດ 8.239 ບໍລິສັດ. 

ຈາກຕົວເລກດັ່ງກ່າວ, ມີບໍລິສັດທີ່ໄດ້ດຳເນີນການເປີດ ຫຼື ຫັນບັນຊີສຳເລັດແລ້ວຈຳນວນ 5.899 ບໍລິສັດ ເຊິ່ງກວມເອົາເຖິງ 14.669 ບັນຊີໃນທົ່ວລະບົບທະນາຄານ. ຕົວເລກນີ້ສະແດງໃຫ້ເຫັນເຖິງການເຕີບໂຕຢ່າງຕໍ່ເນື່ອງ ໂດຍເພີ່ມຂຶ້ນ 95 ບໍລິສັດ ແລະ 273 ບັນຊີ ເມື່ອທຽບໃສ່ເດືອນກ່ອນໜ້າ.

ຄວບຄູ່ໄປກັບການຈັດລະບຽບການຄ້າຊາຍແດນ, ຄວາມພະຍາຍາມໃນການດຶງດູດເອົາເງິນທຶນຕົວຈິງເຂົ້າສູ່ລະບົບກໍໄດ້ຮັບໝາກຜົນທີ່ເປັນຮູບປະທຳ ໂດຍສາມາດຢັ້ງຢືນເງິນທຶນຈາກຕ່າງປະເທດຂອງ 40 ບໍລິສັດ ຄິດເປັນມູນຄ່າສູງເຖິງ 65,81 ລ້ານໂດລາສະຫະລັດ ທຽບເທົ່າ. ສຳລັບທິດທາງໃນເດືອນກໍລະກົດ 2026, ທຫລ ຈະຍັງຄົງສືບຕໍ່ແຈ້ງລົງທະບຽນໃຫ້ຜູ້ຕາງໜ້ານຳເຂົ້າ-ສົ່ງອອກ ພ້ອມທັງຕິດຕາມການຂາຍເງິນຕາຕ່າງປະເທດຂອງກຸ່ມຜູ້ລົງທຶນເຫຼົ່ານີ້ເຂົ້າສູ່ລະບົບທະນາຄານຢ່າງໃກ້ຊິດ. 

ການຄຸ້ມຄອງແບບລວມສູນນີ້ ບໍ່ພຽງແຕ່ຊ່ວຍໃຫ້ລັດຖະບານສາມາດຕິດຕາມກະແສເງິນໄຫຼເຂົ້າ-ອອກໄດ້ຢ່າງຊັດເຈນເທົ່ານັ້ນ, ແຕ່ຍັງເປັນການສ້າງພື້ນຖານທີ່ແຂງແກ່ນໃຫ້ແກ່ສະຖຽນລະພາບທາງການເງິນຂອງຊາດ, ຮັບປະກັນໃຫ້ມີເງິນຕາພຽງພໍສຳລັບການຊຳລະສະສາງສິນຄ້ານຳເຂົ້າທີ່ຈຳເປັນຕໍ່ການດຳລົງຊີວິດ ແລະ ການຜະລິດພາຍໃນປະເທດ.

ເພື່ອແກ້ໄຂບັນຫາການຂາດແຄນເງິນຕາ ແລະ ອັດຕາແລກປ່ຽນໃນໄລຍະຍາວ, ທ່ານ ນ. ບຸນຄຳ ວໍລະຈິດ, ຜູ້ວ່າການ ທຫລ ໄດ້ຊີ້ແຈງໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ເມື່ອຕົ້ນເດືອນທີ່ຜ່ານວ່າ ທຫລ ພວມສຸມໃສ່ຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂັ້ມງວດ ແລະ ຫັນເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ. ໂດຍໄດ້ກຳນົດເປົ້າໝາຍໃນການຄຸ້ມຄອງເງິນຕາຈາກລາຍຮັບການສົ່ງອອກໃຫ້ບັນລຸ 75% ຂອງມູນຄ່າການສົ່ງອອກທັງໝົດ. 

ທຫລ ຍັງໄດ້ມີການຕິດຕາມກະແສເງິນຕາຈາກກຸ່ມຜູ້ລົງທຶນຕ່າງປະເທດ ໂດຍຜ່ານການເຈລະຈາຂອງຄະນະສະເພາະກິດ ເພື່ອໃຫ້ນັກລົງທຶນໂອນເງິນເຂົ້າມາໃນປະເທດຢ່າງຖືກຕ້ອງ. ນອກຈາກນີ້, ກໍລະນີທີ່ມີການນໍາເງິນສົດເຂົ້າຜ່ານດ່ານຊາຍແດນເພື່ອຈຸດປະສົງດ້ານການຄ້າ ຫຼື ການລົງທຶນ ແມ່ນຮຽກຮ້ອງໃຫ້ເຈົ້າໜ້າທີ່ດ່ານຊາຍແດນຕ້ອງໃຫ້ຜູ້ປະກອບການນໍາເຂົ້າບັນຊີສະເພາະກ່ອນ ແລ້ວຈຶ່ງບັນທຶກເຂົ້າໃນລະບົບຢ່າງຮັດກຸມ.

ເພື່ອອັດຊ່ອງຫວ່າງການຮົ່ວໄຫຼຂອງເງິນຕາຕ່າງປະເທດ, ທຫລ ຈະປະສານສົມທົບກັບກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອດັດສົມຫົວໜ່ວຍນໍາເຂົ້າ ແລະ ຈຳກັດໂຄຕ້າການນໍາເຂົ້າ ໂດຍແຍກເປັນ 5 ກຸ່ມສິນຄ້າບູລິມະສິດຄື: ນໍ້າມັນເຊື້ອໄຟ, ຄໍາ, ພາຫະນະ, ຢາປົວພະຍາດ, ປຸ໋ຍຝຸ່ນ ແລະ ເຄື່ອງອຸປະໂພກ-ບໍລິໂພກ. ການດັດສົມເງິນຕາຕ່າງປະເທດດັ່ງກ່າວຈະພິຈາລະນາໃຫ້ສະເພາະແຕ່ຜູ້ທີ່ໄດ້ຮັບອະນຸຍາດເທົ່ານັ້ນ. ພ້ອມກັນນີ້, ໄດ້ມີການຈັດສັນລະບົບການຄ້າໃໝ່ທີ່ອະນຸຍາດໃຫ້ພຽງແຕ່ຜູ້ນໍາເຂົ້າສາມາດນໍາໃຊ້ເງິນຕາຕ່າງປະເທດໄດ້, ສ່ວນຜູ້ຂາຍຍົກ ແລະ ຂາຍຍ່ອຍແມ່ນຕ້ອງຊຳລະເປັນເງິນກີບ.

ລັດຖະບານຍັງຊຸກຍູ້ໃຫ້ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກ ຫັນມານໍາໃຊ້ສະກຸນເງິນທ້ອງຖິ່ນ ເຊັ່ນ: ກີບ-ດົງ, ກີບ-ຢວນ ແລະ ກີບ-ບາດ ໃນການຊຳລະຄ່າສິນຄ້າ, ບໍລິການ ແລະ ການລົງທຶນກັບປະເທດຄູ່ຄ້າ ເພື່ອຫຼຸດຜ່ອນການເອື່ອຍອີງເງິນໂດລາສະຫະລັດ. ອີກໜຶ່ງບາດກ້າວສຳຄັນແມ່ນການກຳນົດໃຫ້ການຊຳລະສະສາງການຄ້າພາຍໃນ ໂດຍສະເພາະສິນຄ້າທີ່ມີມູນຄ່າສູງ ເຊັ່ນ: ການຊື້-ຂາຍທີ່ດິນ, ພາຫະນະ ແລະ ນໍ້າມັນເຊື້ອໄຟ ຈະຕ້ອງດຳເນີນການຜ່ານລະບົບທະນາຄານເທົ່ານັ້ນ ເພື່ອດຶງທຸກທຸລະກຳເຂົ້າສູ່ລະບົບຢ່າງໂປ່ງໃສ ແລະ ສາມາດກວດສອບໄດ້.

#LaoXperts #ທະນາຄານແຫ່ງສປປລາວ #ເສດຖະກິດລາວ #ເງິນຕາຕ່າງປະເທດ #FDI #ການນຳເຂົ້າສົ່ງອອກ #ຂ່າວເສດຖະກິດ

Comments are disabled