ປົກເວັບ 59 1

ລັດຖະບານກຽມບັງຄັບໃຊ້ລະບຽບການຂັ້ນເດັດຂາດເພື່ອດຶງລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກເຂົ້າສູ່ລະບົບທະນາຄານໃຫ້ບັນລຸເຖິງ 75 ສ່ວນຮ້ອຍ ແນໃສ່ສະກັດກັ້ນການຮົ່ວໄຫຼຂອງກະແສເງິນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄັງສຳຮອງເງິນຕາແຫ່ງຊາດຢ່າງເປັນຮູບປະທຳ.  

ບັນຫາການຂາດແຄນເງິນຕາຕ່າງປະເທດທີ່ຊຳເຮື້ອມາດົນ ໄດ້ກາຍເປັນວາລະຮີບດ່ວນທີ່ລັດຖະບານຕ້ອງເລັ່ງແກ້ໄຂ ໂດຍໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທ່ານ ນ. ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ອອກມາຊີ້ແຈງເຖິງແຜນການປະຕິຮູບລະບົບການຄຸ້ມຄອງເງິນຕາຕ່າງປະເທດຄັ້ງໃຫຍ່. 

ເພື່ອເປັນການຕອບຄຳຖາມເຈາະຈີ້ມຂອງປະທານສະພາແຫ່ງຊາດກ່ຽວກັບຊ່ອງຫວ່າງຂອງການນຳໃຊ້ເງິນຕາຜ່ານລະບົບທະນາຄານ ທ່ານຜູ້ວ່າການໄດ້ລະບຸຢ່າງຊັດເຈນວ່າ ການແກ້ໄຂບັນຫານີ້ບໍ່ສາມາດດຳເນີນການໄດ້ໂດຍພຽງແຕ່ທະນາຄານກາງລຳພັງ ແຕ່ຕ້ອງອາໄສການບູລະນາການຮ່ວມກັບຫຼາຍພາກສ່ວນ. 

ມາດຕະການທີ່ສຳຄັນທີ່ສຸດແມ່ນການບັງຄັບໃຊ້ລະບຽບການຄຸ້ມຄອງລາຍຮັບຈາກການສົ່ງອອກ ໂດຍກຳນົດເປົ້າໝາຍຢ່າງເຂັ້ມງວດໃຫ້ບັນດາຜູ້ປະກອບການສົ່ງອອກ ຕ້ອງນຳເອົາລາຍຮັບເງິນຕາຕ່າງປະເທດກັບຄືນເຂົ້າສູ່ລະບົບທະນາຄານພາຍໃນປະເທດໃຫ້ບັນລຸເຖິງ 75 ສ່ວນຮ້ອຍຂອງມູນຄ່າການສົ່ງອອກທັງໝົດ.

ນອກຈາກນີ້ ຍັງມີການປະສານງານຜ່ານຄະນະສະເພາະກິດ ເພື່ອເຈລະຈາ ແລະ ຕິດຕາມໃຫ້ກຸ່ມຜູ້ລົງທຶນຕ່າງປະເທດ ໂອນເງິນລົງທຶນເຂົ້າມາໃນປະເທດຢ່າງຖືກຕ້ອງຕາມລະບຽບການ. 

ພ້ອມກັນນັ້ນ ຈະມີການຮ່ວມມືກັບກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຈຳກັດໂຄຕ້າການນຳເຂົ້າ ໂດຍຈະແຍກການຄຸ້ມຄອງອອກເປັນ 5 ກຸ່ມສິນຄ້າບູລິມະສິດ ຄື ນໍ້າມັນເຊື້ອໄຟ ຄຳ ພາຫະນະ ຢາປົວພະຍາດ ແລະ ປຸ໋ຍຝຸ່ນລວມເຖິງເຄື່ອງອຸປະໂພກບໍລິໂພກ ເພື່ອຈັດສັນເງິນຕາທີ່ມີຈຳກັດໃຫ້ເກີດປະໂຫຍດສູງສຸດແກ່ເສດຖະກິດຊາດ.  

ເພື່ອອັດຊ່ອງຫວ່າງການຮົ່ວໄຫຼໃນລະບົບການຄ້າພາຍໃນປະເທດ ທະນາຄານແຫ່ງ ສປປ ລາວ ຈະສ້າງມາດຕະການທີ່ບັງຄັບໃຫ້ການຊຳລະສະສາງສິນຄ້າທີ່ມີມູນຄ່າສູງ ເຊັ່ນ ການຊື້ຂາຍທີ່ດິນ ພາຫະນະ ແລະ ນໍ້າມັນເຊື້ອໄຟ ຕ້ອງດຳເນີນການຜ່ານລະບົບທະນາຄານເທົ່ານັ້ນ. 

ລະບົບການຄ້າຈະຖືກຈັດສັນໃໝ່ ໂດຍອະນຸຍາດໃຫ້ພຽງແຕ່ຜູ້ນຳເຂົ້າເທົ່ານັ້ນທີ່ສາມາດນຳໃຊ້ເງິນຕາຕ່າງປະເທດໄດ້ ໃນຂະນະທີ່ຜູ້ຂາຍຍົກ ແລະ ຂາຍຍ່ອຍພາຍໃນປະເທດຈະຖືກບັງຄັບໃຫ້ຊຳລະສະສາງເປັນສະກຸນເງິນກີບທັງໝົດ.

ໃນສ່ວນຂອງດ່ານຊາຍແດນ ຈະມີການຂະຫຍາຍການນຳໃຊ້ລະບົບແຈ້ງພາສີ ASYCUDA ໃຫ້ຄວບຄຸມໄປເຖິງບັນດາດ່ານປະເພນີ ແລະ ດ່ານທ້ອງຖິ່ນ ເພື່ອໃຫ້ການແຈ້ງພາສີຖືກຕ້ອງ ແລະ ຫຼຸດຜ່ອນການຮົ່ວໄຫຼຂອງຂໍ້ມູນການຄ້າ. 

ກໍລະນີທີ່ມີການນຳເງິນສົດເຂົ້າຜ່ານດ່ານຊາຍແດນເພື່ອຈຸດປະສົງທາງການຄ້າ ຫຼື ການລົງທຶນ ເຈົ້າໜ້າທີ່ຈະຕ້ອງບັງຄັບໃຫ້ຜູ້ປະກອບການນຳເງິນນັ້ນເຂົ້າບັນຊີສະເພາະແລ້ວບັນທຶກເຂົ້າໃນລະບົບຢ່າງຮັດກຸມ. 

ຍິ່ງໄປກວ່ານັ້ນ ຍັງມີການຊຸກຍູ້ໃຫ້ພາກທຸລະກິດຫັນມານຳໃຊ້ສະກຸນເງິນທ້ອງຖິ່ນ ເຊັ່ນ ເງິນກີບ-ດົງ ກີບ-ຢວນ ແລະ ກີບ-ບາດ ສຳລັບການຊຳລະຄ່າສິນຄ້າ ແລະ ການລົງທຶນກັບປະເທດຄູ່ຄ້າ ເພື່ອຫຼຸດຜ່ອນການເອື່ອຍອີງສະກຸນເງິນໂດລາສະຫະລັດຢ່າງເປັນຮູບປະທຳ.  ອີກໜຶ່ງມິຕິທີ່ໜ້າຈັບຕາແມ່ນການຈັດລະບຽບກະແສເງິນຕາໃນຂະແໜງການທ່ອງທ່ຽວ ເຊິ່ງເຄີຍເປັນຈຸດອ່ອນທີ່ເຮັດໃຫ້ປະເທດສູນເສຍລາຍຮັບຢ່າງມະຫາສານ. 

ທະນາຄານແຫ່ງ ສປປ ລາວ ຈະຮ່ວມມືກັບກະຊວງວັດທະນະທຳ ແລະ ການທ່ຽວທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເພື່ອນຳໃຊ້ຂໍ້ມູນຈາກລະບົບລົງທະບຽນອອນລາຍຂອງນັກທ່ອງທ່ຽວ ເຂົ້າໃນການຕິດຕາມເສັ້ນທາງການໃຊ້ຈ່າຍ ໂດຍສະເພາະແມ່ນກຸ່ມນັກທ່ອງທ່ຽວທີ່ເຂົ້າມາໃນຮູບແບບທົວສູນໂດລາ. 

ໃນປັດຈຸບັນນີ້ ທາງທະນາຄານກາງພວມລົງພື້ນທີ່ເກັບກຳຂໍ້ມູນຢູ່ແຂວງຫຼວງພະບາງ ເພື່ອສຶກສາການໃຫ້ບໍລິການຊຳລະເງິນຜ່ານຊ່ອງທາງ WeChat Pay ແລະ Alipay ໂດຍມີເປົ້າໝາຍທີ່ຈະລວມສູນຂໍ້ມູນ ແລະ ຈຳກັດການນຳໃຊ້ທີ່ຜິດລະບຽບຜ່ານລະບົບກາງ ເຊິ່ງມາດຕະການເຫຼົ່ານີ້ຈະຊ່ວຍສະກັດກັ້ນການຊຳລະເງິນຂ້າມປະເທດທີ່ຫຼີກລ່ຽງລະບົບທະນາຄານລາວ ແລະ ຈະເປັນການດຶງເອົາລາຍຮັບເງິນຕາຕ່າງປະເທດຈາກອຸດສາຫະກຳການທ່ອງທ່ຽວ ເຂົ້າສູ່ການພັດທະນາປະເທດຊາດໄດ້ຢ່າງເຕັມເມັດເຕັມໜ່ວຍ. 

#LaoXperts #ການຄຸ້ມຄອງເງິນຕາ #ທະນາຄານແຫ່ງສປປລາວ #ສົ່ງອອກລາວ #ທົວສູນໂດລາ #ເສດຖະກິດມະຫາພາກ

Comments are disabled