ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງວຽງຈັນ ສ້າງຜົນງານໃຫຍ່ໃນການປາບປາມຢາເສບຕິດ ຫຼັງສະກັດຈັບລົດຫົວລາກທີ່ເມືອງກາສີ ຍຶດຂອງກາງເປັນຢາບ້າ ແລະ ຢາໄອສ໌ ລັອດຍັກນ້ຳໜັກລວມເຖິງ 2 ໂຕນ (2,000 ກິໂລກຣາມ). ການຈັບກຸມຄັ້ງນີ້ຖືເປັນການຕັດວົງຈອນການຄ້າຢາເສບຕິດຂ້າມຊາດຄັ້ງສຳຄັນ ເຊິ່ງເປັນເປົ້າໝາຍຫຼັກໃນການສະກັດກັ້ນ ແລະ ຫຼຸດຜ່ອນຜົນກະທົບອັນຮ້າຍແຮງຕໍ່ຄວາມສະຫງົບຂອງສັງຄົມ.
ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 27 ເມສາ 2026 ທີ່ຜ່ານມາ ເວລາປະມານ 10:30 ໂມງ, ໂດຍເຈົ້າໜ້າທີ່ຕໍາຫຼວດພະແນກຈະລາຈອນ ຮ່ວມກັບ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ໄດ້ປະສານງານສົມທົບກັບ ກອງບັນຊາການ ປກສ ເມືອງກາສີ ຕັ້ງຈຸດສະກັດກວດກາຢູ່ບ້ານໜອງຄຳ ເມືອງກາສີ.
ໃນຂະນະປະຕິບັດໜ້າທີ່, ເຈົ້າໜ້າທີ່ໄດ້ຮຽກກວດຄົ້ນລົດຫົວລາກຍີ່ຫໍ້ FAW ສີແດງ ໝາຍເລກທະບຽນ ບກ 5970 ຫຼວງນໍ້າທາ ພ້ອມຫາງລາກຍີ່ຫໍ້ CIMC ໝາຍເລກທະບຽນ 5971 ເຊິ່ງຂັບຂີ່ໂດຍ ທ້າວ ເຢຍ ຢ່າງ ອາຍຸ 27 ປີ, ອາຊີບຂັບລົດ, ເປັນປະຊາຊົນບ້ານນານ່ານ ເມືອງພູຄູນ ແຂວງຫຼວງພະບາງ.ປກສ ແຂວງວຽງຈັນ ລາຍງານ
ຜ່ານການກວດຄົ້ນຢ່າງລະອຽດ, ເຈົ້າໜ້າທີ່ໄດ້ພົບເຫັນການຊຸກເຊື່ອງຢາເສບຕິດຈຳນວນມະຫາສານຢູ່ບໍລິເວນພື້ນລົດຫາງລາກ ເຊິ່ງປະກອບມີ ຢາບ້າຈຳນວນ 2,500 ແພັກ ທີ່ມີນໍ້າໜັກເຖິງ 1,500 ກິໂລກຣາມ ແລະ ຢາໄອສ໌ ອີກ 500 ກິໂລກຣາມ ຈຶ່ງໄດ້ກັກຕົວຜູ້ກ່ຽວພ້ອມຍຶດຂອງກາງທັງໝົດໄວ້ເປັນຫຼັກຖານ.
ປັດຈຸບັນ, ຄະດີດັ່ງກ່າວພວມຢູ່ໃນຂັ້ນຕອນການເລັ່ງສືບສວນ-ສອບສວນຢ່າງເຄັ່ງຮ້ອນ ໂດຍເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ເພື່ອຂະຫຍາຍຜົນຕິດຕາມຈັບກຸມເຄືອຂ່າຍຜູ້ຮ່ວມຂະບວນການທັງໝົດ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຢ່າງເດັດຂາດ.
#ຂ່າວອາຊະຍາກຳ #ປາບປາມຢາເສບຕິດ #ປກສແຂວງວຽງຈັນ #ຂ່າວລາວ #LaoNews #DrugBust


