ນັກເສດຖະສາດປັບເພີ່ມຄາດການ GDP ຫວຽດນາມປີ 2026 ເປັນ 7.3% ຮັບແຮງສະໜັບສະໜູນຈາກການລົງທຶນຕ່າງປະເທດ (FDI) ແລະ ຄວາມຕ້ອງການຊິບທີ່ສູງຂຶ້ນ ເຊິ່ງມີເປົ້າໝາຍຊຸກຍູ້ການສົ່ງອອກ ແລະ ສົ່ງຜົນບວກຕໍ່ເສດຖະກິດພາຍໃນຢ່າງແຂງແກ່ນ ເຖິງແມ່ນວ່າຍັງມີສິ່ງທ້າທາຍໃນການຄວບຄຸມເງິນເຟີ້ກໍຕາມ.
ອີງຕາມການລາຍງານຂອງສຳນັກຂ່າວ Bloomberg, ການປັບເພີ່ມຕົວເລກດັ່ງກ່າວມີຂຶ້ນຫຼັງຈາກເສດຖະກິດຂອງຫວຽດນາມໃນໄຕມາດທີ 2 ທີ່ຜ່ານມາ ສາມາດຂະຫຍາຍຕົວໄດ້ເຖິງ 8.39% ເຊິ່ງໄດ້ຮັບການຊຸກຍູ້ຫຼັກຈາກພາກອຸດສາຫະກຳເອເລັກໂຕຣນິກ ແລະ ການລົງທຶນດ້ານໂຄງສ້າງພື້ນຖານ.
ທ່ານ Han Teng Chua ນັກເສດຖະສາດອາວຸໂສຈາກທະນາຄານ DBS ຍັງໄດ້ປະເມີນເພີ່ມເຕີມວ່າ GDP ຂອງຫວຽດນາມອາດເຕີບໂຕໄດ້ເຖິງ 8% ຍ້ອນການຜ່ອນຄາຍຄວາມເຄັ່ງຕຶງທາງພູມສາດການເມືອງ ທີ່ຊ່ວຍຫຼຸດຜ່ອນຄວາມສ່ຽງດ້ານຕົ້ນທຶນການຜະລິດ ແລະ ບັນຫາຕ່ອງໂສ້ອຸປະທານ.
ພ້ອມກັນນັ້ນ, ການລົງທຶນຍັງເປັນປັດໄຈຂັບເຄື່ອນທີ່ສຳຄັນ ໂດຍເມັດເງິນ FDI ຕົວຈິງໃນຊ່ວງເຄິ່ງປີທຳອິດເພີ່ມຂຶ້ນ 11.2% ຄິດເປັນມູນຄ່າ 13.030 ລ້ານໂດລາສະຫະລັດ ຂະນະທີ່ມູນຄ່າໂຄງການລົງທຶນໃໝ່ທີ່ໄດ້ຮັບອະນຸມັດພຸ່ງສູງຂຶ້ນເຖິງ 61%.
ຢ່າງໃດກໍຕາມ, ຜົນກະທົບຈາກການນຳເຂົ້າສິນຄ້າທຶນ ແລະ ຊິ້ນສ່ວນເຊມິຄອນດັກເຕີທີ່ເພີ່ມຂຶ້ນຢ່າງມະຫາສານ ເຮັດໃຫ້ຫວຽດນາມຍັງພົບກັບພາວະຂາດດຸນການຄ້າເປັນປະຫວັດການ ໃນຂະນະທີ່ທະນາຄານກາງຍັງຄົງຕ້ອງຮັກສາຄວາມສົມດຸນລະຫວ່າງການສະໜັບສະໜູນການປ່ອຍສິນເຊື່ອເພື່ອການເຕີບໂຕ ແລະ ການຄຸ້ມຄອງອັດຕາເງິນເຟີ້ທີ່ຄາດວ່າຈະເພີ່ມຂຶ້ນເປັນ 4.8% ທ່າມກາງຄວາມຜັນຜວນຈາກປັດໄຈພາຍນອກ.
#LaoXperts #ເສດຖະກິດຫວຽດນາມ #GDPຫວຽດນາມ #FDI #ເຊມິຄອນດັກເຕີ #ການລົງທຶນຕ່າງປະເທດ #Bloomberg #ຂ່າວເສດຖະກິດ


