ປົກເວັບ 69

ກະຊວງອຸດສາຫະກຳ ແລະ ການຄ້າ ປະກາດຂີດເສັ້ນຕາຍ 3 ປີ ເພື່ອຢຸດຕິການສົ່ງອອກແຮ່ທາດດິບຢ່າງເດັດຂາດ ໂດຍມຸ່ງເປົ້າບັງຄັບໃຫ້ຜູ້ລົງທຶນຕ້ອງສ້າງຕັ້ງໂຮງງານປຸງແຕ່ງພາຍໃນປະເທດເທົ່ານັ້ນ. ບາດກ້າວສຳຄັນນີ້ແນໃສ່ຫັນປ່ຽນການຄຸ້ມຄອງຊັບພະຍາກອນທຳມະຊາດໄປສູ່ການສ້າງ “ເຂດອຸດສາຫະກຳປຸງແຕ່ງແຮ່ທາດ” ຄົບວົງຈອນ ເພື່ອສ້າງມູນຄ່າເພີ່ມສູງສຸດ ແລະ ຊຸກຍູ້ອຸດສາຫະກຳປາຍນໍ້າ ເຊັ່ນ: ການຜະລິດຊິ້ນສ່ວນຍານພາຫະນະໄຟຟ້າ (EV).

ເປົ້າໝາຍດັ່ງກ່າວ ມາຈາກບົດຊີ້ແຈງອີງຂອງທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຕໍ່ກອງປະຊຸມວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026.

ເປົ້າໝາຍດັ່ງກ່າວ ມີຂຶ້ນ ທ່າມກາງຄວາມກັງວົນຂອງ ບັນດາສະມາຊິກສະພາ ແລະ ປະຊາຊົນ ທົ່ວປະເທດ ກ່ຽວກັບບັນຫາການຂຸດຄົ້ນບໍ່ແຮ່ ການສົ່ງອອກບໍ່ແຮ່ໃນປະເທດລາວ.

ມາດຕະການນີ້ແນໃສ່ບັງຄັບໃຫ້ນັກລົງທຶນສ້າງຕັ້ງໂຮງງານປຸງແຕ່ງພາຍໃນປະເທດ ເພື່ອສ້າງ “ເຂດອຸດສາຫະກຳປຸງແຕ່ງແຮ່ທາດ” ຄົບວົງຈອນ ເຊິ່ງຈະຊ່ວຍສ້າງມູນຄ່າເພີ່ມທາງເສດຖະກິດຢ່າງມະຫາສານ ແລະ ຊຸກຍູ້ອຸດສາຫະກຳປາຍນໍ້າ ເຊັ່ນ: ການຜະລິດຊິ້ນສ່ວນຍານພາຫະນະໄຟຟ້າ (EV).

ເພື່ອບັນລຸເປົ້າໝາຍຍຸດທະສາດດັ່ງກ່າວ, ກະຊວງໄດ້ກຳນົດມາດຕະການຢ່າງຮັດກຸມ ໂດຍຈະຫ້າມການສົ່ງອອກແຮ່ທາດທີ່ບໍ່ທັນຜ່ານການປຸງແຕ່ງ ແລະ ໃຫ້ເວລາຂ້າມຜ່ານພຽງ 3 ປີ ເພື່ອຢຸດຕິການສົ່ງອອກແຮ່ດິບແບບ 100%. 

ຄຽງຄູ່ກັນນັ້ນ, ຍັງໄດ້ງັດນະໂຍບາຍພາສີ-ອາກອນແບບຈູງໃຈ ແລະ ຂັ້ນໄດ ມາເປັນກົນໄກຂັບເຄື່ອນ ໂດຍຈະເກັບອາກອນສົ່ງອອກໃນອັດຕາທີ່ສູງສຳລັບແຮ່ດິບ ຫຼື ແຮ່ເຂັ້ມຂຸ້ນຕໍ່າ, ແຕ່ຈະຫຼຸດຜ່ອນ ຫຼື ຍົກເວັ້ນອາກອນໃຫ້ແກ່ຜະລິດຕະພັນປຸງແຕ່ງສຳເລັດຮູບ. ມາດຕະການນີ້ຍັງກວມເອົາການຍົກເວັ້ນ ຫຼື ຫຼຸດຜ່ອນພາສີນຳເຂົ້າເຄື່ອງຈັກ ແລະ ເຕັກໂນໂລຊີທັນສະໄໝ ທີ່ນຳມາຮັບໃຊ້ໃນໂຮງງານປຸງແຕ່ງຂັ້ນສູງ ຫຼື ເຕັກໂນໂລຊີສີຂຽວ.  

ຈຸດດຶງດູດສຳຄັນອີກປະການໜຶ່ງຄື ການຈັບຄູ່ດ້ານພະລັງງານ ເຊິ່ງເປັນການນຳໃຊ້ທ່າແຮງຈາກການໂຮມຂະແໜງພະລັງງານ ແລະ ອຸດສາຫະກຳເຂົ້າພາຍໃຕ້ກະຊວງດຽວກັນ ເພື່ອສະໜອງກະແສໄຟຟ້າໃນລາຄາອຸດສາຫະກຳພິເສດທີ່ມີສະຖຽນລະພາບໃຫ້ແກ່ໂຮງງານປຸງແຕ່ງ ແລະ ໂຮງຫຼອມຂະໜາດໃຫຍ່. 

ການຫຼຸດຕົ້ນທຶນການຜະລິດນີ້ ຈະຊ່ວຍສ້າງຄວາມໄດ້ປຽບໃຫ້ແກ່ການລົງທຶນປຸງແຕ່ງພາຍໃນປະເທດ ພ້ອມທັງຊຸກຍູ້ໃຫ້ເກີດການສ້າງກຸ່ມກ້ອນອຸດສາຫະກຳ ເຊັ່ນ: ເຂດອຸດສາຫະກຳປຸງແຕ່ງໂປຕາສສຳລັບຜະລິດຝຸ່ນເຄມີຄົບວົງຈອນ ຫຼື ເຂດຫຼອມໂລຫະ ເພື່ອຮອງຮັບການຜະລິດອຸປະກອນໄຟຟ້າພາຍໃນປະເທດ.  ໃນໄລຍະຍາວ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະຫັນປ່ຽນບົດບາດຈາກພຽງຜູ້ອະນຸຍາດ ແລະ ຕິດຕາມ ມາເປັນຜູ້ຊຸກຍູ້ຕ່ອງໂສ້ມູນຄ່າອຸດສາຫະກຳແຮ່ທາດຢ່າງເຕັມຕົວ. 

ການປ່ຽນຮູບແບບສັນຍາມາເປັນການຮ່ວມທຶນໃນມູນຄ່າຜະລິດຕະພັນ ຈະຊ່ວຍຮັບປະກັນລາຍຮັບທີ່ຍືນຍົງໃຫ້ແກ່ລັດຖະບານ ໃຫ້ສົມຄູ່ກັບຊັບພະຍາກອນທີ່ສູນເສຍໄປ. 

ນອກຈາກນີ້, ການອະນຸຍາດໂຮງງານປຸງແຕ່ງໃໝ່ທຸກແຫ່ງ ຍັງຕ້ອງຕິດພັນກັບຕົວຊີ້ວັດການພັດທະນາສີຂຽວ ໂດຍຕ້ອງນຳໃຊ້ພະລັງງານສະອາດ, ມີມາດຕະການຫຼຸດຜ່ອນການປ່ອຍກາກບອນຢ່າງເຄັ່ງຄັດ ແລະ ມີສ່ວນຮ່ວມກັບການພັດທະນາສັງຄົມຢ່າງທົ່ວເຖິງ.  

#LaoXperts #ເສດຖະກິດລາວ #ອຸດສາຫະກຳແຮ່ທາດ #ການລົງທຶນສີຂຽວ #ພັດທະນາຍືນຍົງ #LaoEconomy

Comments are disabled