ລັດຖະບານ ສປປ ລາວ ຮ່ວມກັບ ອົງການ FAO ເລັ່ງປົດລັອກທ່າແຮງການສົ່ງອອກ “ໝາກເຜັດລາວ” ສູ່ຕະຫຼາດຍັກໃຫຍ່ຈີນ ແລະ ເກົາຫຼີໃຕ້ ພາຍໃຕ້ແຜນງານ Hand-in-Hand ເພື່ອດຶງດູດການລົງທຶນ, ຍົກລະດັບຕ່ອງໂສ້ມູນຄ່າ ແລະ ສ້າງລາຍຮັບທີ່ຍືນຍົງໃຫ້ຊາວກະກອນ ໂດຍເນັ້ນການແກ້ໄຂສິ່ງທ້າທາຍດ້ານມາດຕະຖານການສະໜອງໃຫ້ກາຍເປັນໂອກາດທອງທາງເສດຖະກິດ.
ໃນວັນທີ 1 ກໍລະກົດ ທີ່ຜ່ານມາ ໃນບາດກ້າວສຳຄັນເພື່ອຫັນປ່ຽນຂະແໜງການກະສິກຳຂອງຊາດ, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ຈັບມືກັບລັດຖະບານ ສປປ ລາວ ຈັດກອງປະຊຸມສຳຫຼວດເກັບກຳຂໍ້ມູນ (Stock-Taking Workshop) ຂຶ້ນຢ່າງເປັນທາງການ ເພື່ອປຶກສາຫາລືການປົດລັອກທ່າແຮງອັນມະຫາສານຂອງຂະແໜງໝາກເຜັດໃນປະເທດລາວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດສາກົນ ແລະ ດຶງດູດການລົງທຶນແບບຍືນຍົງ. ຕາມການລາຍງານຂອງ FAO.
ກອງປະຊຸມຄັ້ງນີ້ ເປັນສ່ວນໜຶ່ງຂອງການຈັດຕັ້ງປະຕິບັດວຽກງານພາຍໃຕ້ແຜນງານລິເລີ່ມການຮ່ວມມືເຊິ່ງກັນ ແລະ ກັນ (Hand-in-Hand Initiative ຫຼື HiHI) ເຊິ່ງໝາກເຜັດໄດ້ຮັບການຮັບຮອງໃຫ້ເປັນໜຶ່ງໃນສິນຄ້າບຸລິມະສິດຍຸດທະສາດ ທີ່ມຸ່ງຫວັງແກ້ໄຂບັນຫາຄວາມທຸກຍາກ, ເພີ່ມລາຍຮັບໃຫ້ແກ່ຊາວກະກອນຂະໜາດນ້ອຍ ແລະ ຍົກລະດັບມູນຄ່າເພີ່ມຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າ.
ທ່ານ ດຣ ພົມມີ ອິນທິຈັກ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວເນັ້ນໜັກໃນກອງປະຊຸມວ່າ ໝາກເຜັດລາວມີທ່າແຮງອັນສຳຄັນຫຼາຍທັງສຳລັບຕະຫຼາດພາຍໃນ ແລະ ສາກົນ ເຊິ່ງປັດຈຸບັນໄດ້ດຶງດູດຄວາມສົນໃຈຢ່າງເປັນຮູບປະທຳຈາກຜູ້ຊື້ ແລະ ນັກລົງທຶນຕ່າງປະເທດແລ້ວ ໂດຍສະເພາະແມ່ນໃນງານເວທີປຶກສາຫາລືການລົງທຶນທົ່ວໂລກ HiHI ປີ 2025 ທີ່ນະຄອນຫຼວງໂຣມ.
ໃນຂະນະດຽວກັນ, ທ່ານ ນາງ ຄະຢອງ-ມີ ຄິມ (Kyung-Mee Kim) ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ກໍໄດ້ກ່າວເສີມວ່າ ບົດບາດຫຼັກຂອງອົງການ FAO ຜ່ານຂໍ້ລິເລີ່ມດັ່ງກ່າວ ແມ່ນການສະໜັບສະໜູນໃຫ້ ສປປ ລາວ ສາມາດຫັນປ່ຽນທ່າແຮງບົ່ມຊ້ອນເຫຼົ່ານັ້ນໃຫ້ກາຍເປັນຄວາມຈິງ ໂດຍການໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ, ສ້າງຄວາມເຂັ້ມແຂງດ້ານການວິເຄາະ ແລະ ເປັນຂົວຕໍ່ອຳນວຍຄວາມສະດວກໃນການເຊື່ອມໂຍງຊາວກະກອນລາວເຂົ້າກັບຕະຫຼາດສາກົນ ແລະ ນັກລົງທຶນລາຍໃຫຍ່.
ສຳລັບຕະຫຼາດປາຍທາງທີ່ເປັນເປົ້າໝາຍຫຼັກຂອງການຊຸກຍູ້ໃນຄັ້ງນີ້ ແມ່ນປະເທດຈີນ ແລະ ສາທາລະນະລັດເກົາຫຼີ ເຊິ່ງມີຄວາມຕ້ອງການນຳເຂົ້າໝາກເຜັດໃນລະດັບໂຄງສ້າງ ແຕ່ຮຽກຮ້ອງໃຫ້ມີຍຸດທະສາດການສົ່ງອອກທີ່ແຕກຕ່າງກັນຢ່າງຊັດເຈນ.
ຈາກການລາຍງານໃນບົດນຳສະເໜີ “Market Intelligence”, ປະເທດຈີນ ແມ່ນຕະຫຼາດໝາກເຜັດທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງມີເນື້ອທີ່ປູກກວມເອົາເຖິງ 2.1 ລ້ານເຮັກຕາ ຫຼື ປະມານ 39% ຂອງຜົນຜະລິດໂລກ.
ແຕ່ເນື່ອງຈາກຄວາມຕ້ອງການບໍລິໂພກພາຍໃນປະເທດ ແລະ ອຸດສາຫະກຳປຸງແຕ່ງເພີ່ມຂຶ້ນຢ່າງມະຫາສານ, ຈີນໄດ້ປ່ຽນສະຖານະກາຍມາເປັນປະເທດທີ່ນຳເຂົ້າໝາກເຜັດແຫ້ງສຸດທິ (Net Importer) ຕັ້ງແຕ່ປີ 2020 ເປັນຕົ້ນມາ.
ນີ້ຄືໂອກາດທອງຂອງ ສປປ ລາວ ຍ້ອນວ່າພາຍໃຕ້ສັນຍາການຄ້າເສລີອາຊຽນ-ຈີນ ແລະ RCEP, ໝາກເຜັດລາວໄດ້ຮັບສິດທິພິເສດຍົກເວັ້ນອັດຕາພາສີເປັນ 0% ສຳລັບໝາກເຜັດແຫ້ງ ແລະ ໝາກເຜັດສົດ, ບວກກັບຄວາມໄດ້ປຽບດ້ານໄລຍະທາງ ແລະ ເສັ້ນທາງລົດໄຟລາວ-ຈີນ ທີ່ເຮັດໃຫ້ລາວເໜືອກວ່າຄູ່ແຂ່ງອື່ນໆ ເຊັ່ນ ອິນເດຍ ຫຼື ອູການດາ ໃນດ້ານຕົ້ນທຶນການຂົນສົ່ງ ແລະ ຄວາມສົດໃໝ່.
ໃນທາງກົງກັນຂ້າມ, ສາທາລະນະລັດເກົາຫຼີ (ເກົາຫຼີໃຕ້) ແມ່ນຕະຫຼາດທີ່ມີຄວາມຕ້ອງການບໍລິໂພກໝາກເຜັດປະມານ 200,000 ໂຕນຕໍ່ປີ ແຕ່ອັດຕາການຜະລິດກຸ້ມຕົນເອງໄດ້ຫຼຸດລົງເຫຼືອພຽງປະມານ 30% ໃນປີ 2024 ເຮັດໃຫ້ຕ້ອງເພິ່ງພາການນຳເຂົ້າເຖິງ 70% ໂດຍ 93% ແມ່ນນຳເຂົ້າຈາກຈີນ.
ແນວໃດກໍຕາມ, ຍຸດທະສາດການເຈາະຕະຫຼາດເກົາຫຼີໃຕ້ນັ້ນແຕກຕ່າງອອກໄປ ຍ້ອນວ່າເກົາຫຼີໃຕ້ຕັ້ງກຳແພງພາສີສຳລັບໝາກເຜັດສົດ ແລະ ໝາກເຜັດແຫ້ງສູງເຖິງປະມານ 270%. ສະນັ້ນ, ທາງອອກທີ່ຄຸ້ມຄ່າທີ່ສຸດສຳລັບຜູ້ປະກອບການລາວ ຄືການສົ່ງອອກໃນຮູບແບບ “ໝາກເຜັດແຊ່ແຂງ (Frozen) ຫຼື ໝາກເຜັດບົດ” ເຊິ່ງຕ້ອງເສຍອັດຕາພາສີພຽງແຕ່ປະມານ 20% ເທົ່ານັ້ນ ຈຶ່ງຈະສາມາດແຂ່ງຂັນທາງດ້ານລາຄາໄດ້
ເຖິງແມ່ນວ່າໂອກາດໃນຕະຫຼາດຈະເປີດກວ້າງ, ແຕ່ສິ່ງທ້າທາຍອັນໃຫຍ່ຫຼວງທີ່ສຸດຂອງການສົ່ງອອກໝາກເຜັດລາວ ບໍ່ແມ່ນບັນຫາດ້ານຄວາມຕ້ອງການຂອງຕະຫຼາດ ແຕ່ແມ່ນ “ຄວາມພ້ອມໃນການສະໜອງ” ທີ່ຕ້ອງໄດ້ມາດຕະຖານສາກົນຢ່າງເຄັ່ງຄັດ. ຂໍ້ມູນຈາກບົດນຳສະເໜີ “Standard Export” ແລະ ການວິເຄາະຂອງອົງການ FAO ເນັ້ນໜັກວ່າ ທັງສອງຕະຫຼາດປາຍທາງລ້ວນແຕ່ມີກົດລະບຽບການນຳເຂົ້າທີ່ເຄັ່ງຄັດທີ່ສຸດ.
ສຳລັບການສົ່ງອອກໄປຈີນ, ສວນປູກ ແລະ ໂຮງງານຫຸ້ມຫໍ່ທັງໝົດໃນລາວຕ້ອງໄດ້ຮັບການຂຶ້ນທະບຽນຈາກກົມພາສີແຫ່ງຊາດຈີນ (GACC) ແລະ ຕ້ອງມີໃບຢັ້ງຢືນສຸຂານາໄມພືດ (Phytosanitary Certificate) ເພື່ອຮັບປະກັນວ່າປາສະຈາກສັດຕູພືດກັກກັນທີ່ອັນຕະລາຍ ໂດຍສະເພາະແມ່ນແມງໄມ້ບາງຊະນິດທີ່ຈີນຫ້າມເດັດຂາດ ຖ້າກວດພົບແມ່ນຈະຖືກຕີກັບ ຫຼື ທຳລາຍຖິ້ມທັນທີ.
ສ່ວນການສົ່ງອອກໄປເກົາຫຼີໃຕ້ນັ້ນຍິ່ງມີຄວາມຊັບຊ້ອນ ໂດຍຕ້ອງຜ່ານລະບົບການຄວບຄຸມຄູ່ (Dual Authority) ຄື: ອົງການກັກກັນສັດ ແລະ ພືດ (APQA) ທີ່ດູແລເລື່ອງສຸຂານາໄມພືດ ແລະ ກະຊວງຄວາມປອດໄພດ້ານອາຫານ ແລະ ຢາ (MFDS) ທີ່ກວດກາເລື່ອງຄວາມປອດໄພຂອງຜູ້ບໍລິໂພກ.
ຈຸດທີ່ທ້າທາຍທີ່ສຸດສຳລັບເກົາຫຼີໃຕ້ ແມ່ນການບັງຄັບໃຊ້ລະບົບ Positive List System (PLS) ເຊິ່ງກຳນົດລະດັບສານເຄມີຕົກຄ້າງສູງສຸດ (MRLs) ໄວ້ຕ່ຳຫຼາຍພຽງແຕ່ 0.01 ມິນລີກຣາມຕໍ່ກິໂລກຣາມ (0.01 mg/kg) ສຳລັບສານເຄມີທີ່ບໍ່ໄດ້ມີການອະນຸຍາດໄວ້ສະເພາະ.
ເພື່ອຜ່ານຜ່າອຸປະສັກເຫຼົ່ານີ້, ອົງການ FAO ແລະ ພາກສ່ວນກ່ຽວຂ້ອງໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນຮີບດ່ວນໃນການຍົກລະດັບລະບົບການຄຸ້ມຄອງສວນປູກໃຫ້ນຳໃຊ້ມາດຕະຖານການປະຕິບັດກະສິກຳທີ່ດີ (GAP) ແລະ ລະບົບການຄຸ້ມຄອງສັດຕູພືດແບບປະສົມປະສານ (IPM), ຕະຫຼອດຮອດການລົງທຶນໃນໂຄງລ່າງພື້ນຖານລະບົບຄວາມເຢັນ (Cold-chain), ການຫຸ້ມຫໍ່ທີ່ໄດ້ມາດຕະຖານ ISPM 15 ສຳລັບວັດສະດຸໄມ້ ແລະ ລະບົບການກວດສອບຢ້ອນຫຼັງ (Traceability) ເຊິ່ງທັງໝົດນີ້ຄືກະແຈສຳຄັນທີ່ຈະປ່ຽນໂອກາດໃຫ້ກາຍເປັນມູນຄ່າການສົ່ງອອກຕົວຈິງ
ເບິ່ງເລິກເຂົ້າໄປໃນສະພາບລວມຂອງກຳລັງການຜະລິດ ແລະ ກາລະໂອກາດໃນການລົງທຶນ, ອີງຕາມຂໍ້ມູນຈາກບົດນຳສະເໜີ “Chili Pepper Stocktake and VC Analysis”, ສປປ ລາວ ມີເນື້ອທີ່ດິນທີ່ມີຄວາມເໝາະສົມລະດັບປານກາງສຳລັບການປູກໝາກເຜັດເຖິງ 15.4 ລ້ານເຮັກຕາ ກວມເອົາຫຼາຍແຂວງທົ່ວປະເທດ.
ໃນລະດູແລ້ງ, ປະເທດລາວມີກຳລັງການຜະລິດໝາກເຜັດຢູ່ທີ່ປະມານ 51,025 ໂຕນ ຈາກເນື້ອທີ່ເກັບກ່ຽວ 6,714 ເຮັກຕາ ແລະ ໃນລະດູຝົນສາມາດຜະລິດໄດ້ປະມານ 49,121 ໂຕນ ໂດຍມີຜົນຜະລິດສະເລ່ຍປະມານ 7 ຫາ 8 ໂຕນຕໍ່ເຮັກຕາ.
ເຖິງຢ່າງໃດກໍຕາມ, ຮູບແບບການຜະລິດໃນປັດຈຸບັນຍັງຄົງກະແຈກກະຈາຍ ແລະ ອີງໃສ່ຊາວກະກອນລາຍຍ່ອຍເປັນຫຼັກ ໂດຍສະເລ່ຍແລ້ວແຕ່ລະຄົວເຮືອນປູກພຽງແຕ່ 0.14 ເຮັກຕາເທົ່ານັ້ນ ແລະ ຍັງຂາດການລວມກຸ່ມຜູ້ຜະລິດທີ່ເຂັ້ມແຂງ.
ແຕ່ສິ່ງທີ່ໜ້າສົນໃຈຄື ຕາມບົດສະເໜີ, ໄລຍະຫຼັງມານີ້ ເລີ່ມມີກຸ່ມນັກລົງທຶນຈາກປະເທດຈີນເຂົ້າມາສຳປະທານ ແລະ ເຮັດກະສິກຳພັນທະ (Contract Farming) ໃນຂະໜາດເນື້ອທີ່ຕັ້ງແຕ່ 0.8 ຫາ 22.4 ເຮັກຕາ ໂດຍນຳໃຊ້ເຕັກໂນໂລຊີ ແລະ ແນວພັນທີ່ໃຫ້ຜົນຜະລິດສູງ ເຊິ່ງສາມາດຍົກລະດັບຜົນຜະລິດໄດ້ສູງສຸດເຖິງ 46 ໂຕນຕໍ່ເຮັກຕາ.
ຕົວເລກດັ່ງກ່າວເປັນການພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ຫາກມີການອັດສີດທຶນ ແລະ ເຕັກໂນໂລຊີເຂົ້າໄປ ໝາກເຜັດລາວຈະສ້າງມູນຄ່າເສດຖະກິດໄດ້ຢ່າງມະຫາສານ.
ນອກຈາກຄວາມພ້ອມດ້ານຊັບພະຍາກອນດິນ ແລະ ແຮງງານແລ້ວ, ສະພາບແວດລ້ອມການລົງທຶນລະດັບມະຫາພາກຂອງ ສປປ ລາວ ກໍ່ພວມເປີດກວ້າງຕ້ອນຮັບທຶນຈາກຕ່າງປະເທດຢ່າງເຕັມທີ່. ອີງຕາມການນຳສະເໜີ “Investment Opportunities in Lao Agriculture Sector” ໂດຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (IPMC), ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຮ່ວມກັບການລົງທຶນພາຍໃນ ແມ່ນກວມເອົາເຖິງ 64.4% ຂອງແຫຼ່ງທຶນໃນການຂັບເຄື່ອນເສດຖະກິດລາວ ເຊິ່ງລັດຖະບານໄດ້ຕັ້ງເປົ້າໝາຍການເຕີບໂຕຂອງ GDP ໄວ້ທີ່ 6% ສຳລັບປີ 2026 ຫາ 2030.
ໃນນັ້ນຂະແໜງກະສິກຳນັບເປັນໜຶ່ງໃນເປົ້າໝາຍສຳຄັນ ໂດຍກວມເອົາ 6% ຂອງຍອດ FDI ທັງໝົດທີ່ສະສົມມາຕັ້ງແຕ່ປີ 1989 (ມູນຄ່າ 56 ຕື້ໂດລາສະຫະລັດ) ໂດຍມີຈີນເປັນຜູ້ລົງທຶນອັນດັບໜຶ່ງ.
ເພື່ອເປັນການດຶງດູດນັກລົງທຶນ, ລັດຖະບານລາວໄດ້ມີນະໂຍບາຍສົ່ງເສີມການລົງທຶນຢ່າງແຂງແຮງ ເຊັ່ນ: ການຍົກເວັ້ນອາກອນກຳໄລສູງສຸດເຖິງ 15 ປີ ສຳລັບການຜະລິດກະສິກຳສະອາດໃນເຂດ 1, ການຍົກເວັ້ນພາສີອາກອນນຳເຂົ້າ ແລະ ການຍົກເວັ້ນຄ່າເຊົ່າສຳປະທານດິນ.
ອີກໜຶ່ງຈຸດປ່ຽນສຳຄັນຄື ການຫັນປ່ຽນປະເທດຈາກ Landlocked ມາເປັນ Land-linked ຜ່ານໂຄງລ່າງພື້ນຖານຂະໜາດໃຫຍ່ ເຊັ່ນ: ເສັ້ນທາງລົດໄຟລາວ-ຈີນ ຄວາມຍາວ 422 ກິໂລແມັດ, ທາງດ່ວນ, ແລະ ທ່າບົກຕ່າງໆ ທີ່ຊ່ວຍຫຼຸດຜ່ອນຕົ້ນທຶນ ແລະ ເວລາໃນການຂົນສົ່ງສິນຄ້າກະສິກຳອອກສູ່ຕະຫຼາດໂລກໄດ້ຢ່າງມະຫາສານ
ໃນຕອນທ້າຍຂອງກອງປະຊຸມ, ບັນດາພາກສ່ວນກ່ຽວຂ້ອງລ້ວນແຕ່ເຫັນດີເປັນເອກະພາບກັນໃນການຈັດຕັ້ງປະຕິບັດແຜນງານບຸລິມະສິດເພື່ອແກ້ໄຂຊ່ອງຫວ່າງດ້ານການສະໜອງດັ່ງກ່າວ. ຂໍ້ມູນຕົວຈິງທີ່ໄດ້ຮັບການຮັບຮອງທັງໝົດຈາກການສຳຫຼວດໃນຄັ້ງນີ້ ຈະຖືກນຳໄປສັງລວມເຂົ້າໃນຮ່າງບົດສະຫຼຸບການລົງທຶນດ້ານໝາກເຜັດຂອງລາວ (Lao Chili Pepper Investment Brief) ເຊິ່ງຈະກາຍເປັນເອກະສານອ້າງອີງອັນຊົງຄຸນຄ່າ ແລະ ເປັນຖານຂໍ້ມູນຫຼັກຖານສຳຄັນ ສຳລັບການຈັດຕັ້ງງານຈັບຄູ່ທຸລະກິດ (Business Matching Event) ທີ່ກຳນົດຈະຈັດຂຶ້ນໃນເດືອນສິງຫາ 2026 ທີ່ຈະມາເຖິງນີ້.
ງານດັ່ງກ່າວຈະເປັນເວທີສຳຄັນໃນການເຊື່ອມໂຍງຜູ້ປະກອບການ ແລະ ຜູ້ສະໜອງຂອງລາວ ໃຫ້ໄດ້ພົບປະກັນໂດຍກົງກັບບັນດາຜູ້ຊື້ ແລະ ນັກລົງທຶນລະດັບສາກົນທີ່ໄດ້ຮັບການຢັ້ງຢືນແລ້ວ ເຊິ່ງຈະເປັນຂີດໝາຍອັນສຳຄັນໃນການພົ້ນຕົວຂອງ “ໝາກເຜັດລາວ” ຈາກພືດປູກໃນຄົວເຮືອນ ກ້າວຂຶ້ນສູ່ການເປັນສິນຄ້າສົ່ງອອກຍຸດທະສາດ ທີ່ສາມາດແຂ່ງຂັນໄດ້ໃນເວທີໂລກ ແລະ ສ້າງຄວາມໝັ້ນຄົງທາງເສດຖະກິດໃຫ້ແກ່ຊາວກະກອນລາວຢ່າງແທ້ຈິງ
.
#ໝາກເຜັດລາວ #FAO #HandInHand #ການລົງທຶນກະສິກຳ #ສົ່ງອອກໝາກເຜັດ #LaoAgriculture #ເປີດປະຕູສູ່ຕະຫຼາດຈີນເກົາຫຼີ


