ວິກິດຂາດແຄນແຮງງານ ແລະ ຄ່າຈ້າງທີ່ສູງຂຶ້ນ ພວມພິກໂສມທຸລະກິດໃນເກົາຫຼີໃຕ້ ດ້ວຍການຫັນມາໃຊ້ຫຸ່ນຍົນ ແລະ ຮ້ານຄ້າໄຮ້ພະນັກງານຕະຫຼອດ 24 ຊົ່ວໂມງ ເພື່ອເປົ້າໝາຍໃນການຫຼຸດຕົ້ນທຶນເຊິ່ງສາມາດສ້າງຜົນກຳໄລເພີ່ມຂຶ້ນຫຼາຍກວ່າ 40% ແລະ ກຳລັງກາຍເປັນມາດຕະຖານໃໝ່ໃຫ້ກັບວົງການທຸລະກິດບໍລິການທົ່ວປະເທດ.
ຕາມການລາຍງານຂອງ Reuter, ປັດຈຸບັນ, ຮ້ານກາເຟ, ຮ້ານຣາເມັງ, ຮ້ານຂາຍດອກໄມ້, ຮ້ານຂາຍເຄື່ອງສັດລ້ຽງ ແລະ ຮ້ານເສື້ອຜ້າແບບບໍ່ມີພະນັກງານ ໄດ້ຂະຫຍາຍຕົວຢ່າງໄວວາໃນທົ່ວປະເທດເກົາຫຼີໃຕ້ ເຊິ່ງມີການປະເມີນວ່າມີເຖິງ 9,000 ແຫ່ງໃນທ້າຍປີ 2024 ທີ່ຜ່ານມາ ແລະ ມີອັດຕາການເຕີບໂຕເພີ່ມຂຶ້ນເຖິງ 4 ເທົ່າພາຍໃນເວລາພຽງ 5 ປີ.
ປັດໄຈຫຼັກທີ່ຊຸກຍູ້ໃຫ້ເກີດການປ່ຽນແປງອັນໃຫຍ່ຫຼວງນີ້ ແມ່ນມາຈາກໂຄງສ້າງປະຊາກອນຜູ້ສູງອາຍຸທີ່ເພີ່ມຂຶ້ນຢ່າງໄວວາ ບວກກັບອັດຕາການເກີດທີ່ຕໍ່າທີ່ສຸດໃນໂລກ ເຮັດໃຫ້ເກົາຫຼີໃຕ້ປະເຊີນກັບພາວະຂາດແຄນແຮງງານໄວໜຸ່ມຢ່າງໜັກໜ່ວງ.
ທ່ານ ຄິມ ດົງຈິນ (Kim Dongjin) ຊີອີໂອ ຂອງບໍລິສັດ Lounge X ເຊິ່ງເປັນຜູ້ບຸກເບີກການນຳໃຊ້ແຂນກົນຫຸ່ນຍົນຊື່ວ່າ “Baris” ເພື່ອຊົງກາເຟແທນບາຣິສຕ້າ ລະບຸວ່າ ການຊອກຫາພະນັກງານໄວໜຸ່ມທີ່ມີທັກສະນັ້ນຍາກຂຶ້ນທຸກມື້. ດັ່ງນັ້ນ, ທາງບໍລິສັດຈຶ່ງໄດ້ເປີດຮ້ານກາເຟໄຮ້ພະນັກງານ 24 ຊົ່ວໂມງ ໂດຍໃຊ້ຄົນພຽງແຕ່ໜຶ່ງຊົ່ວໂມງຕໍ່ມື້ໃນຕອນເຊົ້າ ເພື່ອເຂົ້າມາເຕີມວັດຖຸດິບ ແລະ ອະນາໄມຮ້ານ ເຊິ່ງການປະຢັດຕົ້ນທຶນແຮງງານນີ້ ຊ່ວຍໃຫ້ກຳໄລຂອງຮ້ານເພີ່ມຂຶ້ນຈາກ 10-15% ໃນຮູບແບບເດີມ ມາເປັນຫຼາຍກວ່າ 40%.
ຮູບແບບທຸລະກິດນີ້ ບໍ່ພຽງແຕ່ຕອບໂຈດຜູ້ປະກອບການຂະໜາດໃຫຍ່ ແຕ່ຍັງຊ່ວຍສ້າງໂອກາດໃຫ້ກັບປະຊາຊົນທົ່ວໄປ ເຊັ່ນ ທ່ານນາງ ຮະຍອນ ຊອນຈູ (Hyun Sun-Joo) ອະດີດແມ່ບ້ານທີ່ເຕັມເວລາ ທີ່ຫັນມາເປີດຮ້ານຣາເມັງແບບບໍລິການຕົນເອງ.
ລາວສາມາດສ້າງລາຍໄດ້ພ້ອມກັບການມີເວລາເບິ່ງແຍງລູກ ແລະ ເຮັດວຽກເຮືອນໄດ້ຢ່າງລົງຕົວ ໂດຍບໍ່ຕ້ອງຮັບພາລະໜັກໃນການບໍລິຫານພະນັກງານ. ແນ່ນອນວ່າ ໂມເດລທຸລະກິດແບບນີ້ຕ້ອງອາໄສຄວາມຊື່ສັດຂອງລູກຄ້າເປັນຫຼັກ ແຕ່ດ້ວຍອັດຕາການເກີດອາດຊະຍາກຳທີ່ຕໍ່າ ແລະ ລະບຽບວິໄນຂອງຄົນເກົາຫຼີໃຕ້ ເຮັດໃຫ້ການລັກຂະໂມຍເກີດຂຶ້ນໜ້ອຍຫຼາຍ.
ໃນມຸມມອງຂອງຜູ້ບໍລິໂພກ ກໍຖືວ່າຕອບໂຈດວິຖີຊີວິດຄົນລຸ້ນໃໝ່ໄດ້ເປັນຢ່າງດີ ລູກຄ້າຫຼາຍຄົນເປີດເຜີຍວ່າ ພວກເຂົາມັກບັນຍາກາດທີ່ເປັນສ່ວນຕົວ, ສາມາດແວ່ກິນອາຫານໄດ້ທຸກເວລາຕາມຄວາມສະດວກໂດຍບໍ່ມີໃຜມາກວນໃຈ ແລະ ເຖິງແມ່ນວ່າບາງຄັ້ງອາດຈະມີປັນຫາຂັດຂ້ອງທາງລະບົບແດ່ ແຕ່ທາງຮ້ານກໍມີທີມງານເຂົ້າມາແກ້ໄຂໃຫ້ຢ່າງວ່ອງໄວພາຍໃນເວລາພຽງບໍ່ຈັກນາທີ.
#LaoX #SouthKorea #Robotics #SelfService #BusinessTrends #LaborShortage #Innovation #BusinessNews


