ປົກເວັບ 32 1

ນັກເສດຖະສາດເຕືອນ ເສດຖະກິດລາວປີ 2026 ອາດບໍ່ບັນລຸເປົ້າໝາຍການເຕີບໂຕທີ່ 5.5% ແລະ ອັດຕາເງິນເຟີ້ມີສິດທະລຸເລກສອງຫຼັກ ຍ້ອນຜົນກະທົບຈາກຂໍ້ຂັດແຍ່ງໃນຕາເວັນອອກກາງທີ່ດັນລາຄານໍ້າມັນໂລກພຸ່ງສູງຂຶ້ນ ສົ່ງຜົນກະທົບໜັກຕໍ່ຕົ້ນທຶນການຜະລິດ, ການຂົນສົ່ງ ແລະ ຄ່າຄອງຊີບຂອງປະຊາຊົນ.

ການປະເມີນດັ່ງກ່າວຖືກເປີດເຜີຍໃນງານສຳມະນາ “ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດທ່າມກາງສະພາບພູມສາດເສດຖະກິດ” ທີ່ນະຄອນຫຼວງວຽງຈັນ ໃນວັນທີ 17 ມິຖຸນາ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ແລະ ທ່ານນາງ ເມແກນ ໂຈນສ໌ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ. 

ທ່ານ ປອ ວັນໄຊ ໄຊຍະວົງ ຮອງສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ລະບຸວ່າ ເສດຖະກິດລາວມີຄວາມບອບບາງຫຼາຍຂຶ້ນຈາກປັດໄຈພາຍນອກ ໂດຍຄາດວ່າການເຕີບໂຕຈະຢູ່ທີ່ພຽງ 4-4,6% ເຊິ່ງຫຼຸດຈາກເປົ້າໝາຍທີ່ລັດຖະບານວາງໄວ້, ຂະນະທີ່ດັດຊະນີຄວາມບອບບາງທາງເສດຖະກິດມະຫາພາກເພີ່ມຂຶ້ນຈາກສະເລ່ຍ 0,50 ເປັນ 0,63 ທີ່ສະທ້ອນໃຫ້ເຫັນເຖິງຄວາມສ່ຽງທີ່ສູງຂຶ້ນໃນຫຼາຍຂະແໜງການ. 

ສັນຍານທີ່ຊັດເຈນທີ່ສຸດແມ່ນອັດຕາເງິນເຟີ້ຈາກການນໍາເຂົ້າທີ່ເພີ່ມຂຶ້ນຈາກ 3,7% ໃນເດືອນກຸມພາ ມາເປັນ 10-13% ໃນເດືອນເມສາ ແລະ ພຶດສະພາ ເຮັດໃຫ້ຄາດການວ່າເງິນເຟີ້ສະເລ່ຍປີນີ້ອາດແຕະ 9,7% ຫຼື ກັບໄປສູ່ຕົວເລກສອງຫຼັກ ເຖິງແມ່ນວ່າລັດຖະບານຈະວາງເປົ້າໝາຍຄວບຄຸມເງິນເຟີ້ໃຫ້ຢູ່ທີ່ 5% ກໍຕາມ.

ຕົ້ນຕໍຂອງວິກິດຄັ້ງນີ້ແມ່ນມາຈາກຂະແໜງພະລັງງານ ໂດຍ ທ່ານ ປອ ວຽງສະຫວ່າງ ທິບພະວົງ ນັກຄົ້ນຄວ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ ຊີ້ໃຫ້ເຫັນວ່າ ການປິດຊ່ອງແຄບຮໍມຸດ (Strait of Hormuz) ໄດ້ດັນລາຄານໍ້າມັນດິບໂລກທະລຸ 100 ໂດລາສະຫະລັດຕໍ່ບາເຣວ ສົ່ງຜົນໃຫ້ລາຄານໍ້າມັນກາຊວນໃນລາວເພີ່ມຂຶ້ນເຖິງ 182% ແລະ ແອັດຊັງເພີ່ມຂຶ້ນ 91% ໃນໄລຍະຮອດເດືອນເມສາ. 

ວິກິດນີ້ບໍ່ພຽງແຕ່ເພີ່ມພາລະຢ່າງໜັກໜ່ວງໃຫ້ກັບຜູ້ປະກອບການຂົນສົ່ງ ແລະ ໂຮງງານ ແຕ່ຍັງດັນລາຄາຝຸ່ນ ແລະ ຄ່າບໍລິການໂລຈິສຕິກໃຫ້ສູງຂຶ້ນ ເຊິ່ງກະທົບໂດຍກົງຕໍ່ຕົ້ນທຶນການຜະລິດສະບຽງອາຫານ ແລະ ລາຍຈ່າຍຂອງຄົວເຮືອນ. ນອກຈາກນີ້ ຂະແໜງການທ່ອງທ່ຽວຍັງໄດ້ຮັບຜົນກະທົບຢ່າງຊັດເຈນ ເຊັ່ນ: ຈໍານວນນັກທ່ອງທ່ຽວໃນຊ່ວງບຸນປີໃໝ່ລາວທີ່ຫຼວງພະບາງຫຼຸດລົງເຖິງ 46% ເມື່ອທຽບໃສ່ປີກ່ອນໜ້າ ເຊິ່ງເປັນຜົນພວງມາຈາກຄ່າເດີນທາງ ແລະ ຄ່າຄອງຊີບທີ່ແພງຂຶ້ນ.

ທາງດ້ານ ສາດສະດາຈານ ປີເຕີ ວໍ (Peter Warr) ຈາກມະຫາວິທະຍາໄລແຫ່ງຊາດອົດສະຕຣາລີ ໄດ້ໃຫ້ຄວາມເຫັນເພີ່ມເຕີມວ່າ ການປິດລ້ອມຊ່ອງແຄບຮໍມຸດຕັ້ງແຕ່ທ້າຍເດືອນກຸມພາ ໄດ້ຕັດຂາດການສະໜອງນໍ້າມັນໂລກເຖິງ 20% ຫຼື ປະມານ 7 ລ້ານບາເຣວຕໍ່ມື້ຈາກຊາອຸດິອາຣັບເບຍ, ໂກເວດ ແລະ ອີຣັກ. 

ເນື່ອງຈາກຄວາມຕ້ອງການນໍ້າມັນໃນຕະຫຼາດໂລກມີຄວາມບໍ່ຢືດຢຸ່ນສູງ ການຂາດແຄນພຽງ 20% ຈຶ່ງເຮັດໃຫ້ລາຄາເພີ່ມຂຶ້ນທົບເຄິ່ງ ເພາະຜູ້ບໍລິໂພກ ແລະ ພາກອຸດສາຫະກຳບໍ່ສາມາດປັບຕົວຫຼຸດການໃຊ້ນໍ້າມັນໄດ້ທັນທີ. 

ທ່ານຍັງເຕືອນອີກວ່າ ລາຄານໍ້າມັນຈະບໍ່ຫຼຸດລົງມາຢູ່ທີ່ 60 ໂດລາສະຫະລັດຕໍ່ບາເຣວໃນອະນາຄົດອັນໃກ້ນີ້ ເນື່ອງຈາກການສ້ອມແປງໂຄງລ່າງພື້ນຖານດ້ານພະລັງງານ ແລະ ການຟື້ນຟູຄັງສຳຮອງນໍ້າມັນທີ່ລົດລົງນັ້ນຕ້ອງໃຊ້ເວລາຫຼາຍເດືອນ.

ດ້ວຍເຫດນີ້ ປະເທດທີ່ເພິ່ງພານໍ້າມັນນໍາເຂົ້າສູງຢ່າງລາວ ຈຶ່ງຕົກຢູ່ໃນສະຖານະທີ່ບອບບາງທີ່ສຸດຕໍ່ກັບການປ່ຽນແປງຂອງຕະຫຼາດພະລັງງານໂລກ. 

ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ ບັນດານັກຊ່ຽວຊານຈຶ່ງຮຽກຮ້ອງໃຫ້ລັດຖະບານເລັ່ງສ້າງຄວາມໝັ້ນຄົງທາງພະລັງງານຢ່າງຮີບດ່ວນ ໂດຍການຂະຫຍາຍການລົງທຶນໃນພະລັງງານທົດແທນ, ຫັນປ່ຽນແຫຼ່ງນໍາເຂົ້າໃຫ້ຫຼາກຫຼາຍ, ພ້ອມທັງດຶງເອົາຜົນປະໂຫຍດຈາກຂໍ້ຕົກລົງການຄ້າໃນພາກພື້ນມາໃຊ້ໃຫ້ຫຼາຍຂຶ້ນ. 

ຄຽງຄູ່ກັນນັ້ນ ຍັງແນະນຳໃຫ້ເລັ່ງປັບປຸງການເຊື່ອມໂຍງດ້ານການຂົນສົ່ງ, ສົ່ງເສີມການຄ້າຊາຍແດນ ແລະ ຍູ້ແຮງການນໍາໃຊ້ຍານພາຫະນະໄຟຟ້າ (EV) ເພື່ອຫຼຸດຜ່ອນການເອື່ອຍອີງນໍ້າມັນຈາກຕ່າງປະເທດ ເຊິ່ງມາດຕະການທາງນະໂຍບາຍທີ່ທັນທ່ວງທີເຫຼົ່ານີ້ ຈະເປັນກຸນແຈສຳຄັນໃນການສ້າງຄວາມຢືດຢຸ່ນໃຫ້ເສດຖະກິດລາວສາມາດຮັກສາສະຖຽນລະພາບ ແລະ ປົກປ້ອງການດໍາລົງຊີວິດຂອງປະຊາຊົນທ່າມກາງຄວາມບໍ່ແນ່ນອນຂອງໂລກໄດ້ຢ່າງຍືນຍົງ.

#LaoXperts #ເສດຖະກິດລາວ #ອັດຕາເງິນເຟີ້ #ວິກິດພະລັງງານ #Geoeconomics #LaosEconomy

Comments are disabled