ປົກເວັບ 16

ເຈົ້າໜ້າທີ່ຕຳຫຼວດແຂວງຈຳປາສັກ ບຸກທະລາຍເຄືອຂ່າຍສະແກມເມີ້ຂ້າມຊາດ ຕັດວົງຈອນອາດຊະຍາກຳທາງໄຊເບີ ດ້ວຍການກັກຕົວຜູ້ຕ້ອງຫາໄດ້ເຖິງ 50 ຄົນ ເຊິ່ງປະຕິບັດການຄັ້ງນີ້ຖືເປັນການປ້ອງກັນບໍ່ໃຫ້ປະຊາຊົນຕົກເປັນເຫຍື່ອ ແລະ ສະກັດກັ້ນຄວາມເສຍຫາຍທາງເສດຖະກິດ-ສັງຄົມຢ່າງມະຫາສານ.

ຕາມການລາຍງານຂອງ ປກສ ແຂວງຈຳປາສັກ, ເຫດການບຸກຄົ້ນດັ່ງກ່າວເກີດຂຶ້ນໃນຊ່ວງເຊົ້າຂອງວັນທີ 11 ມິຖຸນາ 2026 ພາຍຫຼັງພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງຈຳປາສັກ ໄດ້ຮັບແຈ້ງເບາະແສຈາກພົນລະເມືອງດີ ກ່ຽວກັບກຸ່ມຄົນທີ່ມີພຶດຕິກຳຕ້ອງສົງໃສໃນການກໍ່ອາດຊະຍາກຳຜ່ານລະບົບຄອມພິວເຕີ ຢູ່ທີ່ເຮືອນພັກແຫ່ງໜຶ່ງໃນເຂດບ້ານຫົວແຊ ເມືອງບາຈຽງຈະເລີນສຸກ. 

ຫຼັງຈາກໄດ້ຮັບລາຍງານ, ເຈົ້າໜ້າທີ່ວິຊາສະເພາະໄດ້ຮີບຮ້ອນປະສານສົມທົບກັບກຳລັງ ປກສ ເມືອງບາຈຽງຈະເລີນສຸກ, ປກສ ຕາແສງສະໜາມໄຊ ແລະ ອຳນາດການປົກຄອງທ້ອງຖິ່ນ ລົງພື້ນທີ່ເຂົ້າປິດລ້ອມ ແລະ ກວດກາເປົ້າໝາຍຢ່າງຮີບດ່ວນ.

ຜົນການປະຕິບັດງານຕົວຈິງ ເຈົ້າໜ້າທີ່ສາມາດຄວບຄຸມຕົວຜູ້ຕ້ອງສົງໃສໄດ້ທັງໝົດ 50 ຄົນ ເຊິ່ງໃນນັ້ນເປັນຊາວຈີນ 48 ຄົນ ແລະ ຊາວລາວ 2 ຄົນ. ພ້ອມດຽວກັນນີ້, ຍັງໄດ້ຢຶດຂອງກາງທີ່ໃຊ້ໃນການກະທຳຜິດເປັນຈຳນວນຫຼວງຫຼາຍ ໂດຍສະເພາະແມ່ນຄອມພິວເຕີຕັ້ງໂຕະຈຳນວນ 32 ໜ່ວຍ, ໂທລະສັບມືຖື 152 ເຄື່ອງ ລວມເຖິງອຸປະກອນຮັບໃຊ້ອື່ນໆອີກຈຳນວນໜຶ່ງ. 

ປັດຈຸບັນ, ກຸ່ມຜູ້ຕ້ອງສົງໃສພ້ອມດ້ວຍຂອງກາງທັງໝົດ ແມ່ນຖືກຄວບຄຸມຕົວໄວ້ຢ່າງເຂັ້ມງວດ ເພື່ອໃຫ້ເຈົ້າໜ້າທີ່ວິຊາສະເພາະດຳເນີນການສືບສວນ-ສອບສວນຢ່າງລະອຽດ ແນໃສ່ຂະຫຍາຍຜົນຫາຜູ້ຮ່ວມຂະບວນການທີ່ເຫຼືອ ແລະ ນຳຕົວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຢ່າງເດັດຂາດຕໍ່ໄປ.

#LaoX #ປກສຈຳປາສັກ #ອາຊະຍາກຳທາງໄຊເບີ #ສະແກມເມີ້ #Scammer #Cybercrime #ຂ່າວລາວ

Comments are disabled