ປົກເວັບ 15

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ປະກາດເລັ່ງຫາແຫຼ່ງນ້ຳມັນສຳຮອງໃໝ່ ເພື່ອຮັບມືກັບລາຄາທີ່ພຸ່ງສູງຂຶ້ນຈາກສົງຄາມຕາເວັນອອກກາງ ທີ່ພວມກະທົບຢ່າງໜັກຕໍ່ຕົ້ນທຶນການຜະລິດ. ພ້ອມດຽວກັນນີ້, ລັດຖະບານໄດ້ຕັ້ງເປົ້າໝາຍຫັນໄປນຳໃຊ້ພະລັງງານທົດແທນໃຫ້ໄວທີ່ສຸດ ເພື່ອຫຼຸດຜ່ອນການເພິ່ງພານ້ຳມັນ ແລະ ຄວບຄຸມອັດຕາເງິນເຟີ້ໃຫ້ຮັກສາຢູ່ໃນລະດັບເລກດຽວ.

ໃນການໃຫ້ສຳພາດຕໍ່ສຳນັກຂ່າວ Nikkei Asia ນອກຮອບກອງປະຊຸມ Future of Asia ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ໄດ້ກ່າວເນັ້ນໜັກວ່າ ລາຄານ້ຳມັນແມ່ນຕົວແປທີ່ສຳຄັນທີ່ສຸດ ໂດຍສະເພາະໃນຂະແໜງການຂົນສົ່ງ ແລະ ການຜະລິດ.

ປັດຈຸບັນ, ໂຄງການພັດທະນາຫຼາຍແຫ່ງທັງພາກລັດ ແລະ ເອກະຊົນ ຕ້ອງໄດ້ຊະລໍຕົວລົງຍ້ອນຕົ້ນທຶນທີ່ຖີບຕົວສູງຂຶ້ນ ເຊິ່ງເຮັດໃຫ້ການແກ້ໄຂບັນຫານີ້ກາຍເປັນບຸລິມະສິດອັນດັບໜຶ່ງຂອງລັດຖະບານ. 

ເພື່ອຮັກສາສະຖຽນລະພາບຂອງການນຳເຂົ້ານ້ຳມັນ ໃນຂະນະທີ່ປະເທດໄທ ເຊິ່ງເປັນແຫຼ່ງນຳເຂົ້າຫຼັກພວມມີມາດຕະການຈຳກັດການສົ່ງອອກເພື່ອຮັກສາຄັງສຳຮອງຂອງຕົນເອງນັ້ນ, ສປປ ລາວ ຈຶ່ງຈຳເປັນຕ້ອງໄດ້ສຶກສາຊ່ອງທາງໃໝ່ໆ ເພື່ອກະຈາຍຄວາມສ່ຽງ ໂດຍກຳລັງພິຈາລະນາການນຳເຂົ້າຈາກປະເທດອື່ນໆ ເຊັ່ນ: ສິງກະໂປ, ເກົາຫຼີໃຕ້ ແລະ ຣັດເຊຍ ເຖິງແມ່ນວ່າຈະຍັງມີສາຍພົວພັນການນຳເຂົ້ານ້ຳມັນ ແລະ ສົ່ງອອກໄຟຟ້າທີ່ດີກັບປະເທດໄທກໍຕາມ.

ນອກຈາກການແກ້ໄຂບັນຫາສະເພາະໜ້າແລ້ວ, ລັດຖະບານຍັງໄດ້ມຸ່ງເປົ້າໄປທີ່ການແກ້ໄຂບັນຫາໄລຍະຍາວ ໂດຍການຊຸກຍູ້ການນຳໃຊ້ພະລັງງານທົດແທນໃນຂົງເຂດທີ່ ສປປ ລາວ ມີທ່າແຮງ ເຊິ່ງຕ້ອງໄດ້ເຮັດໃຫ້ໄວທີ່ສຸດເພື່ອຫຼຸດຜ່ອນການເພິ່ງພານ້ຳມັນເຊື້ອໄຟທີ່ມີລາຄາແພງ.

ເຖິງແມ່ນວ່າ ສປປ ລາວ ຈະມີຄວາມອຸດົມສົມບູນທາງດ້ານພະລັງງານໄຟຟ້ານ້ຳຕົກ ດ້ວຍກຳລັງການຜະລິດພະລັງງານທົດແທນໃນປັດຈຸບັນທີ່ປະມານ 11,000 ຫາ 12,000 ເມກາວັດ ແລະ ມີທ່າແຮງສູງເຖິງ 60,000 ເມກາວັດ, ແຕ່ການປ່ຽນແປງຂອງສະພາບອາກາດທີ່ເຮັດໃຫ້ລະດູແລ້ງຍາວນານ ໄດ້ສົ່ງຜົນກະທົບຕໍ່ການຜະລິດໄຟຟ້ານ້ຳຕົກ. 

ດ້ວຍເຫດນີ້, ລັດຖະບານຈຶ່ງເລັ່ງຂະຫຍາຍໂຄງການພະລັງງານແສງຕາເວັນ, ພະລັງງານລົມ ແລະ ໄຮໂດຣເຈນສີຂຽວ ມາຊ່ວຍເສີມສ້າງຄວາມໝັ້ນຄົງທາງດ້ານພະລັງງານຢ່າງຈິງຈັງ. 

ຄວບຄູ່ກັນນັ້ນ, ຍັງໄດ້ມີການນຳໃຊ້ມາດຕະການແຮງຈູງໃຈທາງດ້ານພາສີ ເພື່ອຊຸກຍູ້ໃຫ້ປະຊາຊົນຫັນມານຳໃຊ້ຍານພາຫະນະໄຟຟ້າ (EV) ໂດຍຕັ້ງເປົ້າໃຫ້ກວມເອົາ 30% ຂອງຍານພາຫະນະທັງໝົດພາຍໃນປີ 2030 ລວມເຖິງການສົ່ງເສີມລົດຍົນປະສົມ (Hybrid) ແລະ ການຫັນປ່ຽນລະບົບໄຟຟ້າໃນຕົວເມືອງຢ່າງຄ່ອຍເປັນຄ່ອຍໄປ.

ສຳລັບພາບລວມຂອງສະພາບເສດຖະກິດມະຫາພາກ, ທ່ານນາຍົກລັດຖະມົນຕີ ໄດ້ເປີດເຜີຍຂ່າວດີກ່ຽວກັບທ່າອ່ຽງທີ່ດີຂຶ້ນຂອງຄັງສຳຮອງເງິນຕາຕ່າງປະເທດ ທີ່ປັດຈຸບັນສາມາດກຸ້ມການນຳເຂົ້າໄດ້ເຖິງ 5 ເດືອນ ທຽບໃສ່ໄລຍະກ່ອນໜ້ານີ້ທີ່ຫຼຸດລົງເຫຼືອພຽງ 1.5 ຫາ 3 ເດືອນເທົ່ານັ້ນ. 

ໃນຂະນະດຽວກັນ, ຄ່າເງິນກີບກໍເລີ່ມມີສະຖຽນລະພາບຢູ່ທີ່ປະມານ 20,000 ກີບຕໍ່ໂດລາ ແລະ ເຖິງແມ່ນວ່າອັດຕາເງິນເຟີ້ຈະພຸ່ງຂຶ້ນເຖິງ 10.2% ໃນເດືອນເມສາ ຍ້ອນວິກິດການໃນຕາເວັນອອກກາງທີ່ດັນລາຄານ້ຳມັນໃຫ້ສູງຂຶ້ນ ແຕ່ກໍໄດ້ຫຼຸດລົງມາຢູ່ທີ່ 9% ໃນເດືອນພຶດສະພາແລ້ວ. 

ລັດຖະບານຍັງຄົງຢືນຢັນຄວາມມຸ່ງໝັ້ນທີ່ຈະພະຍາຍາມຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເລກດຽວໃຫ້ໄດ້ດົນທີ່ສຸດເທົ່າທີ່ຈະເຮັດໄດ້ ເພື່ອຮັບປະກັນສະຖຽນລະພາບທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

#LaoXperts #LaosEconomy #OilCrisis #RenewableEnergy #ElectricVehicles #Laos #ພະລັງງານທົດແທນ #ເສດຖະກິດລາວ #ລາຄານ້ຳມັນ

Comments are disabled