ລັດຖະບານລາວ ເປີດສາກພິກໂສມສະໜາມບິນເກົ່າເມືອງວັງວຽງ ໃຫ້ກາຍເປັນ “ວັງວຽງເຊັນໂທຣພລາຊາ” ສູນການຄ້າຄົບວົງຈອນຂະໜາດໃຫຍ່ ມູນຄ່າ 216 ລ້ານໂດລາສະຫະລັດ. ດຶງດູດນັກທ່ອງທ່ຽວພາຍໃຕ້ແນວຄິດເມືອງທີ່ບໍ່ມີວັນຫຼັບໄຫຼ ເຊິ່ງຄາດວ່າຈະສ້າງວຽກເຮັດງານທຳຫຼາຍກວ່າ 4.000 ຕຳແໜ່ງ ແລະ ກະຕຸ້ນເສດຖະກິດທ້ອງຖິ່ນຢ່າງມະຫາສານ.
ຈາກການລາຍງານຂອງສື່ມວນຊົນໃນທ້ອງຖິ່ນ, ພິທີວາງສີລາຈາລຶກໂຄງການປະຫວັດສາດນີ້ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 1 ມິຖຸນາ 2026 ທີ່ຜ່ານມາ ທີ່ສະໜາມບິນເກົ່າເມືອງວັງວຽງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ບັນດາການນຳຂັ້ນສູງຂອງແຂວງວຽງຈັນ ແລະ ທ່ານ ຫລິວຟູກວາງ ປະທານບໍລິສັດ ອິຈີນ ວິສະວະກຳກໍ່ສ້າງລາວ ຈຳກັດ.
ສິ່ງທີ່ໜ້າສົນໃຈຄື ໂຄງການດັ່ງກ່າວໄດ້ຮັບການອະນຸມັດໃຫ້ເປັນໂຄງການລະດັບຊາດ ໂດຍກວມເອົາເນື້ອທີ່ກໍ່ສ້າງລວມກວ່າ 21ເຮັກຕາ ເພື່ອເນລະມິດພື້ນທີ່ສະໜາມບິນທີ່ເຄີຍວ່າງເປົ່າ ໃຫ້ກາຍເປັນສູນລວມການຄ້າທີ່ຍິ່ງໃຫຍ່ ແລະ ຄົບວົງຈອນທີ່ສຸດແຫ່ງທຳອິດຂອງເມືອງວັງວຽງ.
ທ່ານ ຫລິວຟູກວາງ ໄດ້ເປີດເຜີຍແຜນການພັດທະນາວ່າ ວັງວຽງເຊັນໂທຣພລາຊາ ຈະຮວບຮວມເອົາທັງການທ່ອງທ່ຽວ, ແຫຼ່ງອາຫານ, ວັດທະນະທຳ ແລະ ສະຖານທີ່ພັກຜ່ອນມາກອງລວມກັນຢ່າງລົງຕົວ.
ໃນຕອນກາງເວັນ ສະຖານທີ່ແຫ່ງນີ້ຈະເປັນຈຸດຊົມວິວທີ່ສວຍງາມ ແລະ ປ່ຽນເປັນສະຫວັນແຫ່ງການພັກຜ່ອນໃນຍາມຄໍ່າຄືນ ຊຶ່ງຈະປ່ຽນໂສມໜ້າວັງວຽງໃຫ້ກາຍເປັນເມືອງທ່ອງທ່ຽວທີ່ສົມບູນແບບຫຼາຍຂຶ້ນ. ນອກຈາກການປັບປຸງພື້ນຖານໂຄງລ່າງແລ້ວ ຜົນກະທົບທາງບວກທີ່ສຳຄັນທີ່ສຸດຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ເນື່ອງຈາກໂຄງການນີ້ຈະສາມາດສ້າງຕຳແໜ່ງງານໃໝ່ໄດ້ເຖິງ 4.000 ຫາ 5.000 ຕຳແໜ່ງ ພ້ອມທັງສ້າງລາຍຮັບດ້ານພາສີອາກອນເຂົ້າງົບປະມານຂອງລັດຢ່າງເປັນກອບເປັນກຳ.
ທາງດ້ານ ທ່ານ ພູວົງ ບຸນຊູ ປະທານກຳມະການປົກຄອງແຂວງວຽງຈັນ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ສັກກະຍະພາບ ແລະ ປະສົບການຂອງບໍລິສັດຜູ້ຮັບເໝົາ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຊ່ວຍກັນອຳນວຍຄວາມສະດວກ, ຕິດຕາມ ແລະ ຊຸກຍູ້ ເພື່ອຮັບປະກັນໃຫ້ການກໍ່ສ້າງສຳເລັດຕາມກຳນົດເວລາ ແລະ ໄດ້ມາດຕະຖານ. ໃນໂອກາດດຽວກັນນີ້, ບັນດາການນຳທີ່ເຂົ້າຮ່ວມ ຍັງໄດ້ຮ່ວມກັນປູກຕົ້ນໄມ້ໃນບໍລິເວນສະຖານທີ່ກໍ່ສ້າງ ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ອັນເປັນສັນຍະລັກແຫ່ງການເລີ່ມຕົ້ນການພັດທະນາເສດຖະກິດ ທີ່ເຕີບໂຕໄປພ້ອມກັບການອະນຸລັກສິ່ງແວດລ້ອມຢ່າງຍືນຍົງ.
#LaoXperts #ວັງວຽງເຊັນໂທຣພລາຊາ #VangViengCentralPlaza #ພິກໂສມສະໜາມບິນເກົ່າ #ທ່ອງທ່ຽວວັງວຽງ #ເສດຖະກິດລາວ


