Singapore web

ສິງກະໂປກຽມຍົກລະດັບມາດຕະການຮັບມືບັນຫາການກັ່ນແກ້ງໃນໂຮງຮຽນ ຫຼື Bullying ຫຼັງລັດຖະບານປະກາດແນວທາງໃໝ່ໃຫ້ໂຮງຮຽນທົ່ວປະເທດໃຊ້ມາດຕະການທາງວິໄນທີ່ເປັນມາດຕະຖານດຽວກັນພາຍໃນປີ 2027 ເພື່ອຈັດການກັບພຶດຕິກຳຮຸນແຮງໃນໝູ່ນັກຮຽນຢ່າງຈິງຈັງຫຼາຍຂຶ້ນ.

ພາຍໃຕ້ມາດຕະການດັ່ງກ່າວ ໂຮງຮຽນໃນສິງກະໂປຈະມີແນວທາງທີ່ຊັດເຈນຫຼາຍຂຶ້ນໃນການຮັບມືກັບກໍລະນີ Bullying ທັງໃນໂຮງຮຽນ ແລະ ເທິງໂລກອອນໄລ. ໂດຍບົດລົງໂທດອາດລວມເຖິງການກັນຕົວ, ການພັກການຮຽນ, ການປັບຄະແນນຄຸນສົມບັດ ລວມເຖິງການໃຊ້ໄມ້ແສ້ກັບນັກຮຽນຊາຍໃນກໍລະນີທີ່ມີຄວາມຮ້າຍແຮງຫຼາຍ.

ແນວໃດກໍຕາມ, ກະຊວງສຶກສາທິການສິງກະໂປໄດ້ຍ້ຳວ່າ ການໃຊ້ໄມ້ແສ້ຈະບໍ່ແມ່ນມາດຕະການທຳອິດ ແຕ່ຈະຖືກໃຊ້ເປັນ “ທາງເລືອກສຸດທ້າຍ” ສະເພາະເມື່ອມາດຕະການອື່ນບໍ່ພຽງພໍ ແລະ ຕ້ອງເປັນກໍລະນີທີ່ມີຄວາມຮຸນແຮງອີຫຼີ ໂດຍການລົງໂທກຈະຕ້ອງໄດ້ຮັບການອະນຸມັດຈາກຜູ້ອຳນວຍການ ແລະ ດຳເນີນການໂດຍຄູ່ທີ່ໄດ້ຮັບອະນຸຍາດເທົ່ານັ້ນ.

ມາດຕະການນີ້ຈະໃຊ້ກັບນັກຮຽນຊາຍຕັ້ງແຕ່ລະດັບ upper primary ຫຼື ປະມານອາຍຸ 9 ປີຂຶ້ນໄປ, ຂະນະທີ່ນັກຮຽນຍິງຈະບໍ່ຖືກລົງໂທດໂດຍໄມ້ແສ້ ແຕ່ຈະໄດ້ຮັບການລົງໂທດໃນຮູບແບບອື່ນ ເຊັ່ນ ການພັກການຮຽນ, ການກັກຕົວ ຫຼື ການປັບຄະແນນຄຸນສົມບັດ.

ລັດຖະບານສິງກະໂປລະບຸວ່າ ເປົ້າໝາຍຂອງມາດຕະການໃໝ່ນີ້ບໍ່ແມ່ນພຽງແຕ່ລົງໂທດຜູ້ກະທຳຜິດ ແຕ່ຍັງຕ້ອງການສ້າງສະພາບແວດລ້ອມໃນໂຮງຮຽນທີ່ປອດໄພຂຶ້ນສຳລັບນັກຮຽນທຸກຄົນ ໂດຍໂຮງຮຽນຈະຕ້ອງມີການຕິດຕາມຜົນ, ໃຫ້ຄຳປຶກສາ ແລະ ຄອຍດູແລທັງຜູ້ທີ່ຖືກກັ່ນແກ້ງ ແລະ ຜູ້ທີ່ກະທຳຜິດ ເພື່ອປ້ອງກັນບໍ່ໃຫ້ເກີດເຫດຊ້ຳ.

ນອກຈາກນີ້, ພາຍໃນປີ 2027 ສິງກະໂປຍັງມີແຜນເປີດຊ່ອງທາງອອນໄລໃຫ້ນັກຮຽນສາມາດລາຍງານເຫດການ Bullying ຫຼື ພຶດຕິກຳທີ່ທຳຮ້າຍຈິດໃຈໂດຍກົງ ເພື່ອໃຫ້ໂຮງຮຽນສາມາດກວດສອບ ແລະ ດຳເນີນການໄດ້ວ່ອງໄວ ແລະ ເປັນລະບົບຫຼາຍຂຶ້ນ.

ເຖິງແມ້ວ່າມາດຕະການດັ່ງກ່າວຈະໄດ້ຮັບຄວາມສົນໃຈຫຼາຍ ໂດຍສະເພາະປະເດັນການໃຊ້ໄມ້ແສ້ກັບນັກຮຽນຊາຍ ແຕ່ທາງການສິງກະໂປຢືນຢັນວ່າທຸກຂັ້ນຕອນຈະຕ້ອງຢູ່ພາຍໃຕ້ການຄວບຄຸມຢ່າງເຂັ້ມງວດ ແລະ ພິຈາລະນາຕາມຄວາມຮ້າຍແຮງຂອງເຫດການ ອາຍຸ, ວຸດທິພາວະ ແລະ ຜົນກະທົບທີ່ເກີດຂຶ້ນກັບຜູ້ເສຍຫາຍ.

ການປະກາດຄັ້ງນີ້ສະທ້ອນໃຫ້ເຫັນວ່າ ສິງກະໂປກຳລັງໃຫ້ຄວາມສຳຄັນກັບບັນຫາ Bullying ຫຼາຍຂຶ້ນ ແລະ ຕ້ອງການສົ່ງສັນຍານຊັດເຈນວ່າ ການກັ່ນແກ້ງທັງໃນຊີວິດຈິງ ແລະ ເທິງໂລກອອນໄລບໍ່ແມ່ນເລື່ອງນ້ອຍ ແຕ່ເປັນພຶດຕິກຳທີ່ໂຮງຮຽນ ແລະ ສັງຄົມຕ້ອງຈັດການຢ່າງຈິງຈັງ.

ແຫຼ່ງຂໍ້ມູນ: MOE of Singapore, The Straits Times, The Guardian, ABC news

Comments are disabled