ປົກເວັບ 79

ອັດຕາເງິນເຟີ້ຂອງຍີ່ປຸ່ນຫຼຸດລົງຕໍ່າສຸດໃນຮອບ 4 ປີ ຈາກມາດຕະການອຸດໜູນຂອງລັດຖະບານ ເຊິ່ງສົ່ງຜົນກະທົບໂດຍກົງ ແລະ ສ້າງຄວາມທ້າທາຍອັນໃຫຍ່ຫຼວງໃຫ້ແກ່ທະນາຄານກາງຍີ່ປຸ່ນ (BOJ) ໃນການຕັດສິນໃຈປັບຂຶ້ນອັດຕາດອກເບ້ຍໃນເດືອນໜ້າ ທ່າມກາງສະຖານະການເງິນເຢນທີ່ຍັງຄົງອ່ອນຄ່າຢ່າງໜັກໜ່ວງ.

ໜັງສືພີມ Japan Times ລາຍງານວ່າ, ດັດຊະນີລາຄາຜູ້ບໍລິໂພກພື້ນຖານ (Core CPI) ຂອງຍີ່ປຸ່ນ ເຊິ່ງບໍ່ລວມໝວດອາຫານສົດ ໄດ້ປັບຕົວສູງຂຶ້ນພຽງ 1.4% ໃນເດືອນເມສາທີ່ຜ່ານມາເມື່ອທຽບໃສ່ປີກ່ອນ ຖືເປັນການຂະຫຍາຍຕົວທີ່ຊ້າທີ່ສຸດໃນຮອບ 4 ປີ ແລະ ຕໍ່າກວ່າການຄາດການຂອງນັກວິເຄາະທັງໝົດ. 

ຫາກຕັດລາຄາພະລັງງານອອກໄປນຳ ດັດຊະນີ CPI ກໍເພີ່ມຂຶ້ນພຽງ 1.9% ເຊິ່ງຕໍ່າກວ່າເປົ້າໝາຍທີ່ຕັ້ງໄວ້ເຊັ່ນດຽວກັນ. ປັດໄຈຫຼັກທີ່ເຮັດໃຫ້ຕົວເລກເງິນເຟີ້ຫຼຸດລົງນີ້ ມາຈາກການຊະລໍຕົວຂອງລາຄາອາຫານແປຮູບ, ຄ່າທຳນຽມໂຮງຮຽນເອກະຊົນທີ່ຫຼຸດລົງແຮງ ແລະ ລາຄາສິນຄ້າຄົງທົນທີ່ປັບຂຶ້ນໃນອັດຕາທີ່ໜ້ອຍລົງ ບວກກັບຕົ້ນທຶນພະລັງງານທີ່ປັບຕົວລົງ ເຖິງແມ່ນວ່າຈະຫຼຸດລົງຊ້າກວ່າເດືອນກ່ອນໜ້າກໍຕາມ.

ໃນຕົ້ນອາທິດນີ້ ທ່ານນາງ ຊານາເອນ ທາກາອິຈິ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ປ່ຽນແປງທ່າທີຈາກແຕ່ເກົ່າ ໂດຍຖະແຫຼງເຖິງຄວາມຈຳເປັນໃນການນຳໃຊ້ງົບປະມານເພີ່ມເຕີມ ເພື່ອຟື້ນຟູມາດຕະການອຸດໜູນດ້ານພະລັງງານ ເຊິ່ງເປັນປັດໄຈສຳຄັນທີ່ຊ່ວຍສະກັດກັ້ນບໍ່ໃຫ້ອັດຕາເງິນເຟີ້ພຸ່ງສູງຂຶ້ນ. 

ເຖິງຢ່າງໃດກໍຕາມ ຕົວເລກເງິນເຟີ້ທີ່ອ່ອນແອນີ້ອາດເຮັດໃຫ້ການຄາດການທີ່ວ່າ BOJ ຈະຂຶ້ນອັດຕາດອກເບ້ຍໃນເດືອນໜ້າມີຄວາມຊັບຊ້ອນຫຼາຍຂຶ້ນ ເຖິງແມ່ນວ່າຜູ້ກຳນົດນະໂຍບາຍຍັງຄົງລະມັດລະວັງວ່າ ແຮງກົດດັນເງິນເຟີ້ອາດລຸກລາມເກີນກວ່າຜົນກະທົບດ້ານພະລັງງານທີ່ເກີດຈາກສົງຄາມໃນອີຣ່ານ. 

#LaoXperts #ເງິນເຟົ້າຍີ່ປຸ່ນ #BOJ #ເສດຖະກິດໂລກ #ຄ່າເງິນເຢນ #ຂ່າວເສດຖະກິດ

Comments are disabled