ອົງການພະລັງງານສາກົນ (IEA) ຊີ້ສົງຄາມລະຫວ່າງອາເມຣິກາ-ອິດສະຣາແອນ ແລະ ອີຣ່ານ ພວມສ້າງວິກິດການຂາດແຄນນໍ້າມັນຄັ້ງປະຫວັດສາດ ຫຼັງຊ່ອງແຄບຮໍມຸສຖືກປິດກະທົບການຜະລິດຢ່າງໜັກ. ຜົນກະທົບດັ່ງກ່າວເຮັດໃຫ້ການສະໜອງນໍ້າມັນທົ່ວໂລກໃນປີນີ້ຫຼຸດລົງຕໍ່າກວ່າຄວາມຕ້ອງການຢ່າງຮຸນແຮງ ສົ່ງຜົນໃຫ້ລາຄານໍ້າມັນພຸ່ງສູງຂຶ້ນ ແລະ ກົດດັນເສດຖະກິດໂລກໃນວົງກວ້າງ.
ຕາມການລາຍງານຂອງ Reuter, ການປະທະກັນຄັ້ງໃຫຍ່ທີ່ສ້າງຄວາມເສຍຫາຍຕໍ່ໂຄງລ່າງພື້ນຖານດ້ານນໍ້າມັນຂອງອີຣ່ານ ແລະ ປະເທດເພື່ອນບ້ານໃນແຖບອ່າວເປີເຊຍ ລວມເຖິງການປິດຊ່ອງແຄບຮໍມຸສ ໄດ້ກາຍເປັນວິກິດການດ້ານການສະໜອງນໍ້າມັນທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຕາມມຸມມອງຂອງ IEA.
ດ້ວຍການສັນຈອນຂອງກຳປັ່ນບັນທຸກນໍ້າມັນທີ່ຍັງຄົງຖືກຈຳກັດ ປະລິມານການສະໜອງທີ່ສູນເສຍໄປສະສົມຈາກບັນດາຜູ້ຜະລິດໃນຕາເວັນອອກກາງໄດ້ທະລຸ 1 ຕື້ບາເຣລໄປແລ້ວ ໂດຍມີນໍ້າມັນຫຼາຍກວ່າ 14 ລ້ານບາເຣລຕໍ່ມື້ທີ່ບໍ່ສາມາດສົ່ງອອກໄດ້ໃນຂະນະນີ້ ເຊິ່ງຖືເປັນອາການຊ໊ອກດ້ານການສະໜອງທີ່ບໍ່ເຄີຍມີມາກ່ອນ.
ສະຖານະການດັ່ງກ່າວບີບບັງຄັບໃຫ້ປະເທດຜູ້ນຳເຂົ້າຕ້ອງດຶງນໍ້າມັນແຮສຳຮອງອອກມາໃຊ້ໃນລະດັບທີ່ໄວທີ່ສຸດເປັນປະຫວັດການ ເຊິ່ງສອດຄ່ອງກັບລາຍງານຂອງກຸ່ມໂອເປັກ (OPEC) ທີ່ເນັ້ນຢໍ້າເຖິງການຫຼຸດລົງຂອງກຳລັງການຜະລິດ ຫຼັງສົງຄາມໄດ້ຈຳກັດການສົ່ງອອກຈາກບັນດາປະເທດຜູ້ຜະລິດລາຍໃຫຍ່ໃນພາກພື້ນ.
ທິດທາງຂອງຕະຫຼາດນໍ້າມັນໄດ້ປ່ຽນຈາກການເກີນດຸນມາສູ່ການຂາດດຸນຢ່າງເຕັມຕົວ ໂດຍ IEA ຄາດການວ່າການສະໜອງຈະຕໍ່າກວ່າຄວາມຕ້ອງການລວມເຖິງ 1,78 ລ້ານບາເຣລຕໍ່ມື້ໃນປີ 2026 ເຊິ່ງເປັນການລົບລ້າງການຄາດການກ່ອນໜ້ານີ້ທີ່ເຄີຍມອງວ່າຈະມີນໍ້າມັນລົ້ນຕະຫຼາດ.
ຕະຫຼາດຈະຍັງຄົງຂາດແຄນຢ່າງໜັກຈົນເຖິງທ້າຍໄຕມາດທີສາມຂອງປີ 2026 ໂດຍສະເພາະໃນໄຕມາດທີສອງທີ່ການຂາດແຄນອາດຮຸນແຮງເຖິງ 6 ລ້ານບາເຣລຕໍ່ມື້ ເຖິງແມ່ນວ່າຄວາມຂັດແຍ່ງອາດຈະສິ້ນສຸດລົງໃນຕົ້ນເດືອນມິຖຸນາກໍຕາມ.
ຢ່າງໃດກໍດີ ກໍລະນີພື້ນຖານທີ່ IEA ວາງໄວ້ແມ່ນການຄ່ອຍໆຟື້ນຟູການສັນຈອນຜ່ານຊ່ອງແຄບຮໍມຸສຕັ້ງແຕ່ໄຕມາດທີສາມເປັນຕົ້ນໄປ ເຊິ່ງອາດຊ່ວຍໃຫ້ຕະຫຼາດກັບມາມີສ່ວນເກີນເລັກນ້ອຍໃນໄຕມາດທີສີ່ ແລະ ເປີດໂອກາດໃຫ້ເລີ່ມມີການສະສົມນໍ້າມັນສຳຮອງຄືນໃໝ່ ຫຼັງຈາກທີ່ການສູນເສຍການສະໜອງໄດ້ເຮັດໃຫ້ນໍ້າມັນສຳຮອງທົ່ວໂລກຫາຍໄປເຖິງ 246 ລ້ານບາເຣລໃນເດືອນມີນາ ແລະ ເມສາ ເຊິ່ງອາດເພີ່ມຄວາມຜັນຜວນຂອງລາຄາກ່ອນຊ່ວງລະດູຮ້ອນທີ່ມີຄວາມຕ້ອງການໃຊ້ສູງສຸດ.
ເພື່ອຮັບມືກັບສະຖານະການດັ່ງກ່າວ ປະເທດສະມາຊິກ IEA ທັງ 32 ປະເທດໄດ້ຮ່ວມມືກັນປ່ອຍນໍ້າມັນຈາກຄັງສຳຮອງຍຸດທະສາດຄັ້ງໃຫຍ່ທີ່ສຸດເຖິງ 400 ລ້ານບາເຣລໃນເດືອນມີນາເພື່ອຫຼຸດຜ່ອນຄວາມຕື່ນຕະໜົກຂອງຕະຫຼາດ ໂດຍປັດຈຸບັນໄດ້ປ່ອຍອອກມາແລ້ວປະມານ 164 ລ້ານບາເຣລ.
ພາບລວມການສະໜອງນໍ້າມັນທົ່ວໂລກຈະຫຼຸດລົງປະມານ 3,9 ລ້ານບາເຣລຕໍ່ມື້ຕະຫຼອດປີ 2026 ຍ້ອນຜົນກະທົບຈາກສົງຄາມ.
ໃນຂະນະດຽວກັນ ຄວາມຕ້ອງການໃຊ້ນໍ້າມັນກໍໄດ້ຮັບແຮງກົດດັນເຊັ່ນກັນ ໂດຍ IEA ປັບຫຼຸດການຄາດການຄວາມຕ້ອງການລົງ 420.000 ບາເຣລຕໍ່ມື້ໃນປີນີ້ ເນື່ອງຈາກລາຄາທີ່ພຸ່ງສູງຂຶ້ນໄດ້ທຳລາຍຄວາມຕ້ອງການ ແລະ ເຮັດໃຫ້ການເຕີບໂຕທາງເສດຖະກິດຊ້າລົງ ໂດຍສະເພາະຂະແໜງປິໂຕເຄມີ ແລະ ການບິນທີ່ໄດ້ຮັບຜົນກະທົບໜັກທີ່ສຸດ.
ນອກຈາກນີ້ ຂໍ້ມູນຍັງຊີ້ໃຫ້ເຫັນວ່າກຸ່ມ OPEC+ ພວມຜະລິດນໍ້າມັນໄດ້ໜ້ອຍກວ່າປະລິມານທີ່ຈຳເປັນຫຼາຍໃນການດຸ່ນດ່ຽງຕະຫຼາດປີນີ້ ໂດຍຜະລິດໄດ້ພຽງ 33,19 ລ້ານບາເຣລຕໍ່ມື້ໃນເດືອນເມສາ ເຊິ່ງຫຼຸດລົງຕໍ່ເນື່ອງຈາກເດືອນມີນາ ທ່າມກາງຄວາມລ່າຊ້າຂອງການອອກບົດລາຍງານຂໍ້ມູນສະຖິຕິຕ່າງໆຈາກ IEA ຍ້ອນວິກິດການສົງຄາມທີ່ກຳລັງດຳເນີນຢູ່.
#LaoXperts #ວິກິດການພະລັງງານ #ນໍ້າມັນແພງ #ເສດຖະກິດໂລກ #IEA #OPEC #ສົງຄາມຕາເວັນອອກກາງ


