Kungfu web

ຄິບວີດີໂອຈາກປະເທດຈີນ ກຳລັງກາຍເປັນກະແສໃນໂລກອອນໄລ ຫຼັງມີຫຸ່ນຍົນຮູບຮ່າງຄ້າຍຄືກັບມະນຸດ ຫຼື Humanoid Robot ໂຕໜຶ່ງເກີດອາການຜິດປົກກະຕິລະຫວ່າງການສະແດງໃນງານກິລາຂອງໂຮງຮຽນ ຈົນມີຈັງຫວະທີ່ມັນເຕະ ແລະ ຫວ່ຽງຂາໃສ່ຜູ້ຄົນອ້ອມໂຕ ສ້າງຄວາມຕົກໃຈໃຫ້ຄົນໃນງານ.

ລາຍງານລະບຸວ່າ ເຫດການເກີດຂຶ້ນໃນເຂດ Xinjiang ທາງຕາເວັນຕົກສຽງເໜືອຂອງປະເທດຈີນ ລະຫວ່າງກິດຈະກຳ Sports Day ຂອງໂຮງຮຽນແຫ່ງໜຶ່ງ ໂດຍຫຸ່ນຍົນຖືກນຳມາສະແດງເຕັ້ນ ແລະ ສະແດງທ່າທາງສີລະປະການຕໍ່ສູ້ຕໍ່ໜ້ານັກຮຽນຈຳນວນຫຼາຍ.

ໃນຊ່ງທຳອິດ ການສະແດງດຳເນີນໄປຕາມປົກກະຕິ ຫຸ່ນຍົນສາມາດເຕັ້ນ ແລະ ສະແດງກັງຟູໄດ້ຢ່າງລື່ນໄຫຼເຊິ່ງເຕັມໄປດ້ວຍສຽງເຊຍຂອງຄົນເບິ່ງຈຳນວນຫຼາຍ. ແຕ່ຫຼັງຈາກນັກຮຽນເລີ່ມແລ່ນເຂົ້າມາຮ່ວມສະແດງເທິງສະໜາມ ຫຸ່ນຍົນຊ້ຳຜັດເສຍການຊົງໂຕ ກ່ອນລົ້ມລົງພື້ນ ແລະ ເກີດອາການຄ້າຍໆລະບົບລວນ.

ຫຼັງຈາກນັ້ນ ຫຸ່ນຍົນກໍເລີ່ມແກວ່ງແຂນເຕະຂາແບບຄວບຄຸມບໍ່ໄດ້ ຫຼາຍຄົນປຽບເຫດການນີ້ກັບສາກຈາກໜັງ SCI-F ກ່ຽວກັບ AI ແລະ ຫຸ່ນຍົນ. ຂະນະທີ່ບາງຄອມເມັ້ນເວົ້າຕິດຕະຫຼົກວ່າ Skynet ເລີ່ມແລ້ວ ຫຼື ນີ້ແຫຼະຈຸດເລີ່ມຕົ້ນຂອງໜັງ Terminator.

ແນວໃດກໍຕາມ ລາຍງານລະບຸວ່າ ບໍ່ໄດ້ມີຄົນໄດ້ຮັບບາດເຈັບຈາກເຫດການນີ້ ເນື່ອງຈາກທີມຄວບຄຸມສາມາດຮີບເຂົ້າໄປຢຸດຫຸ່ນຍົນ ແລະ ຍົກມັນອອກຈາກພື້ນທີ່ໄດ້ທັນເວລາ.

ຜູ້ຊ່ຽວຊານດ້ານ AI ແລະ ຫຸ່ນຍົນເບິ່ງເຫດການເທື່ອນີ້ສະທ້ອນບັນຫາສຳຄັນຂອງຫຸ່ນຍົນໃນໂລກຄວາມເປັນຈິງ ເພາະແມ້ລະບົບຈະເບິ່ງສະຫຼາດ ແລະ ເຮັດວຽກໄດ້ດີໃນສະພາບແວດລ້ອມປົກກະຕິ ແຕ່ເມື່ອມີຄົນຈຳນວນຫຼາຍ ຫຼື ສະຖານະການບໍ່ຄາດຄິດ ກໍອາດເຮັດໃຫ້ລະບົບສັບສົນ ແລະ ຕອບສະໜອງຜິດພາດໄດ້.

ກ່ອນໜ້ານີ້ ກໍມີຄິບຫຸ່ນຍົນໃນຈີນຫຼາຍເຫດການທີ່ກາຍເປັນກະແສ ເຊັ່ນ ຫຸ່ນຍົນທີ່ລົ້ມລະຫວ່າງແລ່ນມາຣາທອນ ຫຼື ຫຸ່ນຍົນທີ່ເກີດອາການກະທຸກລະຫວ່າງສະແດງ ເຊິ່ງແຮງເຮັດໃຫ້ເກີດຄຳຖາມກ່ຽວກັບຄວາມປອດໄພຂອງ AI ແລະ ຫຸ່ນຍົນ Humanoid ໃນອະນາຄົດ.

ເຖິງແມ້ວ່າຫຼາຍຝ່າຍຈະເບິ່ງເຫດການນີ້ເປັນພຽງແຕ່ອຸບັດຕິເຫດທາງເຕັກນິກ ແຕ່ກໍສະທ້ອນໃຫ້ເຫັນວ່າໂລກເຮົາກຳລັງເຂົ້າສູ່ຍຸກທີ່ຫຸ່ນຍົນເລີ່ມເຂົ້າມາຢູ່ໃກ້ມະນຸດຫຼາຍຂຶ້ນ ແລະ ຄຳຖາມເລື່ອງຄວາມປອດໄພ, ການຄວບຄຸມ ແລະ ການຮັບມືເມື່ອ AI ເກີດຄວາມຜິດພາດ ອາດກາຍເປັນປະເດັນສຳຄັນທີ່ສັງຄົມຕ້ອງພົບເຈີໃນອະນາຄົດ.

ແຫຼ່ງຂໍ້ມູນ: ndtv, Buiness Insider

Comments are disabled