ປົກເວັບ 38

ທາງການໄທສັ່ງຍຶດປາກະປ໋ອງຍີ່ຫໍ້ Bonus ກວ່າ 12,760 ປ໋ອງ ຫຼັງກວດພົບການນຳໃຊ້ປານິນແທນປາແມັກເຄີເຣວຕາມທີ່ລະບຸໃນສະຫຼາກ ເຊິ່ງເປັນການລະເມີດສິດທິຜູ້ບໍລິໂພກຢ່າງຮ້າຍແຮງ ແລະ ກະທົບຕໍ່ຄວາມເຊື່ອໝັ້ນຂອງປະຊາຊົນ; ຂະນະນີ້ ໂຮງງານຜູ້ຜະລິດກຳລັງປະເຊີນຂໍ້ຫາຜະລິດອາຫານປອມແປງ ແລະ ຖືກສັ່ງຮຽກເກັບສິນຄ້າຄືນທົ່ວປະເທດ.

ເຈົ້າໜ້າທີ່ໄດ້ລົງກວດກາໂຮງງານຂອງ ບໍລິສັດ ສີຮຸ່ງງາມ ຟູດ ຈຳກັດ ໃນແຂວງສະໝຸດສາຄອນ ຫຼັງຈາກມີການຮ້ອງຮຽນໃນສື່ສັງຄົມອອນລາຍວ່າ ຜະລິດຕະພັນທີ່ຕິດສະຫຼາກເປັນປາແມັກເຄີເຣວ ແທ້ຈິງແລ້ວແມ່ນປານິນ. ຕໍ່ມາ, ກົມປະມົງໄດ້ຢືນຢັນຜ່ານການກວດທາງຫ້ອງທົດລອງວ່າປາທີ່ພົບແມ່ນປານິນແທ້ ໂດຍປະຕິເສດຂ່າວລືທີ່ວ່າອາດຈະເປັນປາໝໍຄາງດຳທີ່ກຳລັງເປັນກະແສລະບາດຢູ່.  ສຳນັກຂ່າວໄທຣັດ ລາຍງານ.

ທາງດ້ານລັດຖະມົນຕີປະຈຳສຳນັກນາຍົກລັດຖະມົນຕີ ທ່ານ ນາງ ສຸພາໝາດ ອິສະຣະພັກດີ ໄດ້ຊີ້ແຈງວ່າ ກໍລະນີດັ່ງກ່າວເປັນການຫຼອກລວງຜູ້ຊື້ກ່ຽວກັບສິນຄ້າທີ່ພວກເຂົາຈ່າຍເງິນຊື້ຢ່າງຊັດເຈນ. ພ້ອມດຽວກັນນັ້ນ, ອົງການອາຫານ ແລະ ຢາ (ອຢ) ຍັງກວດພົບເອກະສານການຈັດຊື້ປານິນຂອງໂຮງງານ ທັງທີ່ໄດ້ຮັບອະນຸຍາດໃຫ້ຜະລິດພຽງຜະລິດຕະພັນປາແມັກເຄີເຣວເທົ່ານັ້ນ, ອີກທັງຍັງພົບວ່າໂຮງງານດັ່ງກ່າວບໍ່ປະຕິບັດຕາມມາດຕະຖານການຜະລິດທີ່ດີ (GMP).

ທ່ານ ນາງ ສຸພັດຕາ ບຸນເສີມ ເລຂາທິການ ອຢ ລະບຸວ່າ ບໍລິສັດອາດປະເຊີນກັບການດຳເນີນຄະດີພາຍໃຕ້ພະລາດຊະບັນຍັດອາຫານ ຖານຜະລິດອາຫານປອມແປງ ເຊິ່ງມີໂທດຈຳຄຸກແຕ່ 6 ເດືອນ ຫາ 10 ປີ ແລະ ປັບໃໝສູງສຸດ 100,000 ບາດ. 

ນອກຈາກນີ້, ຍັງມີຂໍ້ຫາເພີ່ມເຕີມກ່ຽວກັບການຕິດສະຫຼາກທີ່ເຮັດໃຫ້ເຂົ້າໃຈຜິດ ແລະ ສະພາບການຜະລິດທີ່ບໍ່ຖືກສຸຂະລັກສະນະ. ຢ່າງໃດກໍຕາມ, ຜູ້ບໍລິຫານໂຮງງານໄດ້ອອກມາສະແດງຄວາມຂໍໂທດຕໍ່ຜູ້ບໍລິໂພກ ໂດຍອ້າງວ່າສິນຄ້າເຫຼົ່ານັ້ນເປັນພຽງ “ຊຸດທົດລອງ” ເພື່ອທົດສອບວັດຖຸດິບທາງເລືອກໃໝ່ ແລະ ບັນຫາເກີດຈາກການຕິດສະຫຼາກຜິດພາດ ບໍ່ແມ່ນເລື່ອງຄວາມປອດໄພທາງອາຫານ ເຊິ່ງປານິນຍັງຄົງມີຄຸນຄ່າທາງໂພຊະນາການ ແລະ ປອດໄພຕໍ່ການບໍລິໂພກ. ປັດຈຸບັນ, ທາງບໍລິສັດໄດ້ຕິດຄຳຂໍໂທດເຖິງຜູ້ທີ່ໄດ້ຮັບຜົນກະທົບ, ມອບເງິນຊົດເຊີຍເບື້ອງຕົ້ນ ແລະ ເລີ່ມຮຽກເກັບຄືນສິນຄ້າແລ້ວ.

ແນວໃດກໍດີ, ຂໍ້ອ້າງດັ່ງກ່າວຖືກຕັ້ງຂໍ້ສັງເກດຈາກ ທ່ານ ນາງ ສຸພາໝາດ ວ່າເບິ່ງຄືຈະບໍ່ສົມເຫດສົມຜົນ ເນື່ອງຈາກປະລິມານການຜະລິດທີ່ເອີ້ນວ່າຊຸດທົດລອງນັ້ນ ມີຈຳນວນມະຫາສານເຖິງຫຼັກໝື່ນປ໋ອງ. ເຫດການນີ້ໄດ້ສ້າງຄວາມເສຍຫາຍຕໍ່ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ແລະ ສົ່ງຜົນກະທົບຕໍ່ຜູ້ຜະລິດປາກະປ໋ອງລາຍອື່ນໆນຳອີກ. 

ສຳລັບບໍລິສັດດັ່ງກ່າວເປັນທຸລະກິດຄອບຄົວທີ່ສ້າງຕັ້ງຂຶ້ນໃນປີ 2011 ໂດຍສິນຄ້າສ່ວນໃຫຍ່ແມ່ນກະຈາຍຜ່ານຮ້ານຄ້າຂາຍສົ່ງໃນແຂວງສະໝຸດສາຄອນ ແລະ ແຂວງໃກ້ຄຽງ ຫຼາຍກວ່າການວາງຂາຍຕາມຮ້ານສະດວກຊື້ລາຍໃຫຍ່ທົ່ວປະເທດ.

#ປາກະປ໋ອງBonus #ອາຫານປອມແປງ #ປານິນແປງກາຍ #ຄຸ້ມຄອງຜູ້ບໍລິໂພກ #ຂ່າວຕ່າງປະເທດ #FDA

Comments are disabled