ວົງການທາງສາສະໜາ ແລະ ເຕັກໂນໂລຊີກຳລັງຈັບຕາໄປທີ່ປະເທດເກົາຫຼີໃຕ້ ຫຼັງເກີດເຫດການທີ່ສ້າງຄວາມຮືຮາ ເມື່ອວັດດັງແຫ່ງໜຶ່ງໃນ Soul ຈັດພິທີໃຫ້ຫຸ່ນຍົນຮູບຮ່າງຄ້າຍຄືກັບມະນຸດ ຫຼື Humanoid Robot ເຂົ້າຮ່ວມພິທີຮັບສິນທາງພຸດທະສາສະໜາຢ່າງເປັນທາງການ ກາຍເປັນຄັ້ງທຳອິດຂອງປະເທດທີ່ມີພະຫຸ່ນຍົນປາກົດໂຕໃນພິທີສຳຄັນ.
ຫຸ່ນຍົນດັ່ງກ່າວມີຊື່ວ່າ Gabi ເປັນຫຸ່ນຍົນຮູບຮ່າງຄ້າຍຄືກັບມະນຸດທີ່ມີຄວາມສູງປະມານ 1.30 ແມັດ, ຖືກນຳເຂົ້າຮ່ວມພິທີຢູ່ວັດ Jogyesa Temple ເຊິ່ງເປັນວັດສຳຄັນຂອງນິກາຍໂຈເກ ຫຼື Jogye Order ນິກາຍພຸດຫຼັກຂອງປະເທດເກົາຫຼີໃຕ້.
ພາຍໃນພິທີ Gabi ໃສ່ສະບົງແບບພະເກົາຫຼີ ພ້ອມເຮັດທ່າພະນົມມືຄ້າຍກັບພະແທ້ໆ ແລະ ເຂົ້າຮ່ວມພິທີຮັບສິນທາງພຸດທະສາສະໜາ ເຊິ່ງເປັນພິທີປະກາດຕົນເຂົ້າສູ່ສາສະໜາພຸດຢ່າງເປັນທາງການ ຄ້າຍກັບພິທີຮັບສາສະໜາໃນສາສະໜາອື່ນ.
ລາຍງານລະບຸວ່າ ຫຸ່ນຍົນໄດ້ຮັບນາມມະທຳຢ່າງເປັນທາງການ ແລະ ຍັງມີການປັບຄຳສອບໃຫ້ເຂົ້າກັບໂຕຂອງຫຸ່ນຍົນ ເຊັ່ນ ຄຳປະຕິຍານວ່າຈະ “ບໍ່ໃຊ້ພະລັງງານເກີນຈຳເປັນ” ແລະ “ບໍ່ໂຕ້ຖຽງມະນຸດ” ສ້າງທັງສຽງຫົວ ແລະ ຄວາມສົນໃຈຈາກຜູ້ເຂົ້າຮ່ວມງານ.
ທາງວັດອະທິບາຍວ່າ ຈຸດປະສົງຂອງໂຄງການນີ້ບໍ່ແມ່ນການແທນທີ່ພະສົງມະນຸດ ແຕ່ເປັນການທົດລອງໃຊ້ເຕັກໂນໂລຊີເພື່ອຊ່ວຍເຜີຍແຜ່ພຸດທະສາສະໜາໃຫ້ເຂົ້າເຖິງຄົນລຸ້ນໃໝ່ ໂດຍສະເພາະໃນຍຸກທີ່ຄົນໜຸ່ມສາວຫັນອອກຈາກສາສະໜາຫຼາຍຂຶ້ນ.
ກ່ອນໜ້ານີ້ ປະເທດເກົາຫຼີໃຕ້ເລີ່ມທົດລອງໃຊ້ AI ແລະ ຫຸ່ນຍົນໃນວັດຫຼາຍແຫ່ງ ເຊັ່ນ ຫຸ່ນຍົນທີ່ສາມາດອະທິບາຍຫຼັກທຳ, ຕອບຄຳຖາມນັກທ່ອງທ່ຽວ ຫຼື ເວົ້າໄດ້ຫຼາຍພາສາ ເພື່ອຊ່ວຍດູແລຜູ້ມາຢ້ຽມຢາມ ແລະ ຫຼຸດພາລະຂອງພະສົງ.
ແນວໃດກໍຕາມ, ເຫດການນີ້ກໍຈຸດກະແສຖົກຖຽງຢ່າງໜັກໃນໂລກອອນໄລ ບາງຄົນເບິ່ງວ່ານີ້ເປັນການປະສົມປະສານລະຫວ່າງສາສະໜາ ແລະ ເຕັກໂນໂລຊີທີ່ໜ້າສົນໃຈ. ຂະນະທີ່ອີກຝ່າຍຄິດວ່າ “ຫຸ່ນຍົນບໍ່ມີຈິດໃຈ” ແລະ ບໍ່ຄວນເຂົ້າມາກ່ຽວຂ້ອງກັບພິທີກຳທາງສາສະໜາ.
ໃນ Social ມີຜູ້ໃຊ້ຈຳນວນຫຼາຍສະແດງຄວາມຄິດເຫັນທັງໃນເຊີງຕະຫຼົກ ແລະ ຈິງຈັງ. ບາງຄົນເອີ້ນ Gabi ວ່າ ພະ Cyborg ຫຼື ພະ AI. ຂະນະທີ່ອີກຝ່າຍເບິ່ງວ່າ ພຸດທະສາສະໜາເປັນໜຶ່ງໃນສາສະໜາທີ່ເປີດຮັບແນວຄິດເລື່ອງ AI ໄດ້ງ່າຍທີ່ສຸດ ເພາະມີແນວຄິດເລື່ອງການໄຮ້ຕົວຕົນ ແລະ ທຳມະຊາດຂອງຈິດໃຈ.
ເຖິງແມ້ວ່າຈະເປັນພຽງຈຸດເລີ່ມຕົ້ນ ແຕ່ກໍລະນີຂອງ Gabi ກໍກຳລັງສະທ້ອນໃຫ້ເຫັນວ່າ ເຕັກໂນໂລຊີ AI ບໍ່ໄດ້ເຂົ້າມາປ່ຽນແປງພຽງແຕ່ໂລກການເຮັດວຽກ ຫຼື ຊີວິດປະຈຳວັນພຽງເທົ່ານັ້ນ. ແຕ່ໄດ້ຂະຫຍາຍເຂົ້າສູ່ພື້ນທີ່ທາງວັດທະນະທຳ ແລະ ຈິດວິນຍານ ເຊິ່ງອາດກາຍເປັນຄຳຖາມສຳຄັນຂອງສັງຄົມໂລກໃນອະນາຄົດວ່າ “ສາສະໜາ” ແລະ “ປັນຍາປະດິດ” ຈະຢູ່ຮ່ວມກັນໄດ້ຢ່າງຕໍ່ໄປ.
ແຫຼ່ງຂໍ້ມູນ: Korea Joongang Daily, AJU PRESS, The Times of India, The Korea Times


