ແຂວງຈຳປາສັກ ໄຟຂຽວອະນຸມັດສຳປະທານທີ່ດິນ 150 ເຮັກຕາ ໃຫ້ແກ່ບໍລິສັດ ຫຸ້ນສ່ວນກະສິກຳ ແລະ ຜະລິດກາເຟ ບໍລິເວນປາກຊ່ອງ ຈຳກັດ ດ້ວຍມູນຄ່າການລົງທຶນເຖິງ 200 ຕື້ກີບ ເພື່ອພັດທະນາໂຄງການປູກກາເຟ ແລະ ແມັກຄາເດເມຍ.
ໂຄງການອາຍຸ 30 ປີດັ່ງກ່າວ ມຸ່ງຫວັງຍົກລະດັບທ່າແຮງດ້ານກະສິກຳຂອງເມືອງປາກຊ່ອງ ພ້ອມທັງກະຕຸ້ນເສດຖະກິດທ້ອງຖິ່ນ ແລະ ສ້າງການເຕີບໂຕແບບຍືນຍົງໃນພື້ນທີ່.
ຕາມການລາຍງານຂອງ ໜັງສືພີມຈຳປາໃໝ່, ພິທີລົງນາມສັນຍາສຳປະທານຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພາ 2026 ທີ່ໂຮງແຮມຈຳປາສັກແກຣນ ພາຍໃຕ້ການເປັນປະທານຂອງທ່ານ ພິມພອນ ພັນດານຸວົງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດຂັ້ນແຂວງ.
ໂຄງການດັ່ງກ່າວຕັ້ງຢູ່ບ້ານພະໜວນດົງ ເມືອງປາກຊ່ອງ ເຊິ່ງກ່ອນໜ້ານີ້ທັງສອງຝ່າຍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນທ້າຍປີ 2025.
ມາຮອດປັດຈຸບັນ, ທາງບໍລິສັດໄດ້ສຳເລັດການສຶກສາບົດວິພາກເສດຖະກິດ-ເຕັກນິກ ແລະ ໄດ້ຮັບການຮັບຮອງດ້ານສິ່ງແວດລ້ອມສຳລັບເນື້ອທີ່ດັ່ງກ່າວຢ່າງຄົບຖ້ວນ ຈຶ່ງນຳໄປສູ່ການເປີດກອງເຈລະຈາ ແລະ ຕົກລົງເຊັນສັນຍາສຳປະທານຢ່າງເປັນທາງການ ຕາມການອະນຸມັດມອບສິດຂອງຄະນະກຳມະການປົກຄອງແຂວງ.
ການລົງນາມຄັ້ງນີ້ ຕາງໜ້າອົງການປົກຄອງແຂວງຈໍາປາສັກໂດຍ ທ່ານ ປອ ກໍລະກັນ ຄໍາມະວົງ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ແລະ ຝ່າຍບໍລິສັດລົງນາມໂດຍ ທ່ານ ຫງຽນ ວັນ ເຮືອງ ຜູ້ອໍານວຍການບໍລິສັດ ຫຸ້ນສ່ວນກະສິກຳ ແລະ ຜະລິດກາເຟ ບໍລິເວນປາກຊ່ອງ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍຮ່ວມເປັນສັກຂີພະຍານ.
ພາຍຫຼັງການລົງນາມ, ທາງບໍລິສັດຈະເລີ່ມລົງມືຈັດຕັ້ງປະຕິບັດໂຄງການໃນທັນທີ ເຊິ່ງຄາດວ່າຈະກາຍເປັນອີກໜຶ່ງແຮງຂັບເຄື່ອນສຳຄັນ ໃນການສົ່ງເສີມການຜະລິດກະສິກຳເປັນສິນຄ້າ ໂດຍສະເພາະແມ່ນກາເຟ ແລະ ແມັກຄາເດເມຍ ທີ່ເປັນພືດເສດຖະກິດຫຼັກຂອງພູພຽງບໍລະເວນ ໃຫ້ກ້າວສູ່ມາດຕະຖານທີ່ສູງຂຶ້ນ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ຢ່າງມີປະສິດທິພາບ.
#LaoXperts #ຈຳປາສັກ #ປາກຊ່ອງ #ກະສິກຳລາວ #ການລົງທຶນ #ກາເຟພູພຽງບໍລະເວນ #ແມັກຄາເດເມຍ #ເສດຖະກິດລາວ #LaoEconomy


