ປົກເວັບ 34

ລັດຖະບານອອສເຕເລຍ ປະກາດທຸ້ມງົບປະມານ 7,22 ຕື້ໂດລາສະຫະລັດ ສ້າງຄັງສຳຮອງນ້ຳມັນເຊື້ອໄຟແຫ່ງລັດແບບຖາວອນເປັນຄັ້ງທຳອິດ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານໃນໄລຍະຍາວ. ມາດຕະການນີ້ຈະຊ່ວຍເພີ່ມສະຕັອກນໍ້າມັນພາຍໃນປະເທດໃຫ້ພຽງພໍສຳລັບ 50 ວັນ ເຊິ່ງເປັນການຮັບມືໂດຍກົງຕໍ່ຜົນກະທົບຂອງວິກິດການໃນຕາເວັນອອກກາງ ທີ່ກຳລັງສັ່ນຄອນລະບົບຕ່ອງໂສ້ອຸປະທານພະລັງງານທົ່ວໂລກ.

ອີງຕາມການລາຍງານຂອງສຳນັກຂ່າວຣອຍເຕີ (Reuters) ໃນວັນທີ 6 ພຶດສະພາ 2026, ທ່ານ ແອນໂທນີ ອັລບານີສ (Anthony Albanese) ນາຍົກລັດຖະມົນຕີອອສເຕເລຍ ໄດ້ເປີດເຜີຍວ່າ ຄັງສຳຮອງແຫ່ງໃໝ່ນີ້ຈະສາມາດກັກເກັບນ້ຳມັນໄດ້ປະມານ 1 ຕື້ລິດ ຫຼື 264 ລ້ານກາລອນ. ປັດຈຸບັນ ອອສເຕເລຍຕ້ອງເພິ່ງພາການນຳເຂົ້ານ້ຳມັນເຊື້ອໄຟເຖິງ 80% ຂອງຄວາມຕ້ອງການພາຍໃນປະເທດ ແລະ ໄດ້ເລີ່ມປະເຊີນກັບພາວະຂາດແຄນໃນບາງພື້ນທີ່ ນັບຕັ້ງແຕ່ຄວາມຂັດແຍ່ງໃນພາກພື້ນຕາເວັນອອກກາງຮຸນແຮງຂຶ້ນ.

ແຜນງານມູນຄ່າ 1 ໝື່ນລ້ານໂດລາອອສເຕເລຍນີ້ ຖືເປັນນະໂຍບາຍຫຼັກໃນງົບປະມານຂອງລັດຖະບານທີ່ຈະປະກາດຢ່າງເປັນທາງການໃນອາທິດໜ້າ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນວ່າປະເທດຈະສາມາດປົກປ້ອງອະທິປະໄຕດ້ານພະລັງງານຂອງຕົນເອງໄດ້ຢ່າງເດັດຂາດ ບໍ່ພຽງແຕ່ໃນຍາມວິກິດປັດຈຸບັນ ແຕ່ຍັງລວມເຖິງອະນາຄົດ.

ສຳລັບແຜນການຈັດສັນງົບປະມານດັ່ງກ່າວ ຈະຖືກແບ່ງໄປໃຊ້ໃນໂຄງການຄັງນ້ຳມັນສຳຮອງຂອງລັດຈຳນວນ 3,2 ຕື້ໂດລາອອສເຕເລຍ ພ້ອມທັງກຳນົດໃຫ້ຜູ້ນຳເຂົ້າ ແລະ ໂຮງກັ່ນນ້ຳມັນຕ້ອງເພີ່ມໄລຍະເວລາການສຳຮອງຂັ້ນຕ່ຳຕື່ມອີກ 10 ວັນຈາກເດີມ 30 ວັນ.

ນອກຈາກນີ້, ລັດຖະບານຍັງໄດ້ກຽມງົບອີກ 7,5 ຕື້ໂດລາອອສເຕເລຍ ເພື່ອສະໜັບສະໜູນທາງການເງິນໃນຮູບແບບຕ່າງໆ ເຊັ່ນ: ເງິນກູ້, ການຮ່ວມລົງທຶນ, ການຄ້ຳປະກັນ ແລະ ການພະຍຸງລາຄາ ເພື່ອເພີ່ມປະລິມານສຳຮອງນ້ຳມັນ ແລະ ປຸ໋ຍ. ທາງດ້ານ ທ່ານ ຄຣິສ ໂບເວນ (Chris Bowen) ລັດຖະມົນຕີກະຊວງພະລັງງານອອສເຕເລຍ ລະບຸວ່າ ທີ່ຜ່ານມາອອສເຕເລຍເປັນໜຶ່ງໃນບໍ່ເທົ່າໃດປະເທດສະມາຊິກຂອງອົງການພະລັງງານສາກົນ (IEA) ທີ່ຍັງບໍ່ມີຄັງນ້ຳມັນສຳຮອງຂອງລັດມາກ່ອນ. ການປ່ຽນແປງຄັ້ງໃຫຍ່ນີ້ຈະເນັ້ນໜັກໃສ່ການສຳຮອງນ້ຳມັນກາຊວນ ແລະ ນ້ຳມັນຍົນເປັນຫຼັກ ເຊິ່ງເປັນການປ້ອງກັນການຂາດແຄນໃນພາກສ່ວນທີ່ສຳຄັນ ແລະ ຖືເປັນບາດກ້າວທີ່ຈຳເປັນສຳລັບການຂັບເຄື່ອນເສດຖະກິດຂອງຊາດໃນໄລຍະຍາວ.

#ພະລັງງານໂລກ #ອອສເຕເລຍ #ຄັງນ້ຳມັນສຳຮອງ #ວິກິດພະລັງງານ #LaoXperts #ເສດຖະກິດ #ຂ່າວຕ່າງປະເທດ

Comments are disabled