ໄພເງິນເຟີ້ໃນລາວສ່ຽງປະທຸຂຶ້ນແຕະລະດັບ 9.7% ຫຼື ກັບຄືນສູ່ສອງຕົວເລກໃນປີ 2026 ຈາກແຮງກົດດັນຂອງລາຄານໍ້າມັນໂລກ ແລະ ຜົນພວງຂອງນະໂຍບາຍການເງິນແບບຜ່ອນຄາຍທີ່ຜ່ານມາ. ໃນຂະນະທີ່ເປົ້າໝາຍຂອງລັດຖະບານແມ່ນ ບໍ່ເກີນ 5% ຕໍ່ປີ.
ໂຕເລກດັ່ງກ່າວ ຖືກຄາດການ ໃນບົດປະເມີນເສດຖະກິດມະຫາພາກ ຂອງ ສປປ ລາວ ໂດຍສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໂດຍສັນຍານເຕືອນໄພທາງເສດຖະກິດທີ່ສຳຄັນອີກປະການໜຶ່ງສຳລັບປີ 2026 ແມ່ນທ່າອ່ຽງການດີດຕົວຂຶ້ນຂອງອັດຕາເງິນເຟີ້ ເຊິ່ງເປັນໄພງຽບທີ່ກັດກິນອຳນາດການຊື້ຂອງປະຊາຊົນລາວມາຢ່າງຍາວນານ.
ຈາກການປະເມີນສະຖານະການຫຼ້າສຸດພົບວ່າ ອັດຕາເງິນເຟີ້ມີຄວາມສ່ຽງສູງທີ່ຈະເພີ່ມຂຶ້ນອີກຄັ້ງ ໂດຍມີຮາກຖານມາຈາກຫຼາຍປັດໄຈປະສົມປະສານກັນ ທັງປັດໄຈພາຍໃນ ແລະ ພາຍນອກປະເທດ.
ບົດວິພາກ ດັ່ງກ່າວຊີ້ໃຫ້ເຫັນວ່າ ປັດໄຈກະຕຸ້ນທີ່ໜ້າຢ້ານກົວທີ່ສຸດໃນປີ 2026 ແມ່ນການເໜັງຕີງຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ ໂດຍສະເພາະໃນຊ່ວງທ້າຍໄຕມາດທີ 1 ຂອງປີ ທີ່ຄາດການວ່າຈະໄດ້ຮັບຜົນກະທົບຢ່າງໜັກຈາກສະຖານະການສົງຄາມ.
ຖ້າຫາກຄວາມຂັດແຍ່ງຍັງສືບຕໍ່ແກ່ຍາວ ແລະ ດັນໃຫ້ລາຄານໍ້າມັນທະຍານສູງຂຶ້ນຢ່າງຕໍ່ເນື່ອງ ມັນຈະກາຍເປັນໂຕເລັ່ງປະຕິກິລິຍາຊັ້ນດີທີ່ດຶງໃຫ້ອັດຕາເງິນເຟີ້ໃນລາວພຸ່ງຂຶ້ນຢ່າງຮຸນແຮງ. ນັກວິເຄາະເສດຖະກິດຄາດການວ່າ ພາຍໃຕ້ສະຖານະການທີ່ຮ້າຍແຮງນີ້ ອັດຕາເງິນເຟີ້ສະເລ່ຍອາດຈະແຕະເຖິງລະດັບ 9.7% ຫຼື ໃນກໍລະນີທີ່ຮ້າຍແຮງທີ່ສຸດກໍອາດຈະຕີກັບຂຶ້ນໄປຢູ່ໃນລະດັບ 2 ຕົວເລກອີກຄັ້ງ ເຊິ່ງຈະສ້າງຄວາມຫຍຸ້ງຍາກລຳບາກຢ່າງມະຫາສານຕໍ່ການດຳລົງຊີວິດຂອງປະຊາຊົນທົ່ວໄປ ແລະ ຜູ້ທີ່ມີລາຍຮັບນ້ອຍ.
ສ່ວນໜຶ່ງແມ່ນເປັນຜົນພວງຕົກຄ້າງມາຈາກການຈັດຕັ້ງປະຕິບັດນະໂຍບາຍການເງິນ ແລະ ເງິນຕາແບບຜ່ອນຄາຍໃນໄລຍະທີ່ຜ່ານມາ ເຊິ່ງໄດ້ສ້າງປະລິມານເງິນໝູນວຽນໃນລະບົບຈຳນວນຫຼາຍແຕ່ບໍ່ສົມດຸນກັບການເຕີບໂຕຂອງພາກການຜະລິດໂຕຈິງ. ນອກຈາກນີ້ ການອ່ອນຄ່າຂອງເງິນກີບກໍຍັງຄົງເປັນປັດໄຈຊຳ້ເຮື້ອທີ່ເຮັດໃຫ້ສິນຄ້ານຳເຂົ້າທຸກຊະນິດມີລາຄາແພງຂຶ້ນ ເຊິ່ງກົດດັນຄ່າຄອງຊີບຂອງປະຊາຊົນໂດຍກົງໃນປະເທດທີ່ຍັງຕ້ອງອາໄສການນຳເຂົ້າສິນຄ້າອຸປະໂພກບໍລິໂພກເປັນຫຼັກ.
#LaoXperts #ເງິນເຟີ້ລາວ #ຄ່າຄອງຊີບ #ອັດຕາແລກປ່ຽນ #ນະໂຍບາຍການເງິນ #ວິກິດເສດຖະກິດລາວ


