ບິດຄອຍພຸ່ງທະລຸ 80,000 ໂດລາສະຫະລັດເປັນຄັ້ງທຳອິດໃນຮອບ 3 ເດືອນ ຮັບແຮງໜູນຈາກການຟື້ນຕົວຂອງຕະຫຼາດຮຸ້ນອາຊີ ແລະ ເງິນທຶນສະຖາບັນທີ່ໄຫຼເຂົ້າ.
ການຕື່ນຕົວຄັ້ງນີ້ສະທ້ອນເຖິງຄວາມເຊື່ອໝັ້ນທີ່ກັບຄືນມາ ເຊິ່ງອາດສ້າງແຮງກະຕຸ້ນຄັ້ງໃຫຍ່ຍູ້ໃຫ້ຕະຫຼາດຊັບສິນດິຈິຕອນທັງລະບົບເຕີບໂຕ ຮັບຄວາມຫວັງກົດໝາຍຄຣິບໂຕໃນສະຫະລັດ.
ເມື່ອວັນທີ 4 ພຶດສະພາ 2026 ສຳນັກຂ່າວບລູມເບີກໄດ້ລາຍງານວ່າ ລາຄາຂອງບິດຄອຍ (Bitcoin) ໄດ້ປັບຕົວຂຶ້ນໄປແຕະຈຸດສູງສຸດທີ່ 80,393 ໂດລາສະຫະລັດໃນຊ່ວງເຊົ້າຂອງວັນຈັນທີ່ສິງກະໂປ ເຊິ່ງເພີ່ມຂຶ້ນປະມານ 1.9% ແລະ ຖືເປັນລະດັບສູງສຸດນັບຕັ້ງແຕ່ວັນທີ 31 ມັງກອນທີ່ຜ່ານມາ ຂະນະທີ່ສະກຸນເງິນດິຈິຕອນອື່ນໆຢ່າງ Ethereum ກໍໄດ້ຮັບອານິສົງປັບຕົວສູງຂຶ້ນໄປໃນທິດທາງດຽວກັນ.
ການເພີ່ມຂຶ້ນຢ່າງໂດດເດັ່ນໃນຄັ້ງນີ້ ເກີດຂຶ້ນພ້ອມກັບດັດຊະນີຕະຫຼາດຮຸ້ນອາຊີຂອງ MSCI ທີ່ຂະຫຍັບເຂົ້າໃກ້ຈຸດສູງສຸດເປັນປະຫວັດການທີ່ເຄີຍເຮັດໄວ້ໃນເດືອນກຸມພາ ກ່ອນທີ່ຈະເກີດສະຖານະການສົງຄາມລະຫວ່າງສະຫະລັດ-ອິດສະຣາແອນ ກັບ ອີຣານ ໂດຍໄດ້ຮັບແຮງໜູນຫຼັກຈາກຜົນປະກອບການຂອງບໍລິສັດເຕັກໂນໂລຊີທີ່ອອກມາດີກວ່າທີ່ນັກວິເຄາະຄາດການໄວ້ໃນອາທິດກ່ອນໜ້າ.
ເຖິງຢ່າງໃດກໍຕາມ ບັນຍາກາດການລົງທຶນໃນພາບລວມຍັງຄົງມີຄວາມບໍ່ແນ່ນອນແຝງຢູ່ ຫຼັງຈາກທີ່ ໂດນັລ ທຣຳ ລະບຸວ່າສະຫະລັດຈະເລີ່ມນຳທາງເຮືອສິນຄ້າທີ່ບໍ່ກ່ຽວຂ້ອງກັບຄວາມຂັດແຍ່ງໃຫ້ສາມາດສັນຈອນຜ່ານຊ່ອງແຄບຮໍມຸດໄດ້ ໃນຂະນະທີ່ເຈົ້າໜ້າທີ່ລະດັບສູງຂອງອີຣານໄດ້ອອກມາເຕືອນຢ່າງຈິງຈັງວ່າ ການແຊກແຊງດັ່ງກ່າວອາດຖືກມອງວ່າເປັນການລະເມີດຂໍ້ຕົກລົງຢຸດຍິງ ເຊິ່ງເປັນປັດໄຈທາງພູມສາດການເມືອງທີ່ນັກລົງທຶນຕ້ອງຈັບຕາເບິ່ງຢ່າງໃກ້ຊິດ.
ຍ້ອນກັບໄປກ່ອນໜ້ານີ້ ບິດຄອຍເຄີຍພຸ່ງສ້າງສະຖິຕິສູງສຸດທະລຸ 126,000 ໂດລາສະຫະລັດ ໃນເດືອນຕຸລາປີກາຍ ກ່ອນຈະປະເຊີນກັບພາວະປັບຖານລົງມາຢ່າງຕໍ່ເນື່ອງຈົນແຕະລະດັບປະມານ 60,000 ໂດລາໃນເດືອນກຸມພາ ແຕ່ກໍສາມາດຄ່ອຍໆຟື້ນຕົວຂຶ້ນມາໄດ້ຈາກຄວາມຕ້ອງການທີ່ແຂງແກ່ນຂອງກຸ່ມນັກລົງທຶນສະຖາບັນ.
ຂໍ້ມູນຈາກບລູມເບີກຍັງຊີ້ໃຫ້ເຫັນວ່າ ກອງທຶນ ETF ທີ່ອ້າງອີງລາຄາບິດຄອຍໃນສະຫະລັດ ມີເມັດເງິນໄຫຼເຂົ້າສຸດທິສູງເຖິງ 630 ລ້ານໂດລາໃນວັນສຸກທີ່ຜ່ານມາ.
#Bitcoin #ຄຣິບໂຕເຄີເຣນຊີ #ການລົງທຶນ #ຕະຫຼາດຮຸ້ນອາຊີ #ຂ່າວເສດຖະກິດ


