ມື້ວານທີ່ຜ່ານ ເກີດຂ່າວໃຫຍ່ UAE ປະກາດຈະອອກຈາກ Opec ໃນວັນທີ 1 ພຶດສະພາ ເພື່ອປົດລັອກໂຄຕາການຜະລິດນ້ຳມັນ ແລະ ຕອບສະໜອງຜົນປະໂຫຍດແຫ່ງຊາດຢ່າງອິດສະຫຼະ. ສິ່ງນີ້ໄດ້ສັ່ນຄອນອຳນາດການຄວບຄຸມລາຄາຂອງກຸ່ມ Opec ຢ່າງໜັກ ເຊິ່ງອາດຈະສົ່ງຜົນດີຕໍ່ຜູ້ບໍລິໂພກທົ່ວໂລກລວມເຖິງບ້ານເຮົາ ທີ່ຈະມີໂອກາດໄດ້ໃຊ້ນ້ຳມັນໃນລາຄາທີ່ຖືກລົງເມື່ອສະຖານະການປົກກະຕິ.
ຕາມການລາຍງານຂອງ aljazeera, ການຕັດສິນໃຈຄັ້ງປະຫວັດສາດນີ້ຂອງ ສະຫະລັດ ອາຣັບເອມິເຣດ (UAE) ເຊິ່ງເປັນໜຶ່ງໃນປະເທດຜູ້ຜະລິດນ້ຳມັນລາຍໃຫຍ່ທີ່ມີກຳລັງການຜະລິດສູງເຖິງ 4,8 ລ້ານບາເຣລຕໍ່ມື້ ໄດ້ສະທ້ອນໃຫ້ເຫັນເຖິງຮອຍແຕກແຍກທີ່ນັບມື້ນັບເລິກເຊິ່ງລະຫວ່າງ UAE ແລະ ຊາອຸດິອາຣະເບຍ ທີ່ເປັນອ້າຍໃຫຍ່ຂອງກຸ່ມ.
ທ່ານ ຊູຮາອິລ ໂມຮາເໝັດ ອັລ-ມາສຣູອີ ລັດຖະມົນຕີກະຊວງພະລັງງານຂອງ UAE ລະບຸວ່າ ມັນເປັນການຕັດສິນໃຈທາງນະໂຍບາຍເພື່ອຮອງຮັບຄວາມຕ້ອງການພະລັງງານຂອງໂລກໃນອະນາຄົດ.
ນອກຈາກເລື່ອງນະໂຍບາຍພະລັງງານແລ້ວ ປັດໄຈທາງດ້ານພູມສາດການເມືອງກໍມີສ່ວນສຳຄັນຢ່າງຍິ່ງ ໂດຍສະເພາະທ່າມກາງວິກິດການພະລັງງານຈາກສົງຄາມລະຫວ່າງສະຫະລັດ-ອິດສະຣາແອນ ແລະ ອີຣານ. ສະຖານະການເຫຼົ່ານີ້ໄດ້ຊຸກຍູ້ໃຫ້ UAE ເລືອກທີ່ຈະຫັນໄປຮ່ວມມືຢ່າງໃກ້ຊິດກັບສະຫະລັດອະເມລິກາ ແລະ ອິດສະຣາແອນຫຼາຍຂຶ້ນ ເພື່ອສ້າງອິດທິພົນຂອງຕົນເອງໃນພາກພື້ນຕາເວັນອອກກາງ ແລະ ອາຟຣິກາ ໂດຍບໍ່ຍອມຢູ່ໃຕ້ຮົ່ມເງົາຂອງຊາອຸດິອາຣະເບຍອີກຕໍ່ໄປ.
ສຳລັບຜົນກະທົບຕໍ່ຕະຫຼາດໂລກ ແລະ ຜູ້ບໍລິໂພກທົ່ວໄປ ລວມເຖິງ ສປປ ລາວ ນັ້ນ ການຍ່າງອອກຈາກ Opec ໝາຍຄວາມວ່າ UAE ຈະບໍ່ຖືກຜູກມັດດ້ວຍຂໍ້ຈຳກັດການຜະລິດໃດໆອີກ ເຊິ່ງນັກວິເຄາະທາງເສດຖະກິດມອງວ່າ ນີ້ຄືຂ່າວດີສຳລັບຜູ້ບໍລິໂພກ ແລະ ເສດຖະກິດໂດຍລວມ.
ເຖິງແມ່ນວ່າໃນໄລຍະສັ້ນ ລາຄານ້ຳມັນອາດຈະຍັງບໍ່ເຫັນການປັບຕົວລົງທີ່ຊັດເຈນ ເນື່ອງຈາກຍັງມີຂໍ້ຈຳກັດໃນການຂົນສົ່ງຜ່ານຊ່ອງແຄບຮໍມຸສ ທີ່ກຳລັງປະເຊີນກັບໄພຂົ່ມຂູ່ຈາກສົງຄາມ ແຕ່ໃນໄລຍະຍາວ ເມື່ອສະຖານະການທາງການເມືອງກັບເຂົ້າສູ່ພາວະປົກກະຕິ UAE ຈະສາມາດອັດສີດນ້ຳມັນເຂົ້າສູ່ຕະຫຼາດໂລກໄດ້ຢ່າງເຕັມກຳລັງ.
ສິ່ງນີ້ຈະຊ່ວຍເພີ່ມປະລິມານການສະໜອງນ້ຳມັນໃນຕະຫຼາດໂລກ ຫຼຸດຜ່ອນການຜູກຂາດຂອງກຸ່ມ Opec ທີ່ເຄີຍເຮັດໃຫ້ລາຄານ້ຳມັນແພງ ແລະ ສຸດທ້າຍກໍຈະຊ່ວຍໃຫ້ຕົ້ນທຶນພະລັງງານຂອງທົ່ວໂລກລວມເຖິງປະເທດເຮົາຫຼຸດລົງ ເຊິ່ງຈະເຮັດໃຫ້ຄ່າຄອງຊີບ ແລະ ລາຄາສິນຄ້າຕ່າງໆມີໂອກາດປັບຕົວລົງຕາມໄປນຳໃນອະນາຄົດ.
.
#LaoXperts #UAE #OPEC #ພະລັງງານໂລກ #ລາຄານ້ຳມັນ #ຂ່າວເສດຖະກິດ #ການເມືອງໂລກ


