ປົກເວັບ 15

ເກີດເຫດສະເທືອນໃຈໃນປະເທດອິນເດຍ ເມື່ອມີຊາຍຜູ້ໜຶ່ງຂຸດຫຼຸມຝັງສົມເອື້ອຍຕົນເອງທີ່ເສຍຊີວິດໄປແລ້ວ ກ່ອນນຳໂຄງກະດູກໄປທະນາຄານເພື່ອຢືນຢັນວ່າເອື້ອຍລາວເສຍຊີວິດແລ້ວ ຫຼັງຈາກທີ່ລາວພະຍາຍາມຖອນເງິນໃນບັນຊີຂອງຜູ້ເສຍຊີວິດ ແຕ່ບໍ່ສາມາດດຳເນີນການໄດ້ເພາະຂາດເອກະສານທາງການ.

ລາຍງານລະບຸວ່າ ຊາຍຄົນດັ່ງກ່າວອາໄສຢູ່ໃນເຂດ Keonjhar district ໂດຍເອື້ອຍຂອງລາວໄດ້ເສຍຊີວິດໄປກ່ອນໜ້ານີ້ ແລະ ມີເງິນຝາກໃນບັນຊີທະນາຄານປະມານ 19,000 Repee (ປະມານ 200 ໂດລາສະຫະລັດ). ລາວຈຶ່ງເດີນທາງໄປທະນາຄານໃນພື້ນທີ່ເພື່ອຂໍຖອນເງິນດັ່ງກ່າວ ແຕ່ພະນັກງານຂໍເອກະສານຢືນຢັນການເສຍຊີວິດ ເຊັ່ນ ໃບມໍລະນະບັດ ແລະ ເອກະສານທາຍາດຕາມກົດໝາຍ ເຊິ່ງລາວບໍ່ມີ ຈຶ່ງບໍ່ສາມາດດຳເນີນການໄດ້.

ຫຼັງຖືກປະຕິເສດຫຼາຍຮອບ ຊາຍດັ່ງກ່າວເກີດຄວາມບໍ່ພໍໃຈ ແລະ ສັບສົນກັບຂັ້ນຕອນທາງລາດຊະການ ຈຶ່ງຕັດສິນໃຈໄປຂຸດຫຼຸມຝັງສົບຂອງເອື້ອຍ ແລ້ວນຳເອົາໂຄງກະດູກຫໍ່ໃສ່ຜ້າ ກ່ອນເດີນທາງໄປທີ່ທະນາຄານເພື່ອສະແດງເປັນຫຼັກຖານ ວ່າເອື້ອຍຂອງຕົນເສຍຊີວິດແລ້ວແທ້ໆ ເຮັດໃຫ້ພະນັກງານ ແລະ ຊາວບ້ານທີ່ເຫັນເຫດການຕົກໃຈ ແລະ ໂທແຈ້ງຕຳຫຼວດທັນທີ.

ເຫດການດັ່ງກ່າວສ້າງຄວາມວຸ້ນວາຍຢູ່ໜ້າທະນາຄານ ໂດຍເຈົ້າໜ້າທີ່ຕ້ອງຂໍໃຫ້ຊາຍຄົນດັ່ງກ່າວນຳເອົາໂຄງກະດູກກັບໄປຝັງໃໝ່ ຂະນະທີ່ຕຳຫຼວດ ແລະ ໜ່ວຍງານທ້ອງຖິ່ນເຂົ້າຊ່ວຍເຫຼືອ ພ້ອມດຳເນີນການອອກໃບມໍລະນະບັດ ແລະ ເອກະສານທາຍາດໃຫ້ພາຍຫຼັງ ເພື່ອໃຫ້ລາວສາມາດຖອນເງິນໄດ້ຕາມຂັ້ນຕອນ.

ຕຳຫຼວດທ້ອງຖິ່ນລະບຸວ່າ ເຫດການນີ້ສະທ້ອນບັນຫາຄວາມຮູ້ດ້ານເອກະສານທາງການ ແລະ ບໍລິການທາງການເງິນໃນພື້ນທີ່ເຂດຊົນນະບົດ ໂດຍຊາຍຄົນດັ່ງກ່າວບໍ່ເຂົ້າໃຈວ່າຕ້ອງໄດ້ໃຊ້ເອກະສານທາງກົດໝາຍ ຈຶ່ງເລື່ອງວິທີສຸດໂຕ່ງເພື່ອນຳຫຼັກຖານໄປຢັ້ງຢືນດ້ວຍຕົນເອງ.

ເຫດການນີ້ກາຍເປັນ Viral ໃນອິນເດຍ ແລະ ຈຸດກະແສລະບົບລາດຊະການ ແລະ ຂັ້ນຕອນທະນາຄານທີ່ເຂົ້າເຖິງຍາກ ໂດຍຫຼາຍຄົນເຫັນວ່າເປັນເຫດສະເທືອນໃຈທີ່ເກີດຈາກຄວາມຍາກຈົນ ແລະ ການຂາດຄວາມຮູ້ດ້ານເອກະສານ ຫຼາຍກວ່າເປັນການກະທຳທີ່ຕັ້ງໃຈສ້າງຄວາມວຸ້ນວາຍ.

ແຫຼ່ງຂໍ້ມູນ:  The Times of India, New York Post, The Sun

Comments are disabled