ປົກເວັບ 12

ນັກວິເຄາະຊາວໄທ ໄດ້ອອກມາເຕືອນເຖິງສະຖານະການເສດຖະກິດລາວ ທີ່ກຳລັງປະເຊີນກັບວິກິດໜີ້ຕ່າງປະເທດສູງ ແລະ ເງິນສຳຮອງຕໍ່າ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນຈາກພາວະເງິນເຟີ້. ເປົ້າໝາຍການເປັນແບັດເຕີຣີແຫ່ງອາຊີ ເຮັດໃຫ້ລາວຕ້ອງເພິ່ງພາທຶນຕ່າງຊາດ ຈົນຕ້ອງແກ້ໜີ້ດ້ວຍການຍອມເສຍສຳປະທານ ເຊິ່ງອາດກະທົບຕໍ່ຄວາມໝັ້ນຄົງທາງເສດຖະກິດໃນໄລຍະຍາວ.

ອີງຕາມການປະເມີນຂອງກອງທຶນການເງິນລະຫວ່າງປະເທດ (IMF) ໃນເດືອນເມສາ ປີ 2026, ການເຕີບໂຕທາງເສດຖະກິດຂອງລາວຖືກຄາດການວ່າຈະຫຼຸດລົງເຫຼືອພຽງ 4.0% ຈາກ 4.8% ໃນປີກ່ອນໜ້າ

ທ່ານ ວີລະ ທີລະພັດ ນັກຈັດລາຍການ ນັກວິເຄາະວິຈານ ອາວຸໂສ ຊາວໄທ ໄດ້ເວົ້າກ່ຽວກັບເສດຖະກິດລາວ ໃນລາຍການຟັງຫູໄວ້ຫູ ທີ່ອອກອກາດໃນວັນທີ 27 ເມສາ 2026. ໂດຍໄດ້ວິເຄາະວ່າ ບັນຫາຫຼັກຂອງລາວແມ່ນມາຈາກໂຄງສ້າງການພັດທະນາທີ່ເນັ້ນການດຶງດູດນັກລົງທຶນຕ່າງຊາດ ເຂົ້າມາສ້າງໂຄງລ່າງພື້ນຖານຂະໜາດໃຫຍ່ ເຊັ່ນ: ລົດໄຟລາວ-ຈີນ ແລະ ໂຄງການເຂື່ອນໄຟຟ້າຕ່າງໆ ເພື່ອປູທາງສູ່ການເປັນ “ແບັດເຕີຣີແຫ່ງອາຊີ” ເຖິງແມ່ນວ່າໜີ້ສາທາລະນະຕໍ່ GDP ຂອງລາວຈະຫຼຸດລົງມາຢູ່ທີ່ລະດັບປະມານ 80% (ຈາກທີ່ເຄີຍສູງເຖິງ 120%), ແຕ່ສິ່ງທີ່ໜ້າເປັນຫ່ວງທີ່ສຸດແມ່ນ 75% ຂອງໜີ້ດັ່ງກ່າວເປັນໜີ້ຕ່າງປະເທດ ເຊິ່ງມີຈີນເປັນເຈົ້າໜີ້ລາຍໃຫຍ່ທີ່ສຸດກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງໜີ້ທັງໝົດ.

ທ່ານ ກ່າວວ່າ: “ຖ້າທຽບໜີ້ສາທາລະນະເມື່ອທຽບກັບ GDP ນີ້ປະມານຮ້ອຍລະ 80 ຖາມວ່າສູງບໍ ສູງ ແຕ່ທີ່ສຳຄັນຄືກ່ອນໜ້ານີ້ມັນ 120 ດີຂຶ້ນມາຫຼາຍແລ້ວ ແຕ່ບັນຫາກໍຄືວ່າຮ້ອຍລະ 75 ຂອງໜີ້ນີ້… ມັນເປັນໜີ້ຕ່າງປະເທດ”

ຢ່າງໃດກໍຕາມ ໃນຄວາມເປັນຈິງ, ການທີ່ໜີ້ຕ່າງປະເທດຂອງລາວເພີ່ມສູງຂຶ້ນນັ້ນ ບໍ່ແມ່ນເກີດຈາກການກູ້ຢືມມາເພື່ອໃຊ້ຈ່າຍຖິ້ມລ້າ ແຕ່ເປັນການລົງທຶນໃນໂຄງລ່າງພື້ນຖານຂະໜາດໃຫຍ່ ເພື່ອດຶງດູດການລົງທຶນຈາກຕ່າງຊາດ ໂດຍ ລາວໄດ້ນຳໃຊ້ຄວາມໄດ້ປຽບທາງດ້ານພູມສາດ ທີ່ມີປ່າໄມ້, ພູເຂົາສູງ ແລະ ແມ່ນ້ຳລຳເຊຫຼາຍສາຍ ເພື່ອສ້າງໂຄງການເຂື່ອນໄຟຟ້າພະລັງນໍ້າ, ພະລັງງານເຫຼົ່ານີ້ຈັດເປັນພະລັງງານສະອາດທີ່ສອດຄ່ອງກັບທ່າອ່ຽງເສດຖະກິດສີຂຽວ (Green Economy) ຂອງໂລກ ເຊິ່ງໝາຍຄວາມວ່າໂຄງການເຫຼົ່ານີ້ຍັງມີອະນາຄົດ ແລະ ຍັງສາມາດດຶງດູດນັກລົງທຶນໄດ້ຕື່ມອີກ. 

ເຖິງແມ່ນວ່ານັກວິເຄາະຈະມອງວ່າໜີ້ສາທາລະນະຕໍ່ GDP ທີ່ລະດັບ 80% ແມ່ນສູງ, ແຕ່ຖ້າເບິ່ງໃນມຸມຂອງການພັດທະນາແລ້ວ ຖືວ່າສະຖານະການໄດ້ປັບຕົວດີຂຶ້ນຫຼາຍ ເພາະກ່ອນໜ້ານີ້ໜີ້ສາທາລະນະຂອງລາວເຄີຍສູງເຖິງ 120% ຕໍ່ GDP. ນີ້ສະແດງໃຫ້ເຫັນເຖິງທິດທາງການຄວບຄຸມໜີ້ທີ່ກຳລັງດີຂຶ້ນຕາມລຳດັບ.

ໃນຂະນະດຽວກັນ, ດ້ານເງິນຕາຕ່າງປະເທດ, ທ່ານ ວີລະ ໄດ້ວິເຄາະວ່າ ເງິນຕາຕ່າງປະເທດສຳຮອງຂອງລາວພັດມີໜ້ອຍຫຼາຍ ເມື່ອທຽບກັບຂະໜາດເສດຖະກິດ 17.000 ລ້ານໂດລາສະຫະລັດ, ເຮັດໃຫ້ຄວາມສາມາດໃນການຊຳລະໜີ້ທັງເງິນຕົ້ນ ແລະ ດອກເບ້ຍຢູ່ໃນສະຖານະທີ່ຫຼໍ່ແຫຼມຈົນຖືກປະເມີນຄວາມໜ້າເຊື່ອຖືຢູ່ໃນລະດັບຕໍ່າ.

ແຕ່ເຖິງເປັນແບບນັ້ນ ຈຸດທີ່ພິສູດໃຫ້ເຫັນເຖິງຄວາມສາມາດໃນການບໍລິຫານຈັດການຂອງລັດຖະບານລາວ ຄືການທີ່ ສປປ ລາວ ສາມາດເອົາຕົວລອດຈາກວິກິດໄດ້ ໂດຍບໍ່ຈຳເປັນຕ້ອງຮ້ອງຂໍຄວາມຊ່ວຍເຫຼືອເພື່ອເຂົ້າໂຄງການຟື້ນຟູເສດຖະກິດຈາກກອງທຶນການເງິນລະຫວ່າງປະເທດ (IMF) ຄືກັບປະເທດສີລັງກາ, ລັດຖະບານເລືອກໃຊ້ວິທີການເຈລະຈາໂດຍກົງກັບເຈົ້າໜີ້ (ເຊັ່ນ ຈີນ ທີ່ກວມເອົາໜີ້ຫຼາຍກວ່າ 50%) ເພື່ອຫາທາງອອກຮ່ວມກັນ ໂດຍການເລື່ອນໄລຍະເວລາຊຳລະໜີ້, ແປງໜີ້ໃຫ້ເປັນທຶນ, ຫຼື ປັບໂຄງສ້າງສຳປະທານ ເຊິ່ງສະແດງໃຫ້ເຫັນວ່າລັດຖະບານ ມີຄວາມສາມາດພຽງພໍໃນການບໍລິຫານຈັດການບັນຫາຂອງຕົນເອງໄດ້.

ສຳລັບໃນອະນາຄົດ, ນັກວິເຄາະໄດ້ສະເໜີວ່າ ວິທີທີ່ຈະເຮັດໃຫ້ເສດຖະກິດລາວຢູ່ລອດຢ່າງຢັ່ງຢືນໄດ້ນັ້ນ ລັດຖະບານຈຳເປັນຕ້ອງຫຼຸດອັດຕາສ່ວນໜີ້ຕ່າງປະເທດຕໍ່ GDP ລົງໃຫ້ໄດ້, ເພີ່ມພູນເງິນຕາຕ່າງປະເທດສຳຮອງໃຫ້ເຂັ້ມແຂງ ແລະ ຕ້ອງຄຳນວນດຸ່ນດ່ຽງພາລະໜີ້ສິນໃຫ້ສອດຄ່ອງກັບຄວາມສາມາດໃນການຫາລາຍຮັບເງິນຕາຕ່າງປະເທດເຂົ້າປະເທດຢ່າງແທ້ຈິງ

#ເສດຖະກິດລາວ #ໜີ້ສາທາລະນະ #ວິກິດເງິນເຟີ້ #ເງິນກີບອ່ອນຄ່າ #ວິເຄາະເສດຖະກິດອາດຊຽນ

Comments are disabled