ປົກເວັບ 5

ລັດຖະບານທ້ອງຖິ່ນໃນປະເທດຍີ່ປຸ່ນ ໂດຍສະເພາະແຂວງ Kochi ໄດ້ເປີດໂຕມາດຕະການໃໝ່ເພື່ອແກ້ບັນຫາປະຊາກອນຫຼຸດລົງ ແລະ ອັດຕາການແຕ່ງງານທີ່ຕ່ຳລົງ ໂດຍການອັດງົບຊ່ວຍຄົນໂສດຫາຄູ່ ໂດຍຈະມອບເງິນອຸດໜູນໃຫ້ສູງສຸດປະມານ 20,000 Yen ຕໍ່ຄົນ(ປະມານ 2ລ້ານ7ແສນກີບ) ສຳລັບໃຊ້ໃນບໍລິການແອັບຫາຄູ່ ແລະ ກິດຈະກຳທີ່ກ່ຽວຂ້ອງກັບການສ້າງຄວາມສຳພັນ.

ໂຄງການນີ້ມີເປົ້າໝາຍເພື່ອສະໜັບສະໜູນໃຫ້ຄົນໂສດ ໂດຍສະເພາະກຸ່ມຄົນທີ່ຢູ່ໃນໄວເຮັດວຽກ ແລະ ຄົນລຸ້ນໃໝ່ ມີໂອກາດທີ່ຈະພົບປະ ແລະ ເລີ່ມຕົ້ນຄວາມສຳພັນຫຼາຍຂຶ້ນທ່າມກາງສິ່ງທ້າທາຍທາງສັງຄົມຂອງປະເທດຍີ່ປຸ່ນ, ລວມທັງອັດຕາການເກີດທີ່ຕໍ່າ ແລະ ຈຳນວນຄົນໂສດທີ່ເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງ ລັດຖະບານທ້ອງຖິ່ນເຫັນວ່າໜຶ່ງໃນອຸປະສັກສຳຄັນຄືກຄ່າໃຊ້ຈ່າຍໃນການໃຊ້ບໍລິການແອັບຫາຄູ່ ເຊິ່ງເຖິງວ່າຈະບໍ່ສູງຫຼາຍ ແຕ່ກໍອາດເປັນປັດໄຈທີ່ເຮັດໃຫ້ບາງຄົນລັງເລທີ່ຈະໃຊ້ງານ.

ເງິນສະໜັບສະໜູນດັ່ງກ່າວສາມາດນຳໄປໃຊ້ເປັນຄ່າສະມາຊິກ, ຄ່າທຳນຽມ ຫຼື ຄ່າບໍລິການຂອງແອັບຫາຄູ່ທີ່ໄດ້ຮັບຮອງຈາກທາງລັດຖະບານ. ໂດຍມີການກຳນົດເງື່ອນໄຂດ້ານອາຍຸ ແລະ ຄຸນສົມບັດຂອງຜູ້ເຂົ້າຮ່ວມແຕກຕ່າງກັນໄປແຕ່ລະພື້ນທີ່.

ເຈົ້າໜ້າທີ່ທ້ອງຖິ່ນລະບຸວ່າ ໂຄງການນີ້ເປັນພຽງແຕ່ໜຶ່ງໃນຫຼາຍແນວຄິດທີ່ທາງຍີ່ປຸ່ນກຳລັງທົດລອງໃຊ້ ເພື່ອຮັບມືກັບວິກິດປະຊາກອນຫຼຸດລົງ ທັງການສະໜັບສະໜູນການແຕ່ງງານ, ການຈັດກິດຈະກຳຫາຄູ່ ແລະ ການນຳເຕັກໂນໂລຊີເຂົ້າມາຊ່ວຍເພີ່ມໂອກາດໃຫ້ຄົນໂສດໄດ້ພົບກັນຫຼາຍຂື້ນ ໂດຍຈະມີການຕິດຕາມຜົນຢ່າງໃກ້ຊິດວ່າມາດຕະການນີ້ສາມາດຊ່ວຍເພີ່ມຈຳນວນຄູ່ຮັກ ແລະ ນຳໄປສູ່ການແຕ່ງງານໄດ້ແທ້ ຫຼື ບໍ່.

ແມ້ວ່າມາດຕະການນີ້ຈະເຫັນເປັນເລື່ອງແປກໃໝ່ ແຕ່ກໍສະທ້ອນເຖິງຄວາມພະຍາຍາມຂອງຍີ່ປຸ່ນໃນການຫາວິທີແກ້ບັນຫາປະຊາກອນໃນໄລຍະຍາວ ທີ່ກຳລັງກາຍເປັນປະເດັນສຳຄັນຂອງປະເທດໃນປັດຈຸບັນ.

ແຫຼ່ງຂໍ້ມູນ: Global Dating Insights, inkl

Comments are disabled